Ministry News
ລັດຖະມົນຕີກະຊວງ ຍທຂ ລົງແກ້ໄຂ ບັນຫາຖົມດິນໃກ້ເຂດສະຫງວນຕາມທາງລົດໄຟ ຢູ່ແຂວງອຸດົມໄຊ

ໃນວັນທີ 17 ກໍລະກົດນີ້ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມແລວທາງລົດໄຟ, ທ່ານ ເຫຼັກໄລ ສີວິໄລ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາພື້ນທີ່ຕົວຈິງ ຢູ່ເມືອງໄຊ ແຂວງອຸດົມໄຊ.

ໃຫ້ກຽດຕ້ອນຮັບການລົງກວດກາຄັ້ງນີ້ ໂດຍ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ທ່ານ ລູ ຫາຍໂຈ ອຳນວຍການໃຫຍ່ບໍລິສັດລົດໄຟລາວ-ຈີນ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ໂດຍສຸມໃສ່ແກ້ໄຂ 1 ບັນຫາສຳຄັນທີ່ສົ່ງຜົນກະທົບຕໍ່ແລວທາງລົດໄຟຄຶ:ຈຸດບ້ານຫ້ວຍຂຸມ ກວດພົບການຖົມດິນຂອງບຸກຄົນຕິດກັບເຂດສະຫງວນທາງລົດໄຟ ໂດຍມີການຖົມທັບຫ້ວຍນ້ຳທຳມະຊາດ ເຊິ່ງບໍ່ຖືກຕ້ອງຕາມລະບຽບການ ແລະ ບໍ່ໄດ້ມາດຕະຖານ, ສົ່ງຜົນກະທົບຕໍ່ທາງໄຫຼຂອງນ້ຳ ແລະ ຄວາມປອດໄພຂອງທາງລົດໄຟ.

ພ້ອມນີ້, ລັດຖະມົນຕີ ຍທຂ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ຮີບຮ້ອນສົມທົບກັບບໍລິສັດທາງລົດໄຟ ລາວ-ຈີນ ເພື່ອແກ້ໄຂບັນຫາ ຢ່າງຮີບດ່ວນ ໂດຍວາງທິດຊີ້ນຳ 5 ດ້ານຄື: 1. ດ້ານກົນໄກໃຫ້ສ້າງຕັ້ງຄະນະຮັບຜິດຊອບສະເພາະກິດ ແລະ ເພີ່ມທະວີການລາດຕະເວນຂອງຕຳຫຼວດທາງລົດໄຟໃຫ້ເຂັ້ມງວດ. 2.ດ້ານພາລະບົດບາດມອບໃຫ້ກົມທາງລົດໄຟ ກຳນົດຄວາມຮັບຜິດຊອບຂອງແຕ່ລະຂັ້ນ (ແຂວງ, ເມືອງ, ບ້ານ, ຕຳຫຼວດ, ທະຫານ ແລະ ບໍລິສັດ) ໃຫ້ຈະແຈ້ງ. 3.ດ້ານການຄຸ້ມຄອງທີ່ດິນ ອອກລະບຽບການຄຸ້ມຄອງທີ່ດິນຕາມແລວທາງລົດໄຟຢ່າງຮັດກຸມ; ທຸກການພັດທະນາຕ້ອງໄດ້ຮັບການອະນຸຍາດຢ່າງຖືກຕ້ອງກ່ອນລົງມືເຮັດ. 4. ດ້ານການເຜີຍແຜ່ ສ້າງປຶ້ມຄູ່ມືການຄຸ້ມຄອງທາງລົດໄຟ, ຕິດປ້າຍຫ້າມໃນເຂດສະຫງວນ ແລະ ເຜີຍແຜ່ລະບຽບການໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ 5. ດ້ານການປະສານງານ: ໃຫ້ບໍລິສັດທາງລົດໄຟ ລາວ-ຈີນ ຈັດກົນໄກພົບປະກັບຄະນະນຳບັນດາແຂວງທີ່ທາງລົດໄຟຜ່ານ ເພື່ອຮັດແໜ້ນການຮ່ວມມື.

ໃນໂອກາດດັ່ງກ່າວ, ທ່ານ ຄຳແສງ ອາລີ ໄດ້ສະເໜີໃຫ້ບໍລິສັດທາງລົດໄຟລາວ-ຈີນ ແຕ່ງຕັ້ງຄະນະກວດກາຕາມແລວທາງລົດໄຟຢ່າງເປັນທາງການ. ຕອບສະໜອງຕໍ່ການຊີ້ນຳດັ່ງກ່າວ, ທ່ານປະທານບໍລິສັດ ທາງລົດໄຟ ລາວ-ຈີນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຍົກລະດັບການກວດກາ ແລະ ປົກປັກຮັກສາເຂດສະຫງວນທາງລົດໄຟ ໃຫ້ມີຄວາມປອດໄພສູງສຸດ.

