ຂ່າວພາຍໃນກະຊວງ

ລັດຖະມົນຕີກະຊວງ ຍທຂ ລົງແກ້ໄຂ ບັນຫາຖົມດິນໃກ້ເຂດສະຫງວນຕາມທາງລົດໄຟ ຢູ່ແຂວງອຸດົມໄຊ

2026-07-17 - Xaiya


ໃນວັນທີ 17 ກໍລະກົດນີ້ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມແລວທາງລົດໄຟ, ທ່ານ ເຫຼັກໄລ ສີວິໄລ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຕິດຕາມ ແລະ ກວດກາພື້ນທີ່ຕົວຈິງ ຢູ່ເມືອງໄຊ ແຂວງອຸດົມໄຊ.


     ໃຫ້ກຽດຕ້ອນຮັບການລົງກວດກາຄັ້ງນີ້ ໂດຍ ທ່ານ ຄໍາແສງ ອາລີ ຮອງປະທານຄະນະກຳມະການປົກຄອງແຂວງອຸດົມໄຊ, ທ່ານ ລູ ຫາຍໂຈ ອຳນວຍການໃຫຍ່ບໍລິສັດລົດໄຟລາວ-ຈີນ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ, ໂດຍສຸມໃສ່ແກ້ໄຂ 1 ບັນຫາສຳຄັນທີ່ສົ່ງຜົນກະທົບຕໍ່ແລວທາງລົດໄຟຄຶ:ຈຸດບ້ານຫ້ວຍຂຸມ ກວດພົບການຖົມດິນຂອງບຸກຄົນຕິດກັບເຂດສະຫງວນທາງລົດໄຟ ໂດຍມີການຖົມທັບຫ້ວຍນ້ຳທຳມະຊາດ ເຊິ່ງບໍ່ຖືກຕ້ອງຕາມລະບຽບການ ແລະ ບໍ່ໄດ້ມາດຕະຖານ, ສົ່ງຜົນກະທົບຕໍ່ທາງໄຫຼຂອງນ້ຳ ແລະ ຄວາມປອດໄພຂອງທາງລົດໄຟ.


  ພ້ອມນີ້,  ລັດຖະມົນຕີ ຍທຂ ໄດ້ເນັ້ນໜັກໃຫ້ພາກສ່ວນກ່ຽວຂ້ອງ ຮີບຮ້ອນສົມທົບກັບບໍລິສັດທາງລົດໄຟ ລາວ-ຈີນ ເພື່ອແກ້ໄຂບັນຫາ ຢ່າງຮີບດ່ວນ ໂດຍວາງທິດຊີ້ນຳ 5 ດ້ານຄື: 1. ດ້ານກົນໄກໃຫ້ສ້າງຕັ້ງຄະນະຮັບຜິດຊອບສະເພາະກິດ ແລະ ເພີ່ມທະວີການລາດຕະເວນຂອງຕຳຫຼວດທາງລົດໄຟໃຫ້ເຂັ້ມງວດ. 2.ດ້ານພາລະບົດບາດມອບໃຫ້ກົມທາງລົດໄຟ ກຳນົດຄວາມຮັບຜິດຊອບຂອງແຕ່ລະຂັ້ນ (ແຂວງ, ເມືອງ, ບ້ານ, ຕຳຫຼວດ, ທະຫານ ແລະ ບໍລິສັດ) ໃຫ້ຈະແຈ້ງ. 3.ດ້ານການຄຸ້ມຄອງທີ່ດິນ ອອກລະບຽບການຄຸ້ມຄອງທີ່ດິນຕາມແລວທາງລົດໄຟຢ່າງຮັດກຸມ; ທຸກການພັດທະນາຕ້ອງໄດ້ຮັບການອະນຸຍາດຢ່າງຖືກຕ້ອງກ່ອນລົງມືເຮັດ. 4. ດ້ານການເຜີຍແຜ່ ສ້າງປຶ້ມຄູ່ມືການຄຸ້ມຄອງທາງລົດໄຟ, ຕິດປ້າຍຫ້າມໃນເຂດສະຫງວນ ແລະ ເຜີຍແຜ່ລະບຽບການໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ 5. ດ້ານການປະສານງານ: ໃຫ້ບໍລິສັດທາງລົດໄຟ ລາວ-ຈີນ ຈັດກົນໄກພົບປະກັບຄະນະນຳບັນດາແຂວງທີ່ທາງລົດໄຟຜ່ານ ເພື່ອຮັດແໜ້ນການຮ່ວມມື.


     ໃນໂອກາດດັ່ງກ່າວ, ທ່ານ ຄຳແສງ ອາລີ ໄດ້ສະເໜີໃຫ້ບໍລິສັດທາງລົດໄຟລາວ-ຈີນ ແຕ່ງຕັ້ງຄະນະກວດກາຕາມແລວທາງລົດໄຟຢ່າງເປັນທາງການ. ຕອບສະໜອງຕໍ່ການຊີ້ນຳດັ່ງກ່າວ, ທ່ານປະທານບໍລິສັດ ທາງລົດໄຟ ລາວ-ຈີນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຍົກລະດັບການກວດກາ ແລະ ປົກປັກຮັກສາເຂດສະຫງວນທາງລົດໄຟ ໃຫ້ມີຄວາມປອດໄພສູງສຸດ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250