Ministry News
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງ ຍທຂ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານສະພາບໍລິຫານ ບໍລິສັດ ໂກນິນໂກ (CONINCO)

ໃນວັນທີ 23 ມີຖຸນາ 2026 ທີ່ຫ້ອງຮັບແຂກ ກະຊວງໂຍທາທິການ ແລະ ຂົນສົ່ງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ ແລະ ຫົວໜ້າພະແນກທີ່ກ່ຽວຂ້ອງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປອ ຮາ ມິນ (Dr Ha Minh) ປະທານສະພາບໍລິຫານ ບໍລິສັດ ໂກນິນໂກ (CONINCO) ເນື່ອງໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ທ່ານ ລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ສະແດງຄວາມຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ປອ ຮາ ມິນ ທີ່ໃຫ້ຄວາມສໍາຄັນຕໍ່ການຜັນຂະຫຍາຍທິດທາງຍຸດທະສາດການຮ່ວມມືໃນຂົງເຂດການກໍ່ສ້າງ ແລະ ການພັດທະນາໂຄງລ່າງພື້ນຖານດ້ານຄົມມະນາຄົມຂົນສົ່ງລະຫວ່າງ ລາວ - ຫວຽດນາມ. ການພັດທະນາໂຄງລ່າງພື້ນຖານຂອງລາວຕະຫຼອດເກືອບ 20 ປີຜ່ານມາ. ພ້ອມກັນນັ້ນ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ຄວາມຮູ້ຄວາມສາມາດຂອງຄະນະຊ່ຽວຊານຂອງ CONINCO ແລະ ຄາດຫວັງວ່າການຮ່ວມມືລະຫວ່າງວິສາຫະກິດຂອງສອງປະເທດຈະນຳມາຊຶ່ງຜົນສຳເລັດຢ່າງເປັນຮູບປະທຳ. ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ບໍ່ພຽງແຕ່ຊ່ວຍເສີມສ້າງສາຍພົວພັນລະຫວ່າງ ກະຊວງ ຍທຂ ສປປ ລາວ ກັບ CONINCO ສສ ຫວຽດນາມ ເທົ່ານັ້ນ ແຕ່ຍັງເປີດໂອກາດໃໝ່ໆ ສຳລັບການຮ່ວມມືດ້ານການພັດທະນາໂຄງລ່າງພື້ນຖານ, ການກໍ່ສ້າງ ແລະ ຄົມມະນາຄົມຂົນສົ່ງ.

ໃນການເຂົ້າຢ້ຽມຂໍ່ານັບຄັ້ງນີ້ ທ່ານ ປອ ຮາ ມິນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນຂອງທ່ານ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ໄດ້ສະແດງຄວາມເຊື່ອໝັ້ນຕໍ່ ການຊີ້ນໍາ-ນໍາພາ ຂອງທ່ານ ລັດຖະມົນຕີ ໃນການຮ່ວມມືກັນຢ່າງໃກ້ຊິດຈັດຕັ້ງປະຕິບັດ ບັນດາໂຄງການ ທີ່ ບໍລິສັດ ໂກນິນໂກ (CONINCO)ກຳລັງດຳເນີນຢູ່ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ MOU ການຮ່ວມມື ລະຫວ່າງ ລັດວິສາຫາກິດ ວິສາວະກໍາ ຄົມມະນາຄົມ ກັບ ບໍລິສັດ CONINCO. ພ້ອມດຽວກັນນັ້ນ, CONINCO ໄດ້ສະແດງຄວາມພ້ອມໃນການສືບຕໍ່ຂະຫຍາຍການຮ່ວມມືກັບບັນດາອົງການ ແລະ ວິສາຫະກິດຂອງ ສປປ ລາວ ໃນຂົງເຂດການກໍ່ສ້າງ, ຜັງເມືອງ, ລົດໄຟ, ສະໜາມບິນ, ພະລັງງານ ແລະ ໂຄງລ່າງພື້ນຖານອື່ນໆ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.