Ministry News
ເປີດກອງປະຊຸມ ວຽກງານ ຍທຂ ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍ ແຜນພັດທະນາຂະແໜງ ຍທຂ ໄລຍະ 5ປີ 2026-2030
ກະຊວງໂຍທາທິການ
ແລະ ຂົນສົ່ງ ໄດ້ຈັດກອງປະຊຸມ ວຽກງານ ຍທຂ ທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍ ແຜນພັດທະນາຂະແໜງ ຍທຂ ໄລຍະ 5ປີ 2026-2030 ຂຶ້ນໃນວັນທີ 5 ພຶດສະພາ 2026 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ເຫຼັກໄຫຼ
ສີວິໄລ ລັດຖະມົນຕີກະຊວງ ຍທຂ, ເຂົ້າຮ່ວມມີ ຮອງລັດຖະມົນຕີກະຊວງ ຍທຂ,
ຮອງລັດຖະມົນຕີກະຊວງ ອຄ,
ມີການນໍາທັງ ສູນກາງ ແລະ
ທ້ອງຖິ່ນ,
ອະດີດການນຳກະຊວງ ຍທຂ,
ບັນດາຜູ້ອຳນວຍການລັດວິສາຫະກິດ
ແລະ ພາກສ່ວນທຸລະກິດທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ໄດ້ກ່າວວ່າ: ກອງປະຊຸມວຽກງານໂຍທາທິການ ແລະ ຂົນສົ່ງທົ່ວປະເທດ ປີ 2025-2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງ ຍທຂ 5 ປີຄັ້ງທີ 10 (2026-2030)ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດພວມຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງ
ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ
XII
ຂອງພັກ,
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ
5 ປີຄັ້ງທີ X (2026-2030) ຂອງລັດຖະບານ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຫຼື
ສອຈ ຕິດພັນກັບ ການຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງ ຍທຂ ຄັ້ງທີ VI
ກໍ່ຄືແຜນພັດທະນາ 5 ປີຂອງຂະແໜງ ຍທຂ ໃນໄລຍະເລີ້ມຕົ້ນ ໃຫ້ເປັນແຜນລະອຽດຈະແຈ້ງ
ສາມາດປະຕິບັດສຳເລັດຕາມແຜນການທີ່ໄດ້ກຳນົດໄວ້.
ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສະຫລຸບການຈັດຕັ້ງປະຕິບັດວຽງານໂຍທາທິການແລະ ຂົນສົ່ງ ປະຈຳປີ 2025, ວາງທິດທາງແຜນການປະຈຳປີ 2026 ແລະ ຜັນຂະຫຍາຍແຜນພັດທະນາຂະແໜງໂຍທາທິການແລະຂົນສົ່ງ 5 ປີ,ຄັ້ງທີ 10 (2026-2030)ໃນຂອບເຂດທົ່ວປະເທດ ,ເນື້ອແທ້ແມ່ນກອງປະຊຸມຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກປະຊາຊົນປະຕິວັດລາວແລະ ມະຕິ 04/ກມສພ,ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ຫລື ສອຈ ຂົງເຂດ ຍທຂ ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ,ພ້ອມດຽວກັນນີ້ກໍຍັງມີຫລາຍວຽກທີ່ຈະຕ້ອງໄດ້ຍົກ
ຂຶ້ນນມາຄົ້ນຄ້ວາ,ປຶກສາຫາລື ແລະ
ແລກປ່ຽນຄຳຄິດຄຳເຫັນນຳກັນຕື່ມຫລາຍບັນຫາເປັນຕົ້ນ:
1) ຄວາມຄືບໜ້າການຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ໂຄງການ OPBRC ແລະPRTC
2) ການຈັດຕັ້ງປະຕິບັດກອງທຶນທາງ (ການສ້ອມແປງທາງ ແລະ ການສ້າງຕັ້ງກອງສ້ອມແປງທາງຕິດພັນກັບວຽກງານສາມສ້າງ);
3) ການຫັນເປັນທັນສະໄໝຂອງຂະແໜງຍທຂ;
4) ຜ່ານຮ່າງຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຍທຂ ຕາແສງ;
5) ການຄຸ້ມຄອງການຂົນສົ່ງສີນຄ້າ,ໂດຍສານ.
6) ການຄຸ້ມຄອງລົດບັນທຸກນໍ້າໜັກ,ມາດຕະການຕໍ່ການບັນທຸກນໍ້າໜັກເກີນກໍານົດ.
7) ການແກ້ໄຂບັນຫາການລະເມີດລະບຽບຈາລະຈອນໃນຕົວເມືອງ ຫລື ມາດຕະການຫລຸດຜ່ອນອຸປະຕິເຫດຕາມທ້ອງຖະໜົນຫລວງ (ການແລ່ນລົດໃວເກີນຂອບເຂດ, ການບໍ່ເຄົາລົບກົດຈາລະຈອນ,ການຂົນສົ່ງດີນ,ຫີນ,ຊາຍ,ວັດສະດຸກໍ່ສ້າງຕ່າງໆແບບບໍ່ຖືກຕ້ອງ)
8) ການຄຸ້ມຄອງການເດີນເຮືອ,ຄວາມປອດໄພຂອງເຮືອທ່ອງທ່ຽວ,ເຮືອນຂົນສົ່ງສີນຄ້າ, ໂດຍສານ.
9) ການຄຸ້ມຄອງການດູດຫີນແຮ່,ຊາຍ ຮັບໃຊ້ການກໍ່ສ້າງ ເພື່ອບໍ່ໃຫ້ສວຍໂອກາດເຮັດຄໍາຕົກຂ້ອນ.
10) ຂອດປະສານງານກັບບັນດາຂະແໜງການກ່ຽວຂ້ອງຕ່າງໆ(ຂອດປະສານງານພາຍໃນຂອງຍທຂ ແລະ ຂອດປະສານງານກັບຂະແໜງການອື່ນໆ) ແລະ
11) ການສ້າງກົນໄກອໍານວຍຄວາມສະດວກໃຫ້ການຈັດຕັ້ງພາກລັດ, ພາກເແກະຊົນ ແລະປະຊາຊົນໃນສັງຄົມ ຫັນມາຊົມໃຊ້ລົດໄຟຟ້າຮອດປີ 2030 ໃຫ້ກວມ 30% ຂອງຈຳນວນພາຫະນະທັງໝົດ ໃນຂອບເຂດທົ່ວປະເທດ.
ກອງປະຊຸມ
ຈະດໍາເນີນຮອດວັນທີ 6 ພຶດສະພາ ຈຶ່ງສໍາເລັດ.