Ministry News
ທ່ານ ລັັດຖະມົນຕີກະຊວງ ຍທຂ ຕ້ອນຮັບນັກລົງທຶນພື້ນຖານໂຄງລ່າງຈາກ ສປຈີນ

ໃນວັນທີ 22 ເມສາ 2026 ທີ່ກະຊວງ ໂຍທາທິການ ແລະ ຂົນສົ່ງ ທ່ານ ເຫຼັກໄຫຼ ສີວິໄລ
ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບຄະນະຜູ້ແທນ ຈາກບໍລິສັດ Lancang-Mekong
Silk Road Holding (Beijing) Co., Ltd ພ້ອມດ້ວຍ ຜູ້ແທນ ນັກທຸລະກິດລະດັບສູງຈາກ ສປ ຈີນ ຈຳນວນ 12 ບໍລິສັດ ເດີນທາງໄປສຶກສາສຳຫຼວດທາງດ້ານທຸລະກິດ
ແລະຊອກຫາໂອກາດການລົງທຶນຢູ່ ສປປ ລາວ.
ໂອກາດດັ່ງກ່າວ
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວຕ້ອນຮັບ ແລະ
ໄດ້ແຈ້ງສະພາບລວມຂອງ ການພັດທະນາເສດຖະກິດສັງຄົມຂອງ ສປປລາວໃນໄລຍະຜ່ານມາ ແລະ
ແຜນການທິດທາງໃນ 5ປີຕໍ່ໜ້າໃຫ້ຄະນະທີ່ເດີນທາງມາຄັ້ງນີ້ໄດ້ຮັບຮູ້
ເຊິ່ງຄະນະດັ່ງກ່າວ ປະກອບມີບັນດາບໍລິສັດຊັ້ນນຳ ໃນຂະແໜງການ,ກໍ່ສ້າງພື້ນ ຖານໂຄງລ່າງ, ພະລັງງານ, ບໍ່ແຮ່, ເຕັກໂນໂລຊີດິຈິຕອນ ແລະ ການເງິນ.
ໃນການພົບປະຄັ້ງນີ້ ໄດ້ມີການແລກປ່ຽນຫຼາຍບັນຫາສໍາຄັນ
ເປັນຕົ້ນແມ່ນ: ແຜນແມ່ບົດລວມ ແລະ ໂຄງການຈຸດສຸມ ຂອງພື້ນຖານໂຄງລ່າງການຂົນສົ່ງແຫ່ງຊາດ
ລາວ,
ຄວາມຄືບໜ້າຂອງການກໍ່ສ້າງທາງລົດໄຟ
ລາວ-ຫວຽດນາມ, ເງື່ອນໄຂການເຂົ້າເຖິງ ແລະ ນະໂຍບາຍທີ່ດິນ ສໍາລັບວິສາຫະກິດລົງທຶນ,
ໃນການພັດທະນາອະສັງຫາລິມະຊັບ, ແຜນການພັດທະນາເມືອງອັດສະລິຍະ (Smart City) ແລະ ພື້ນຖານໂຄງລ່າງຕົວເມືອງ ແລະ ການສົ່ງເສີມ ແລະ
ນຳໃຊ້ເຕັກໂນໂລຊີໃໝ່ ພ້ອມທັງການຮ່ວມມືດ້ານການຜະລິດພາຍໃນ ແລະ ບັນຫາອື່ນໆ.
