ຂ່າວພາຍໃນກະຊວງ

ທ່ານ ລັັດຖະມົນຕີກະຊວງ ຍທຂ ຕ້ອນຮັບນັກລົງທຶນພື້ນຖານໂຄງລ່າງຈາກ ສປຈີນ

2026-04-22 - Xaiya


ໃນວັນທີ 22 ເມສາ 2026 ທີ່ກະຊວງ ໂຍທາທິການ ແລະ ຂົນສົ່ງ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບຄະນະຜູ້ແທນ ຈາກບໍລິສັດ Lancang-Mekong Silk Road Holding (Beijing) Co., Ltd ພ້ອມດ້ວຍ ຜູ້ແທນ ນັກທຸລະກິດລະດັບສູງຈາກ ສປ ຈີນ ຈຳນວນ 12 ບໍລິສັດ ເດີນທາງໄປສຶກສາສຳຫຼວດທາງດ້ານທຸລະກິດ ແລະຊອກຫາໂອກາດການລົງທຶນຢູ່ ສປປ ລາວ.

ໂອກາດດັ່ງກ່າວ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວຕ້ອນຮັບ ແລະ ໄດ້ແຈ້ງສະພາບລວມຂອງ ການພັດທະນາເສດຖະກິດສັງຄົມຂອງ ສປປລາວໃນໄລຍະຜ່ານມາ ແລະ ແຜນການທິດທາງໃນ 5ປີຕໍ່ໜ້າໃຫ້ຄະນະທີ່ເດີນທາງມາຄັ້ງນີ້ໄດ້ຮັບຮູ້ ເຊິ່ງຄະນະດັ່ງກ່າວ ປະກອບມີບັນດາບໍລິສັດຊັ້ນນຳ ໃນຂະແໜງການ,ກໍ່ສ້າງພື້ນ ຖານໂຄງລ່າງ, ພະລັງງານ, ບໍ່ແຮ່, ເຕັກໂນໂລຊີດິຈິຕອນ ແລະ ການເງິນ.

        ໃນການພົບປະຄັ້ງນີ້ ໄດ້ມີການແລກປ່ຽນຫຼາຍບັນຫາສໍາຄັນ ເປັນຕົ້ນແມ່ນ: ແຜນແມ່ບົດລວມ ແລະ ໂຄງການຈຸດສຸມ ຂອງພື້ນຖານໂຄງລ່າງການຂົນສົ່ງແຫ່ງຊາດ ລາວ, ຄວາມຄືບໜ້າຂອງການກໍ່ສ້າງທາງລົດໄຟ ລາວ-ຫວຽດນາມ, ເງື່ອນໄຂການເຂົ້າເຖິງ ແລະ ນະໂຍບາຍທີ່ດິນ ສໍາລັບວິສາຫະກິດລົງທຶນ, ໃນການພັດທະນາອະສັງຫາລິມະຊັບ,  ແຜນການພັດທະນາເມືອງອັດສະລິຍະ (Smart City) ແລະ ພື້ນຖານໂຄງລ່າງຕົວເມືອງ ແລະ ການສົ່ງເສີມ ແລະ ນຳໃຊ້ເຕັກໂນໂລຊີໃໝ່ ພ້ອມທັງການຮ່ວມມືດ້ານການຜະລິດພາຍໃນ ແລະ ບັນຫາອື່ນໆ.


ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250