Ministry News
ເປີດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ ປະຈຳປີ 2026

ໃນວັນທີ 4 ເມສາ 2026 ທີ່ສວນປະຕູໄຊ ໄດ້ມີພິທີ ເປີດງານ ສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງ 2026 ພາຍໃຕ້ ຄໍາຂວັນ ດື່ມຢ່າງມີສະຕິ ເມົາບໍ່ຂັບລົດ ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ສີລິລາດ ທົງສິນທອງເພັງ, ປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ມີຮອງລັດຖະມົນຕີ, ບັນດາການນໍາທຸກຂັ້ນ ທັງສູນກາງ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ, ພາກທຸລະກິດທີ່ກ່ຽວຂ້ອງ, ນັກຮຽນ-ນັກສຶກສາ, ສື່ມວນຊົນເຂົ້າຮ່ວມ.
ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ໃນແຕ່ລະປີ, ອຸບປະຕິເຫດທາງບົກ ໄດ້ສ້າງຄວາມສູນເສຍຢ່າງມະຫາສານ ໃຫ້ແກ່ຊີວິດ, ຊັບສິນ ແລະ ຊັບພະຍາກອນມະນຸດຂອງຊາດເຮົາ. ຜ່ານການເກັບກຳຂໍ້ມູນ, ສາເຫດຕົ້ນຕໍ່ທີ່ພາໃຫ້ເກີດຄວາມສູນເສຍ ແມ່ນມາຈາກ ການດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບລົດໄວເກີນເຂດກຳນົດ. ການຈັດງານໃນຄັ້ງນີ້ ຈຶ່ງມີຈຸດປະສົງສໍາຄັນຄື: 1 ເພື່ອຈັດຕັ້ງຜັນຂະຫຍາຍຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໃນໄລຍະປີ 2021-2030 ເພື່ອເຮັດໃຫ້ອັດຕາຜູ້ບາດເຈັບສາຫັດ ແລະ ເສຍຊີວິດ ຫຼຸດລົງ 50% ໃນປີ 2030;
2 ເພື່ອເປັນການກະຕຸກຊຸກຍູ້ໃຫ້ ທຸກພາກສ່ວນມີສ່ວນຮ່ວມໃນການປ້ອງກັນ, ແກ້ໄຂ ວຽກງານຄວາມປອດໄພຕາມທາງຫຼວງ ໃຫ້ຜູ້ຂັບຂີ່ມີສະຕິຕື່ນຕົວ ເອົາໃຈໃສ່ຈັດຕັ້ງປະຕິບັດກົດລະບຽບຈະລາຈອນທາງບົກ, ຂັບຂີ່ລົດ ໃຫ້ມີຄວາມປອດໄພ ເປັນລະບຽບຮຽບຮ້ອຍ, ຫຼຸດຜ່ອນອຸບປະຕິເຫດຕາມທາງຫຼວງ;
3 ປຸກຈິດສຳນຶກ: ໃຫ້ທົ່ວສັງຄົມຮັບຮູ້ວ່າ "ຄວາມປອດໄພເລີ່ມຕົ້ນທີ່ຕົວເຮົາເອງ";
4 ປ່ຽນພຶດຕິກຳ: ໃຫ້ການ "ເມົາບໍ່ຂັບ" ກາຍເປັນວັດທະນະທຳໃໝ່ໃນການໃຊ້ລົດໃຊ້ຖະໜົນ;
5 ຫຼຸດຜ່ອນອຸບປະຕິເຫດ: ເພື່ອໃຫ້ທຸກຄອບຄົວໄດ້ຢູ່ຮ່ວມກັນຢ່າງມີຄວາມສຸກ ແລະ ບໍ່ຕ້ອງມີໃຜສູນເສຍຄົນຮັກຍ້ອນຄວາມປະໝາດ.
ການຈັດງານໃນມື້ນີ້ ຢັ້ງຢືນອີກເທື່ອໜຶ່ງເຖິງຄວາມເປັນຫ່ວງເປັນໄຍ, ຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບຂອງ ລັດຖະບານກໍ່ຄື ບັນດາແຂວງ ຕໍ່ວຽກງານຄວາມປອດໄພທາງຫຼວງ ແລະ ທັງເປັນການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການຈະລາຈອນທາງບົກ, ຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ແລະ ມະຕິຂອງອົງການສະຫະປະຊາຊາດ ກ່ຽວກັບການປັບປຸງຄວາມປອດໄພທາງຫຼວງໃນທົ່ວໂລກ.