Ministry News

ກອງປະຊຸມໃຫຍ່ ໜ່ວຍພັກຮາກຖານ ກົມຂົນສົ່ງ ຄັ້ງທີ VI

2026-03-06 - Xaiya

ໃນຕອນເຊົ້າຂອງ ວັນທີ 6 ມີນາ 2026 ກົມຂົນສົ່ງ ກະຊວງ ຍທຂ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງ​ທີ VI ຂອງໜ່ວຍພັກຮາກຖານ ກົມຂົນສົ່ງ,   ໃຫ້ກຽດເປັນປະທ່ານ ໂດຍ ສະຫາຍ ເຫຼັກໄຫຼ ສີວິໄລ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 12 ສະຫາຍ.

ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.

1.    ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ຮັບຮອງເອົາ ບົດລາຍງານການເມືອງຂອງຄະນະ   ໜ່ວຍພັກຮາກຖານສະໄໝທີ V ຊຶ່ງໄດ້ຕີລາຄາຜົນສໍາເລັດການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ໃນໄລ ຍະ 5 ປີຜ່ານມາ ທີ່ໄດ້ຮັບຜົນສຳເລັດຫລາຍອັນພົ້ນເດັ່ນ ແລະ ເປັນປັດໃຈຊຸກຍູ້ຕໍ່ການຫັນປ່ຽນຢ່າງແຂງແຮງໃນຊຸມປີຕໍ່ໜ້າ; ພ້ອມກັບຜົນສຳເລັດອັນສຳຄັນດັ່ງກ່າວກອງປະຊຸມໄດ້ເອກະພາບກັນຢ່າງພາລະວິໃສດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງໃນການນຳພາຊີ້ນຳຂອງຄະນະໜ່ວຍພັກ ກໍ່ຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານບາງດ້ານທີ່ຍັງບໍ່ທັນສາມາດບັນລຸຜົນຕາມຄາດໝາຍ ໂດຍສະແດງໃຫ້ເຫັນເຖິງສາຍເຫດຕົ້ນຕໍ ເພື່ອຈະໄດ້ກຳນົດທິດທາງມາດຕະຖານແກ້ໄຂໃຫ້ສອດຄ່ອງ ແລະ ແທດເໝາະ ເປັນເອກະສັນຮັບຮອງເອົາທິດທາງ, ແຜນການ 5 ປີ ນັບແຕ່ປີ 2025-2029, ເຊິ່ງມີເນື້ອໃນຕົ້ນຕໍ ດັ່ງນີ້:  

 

1)    ສືບຕໍ່ນໍາພາ​ພະນັກງານ-ສະມາຊິກ​ພັກ ​ເຂົ້າ​ຮ່ວມ​ການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາ​ສັ່ງຂອງພັກ ແລະ ເອກະສານການເມືອງອື່ນໆ ທີ່​ກະຊວງ​ຈັດ​ຂຶ້ນ ​ແລະ ນໍາມາ​ຈັດ​ຕັ້ງ​ເຜີຍ​ແຜ່ໃຫ້ທົ່ວເຖິງ; ສຶກສາອົບຮົມນຳພາແນວຄິດພະນັກງານ, ສະມາຊິກພັກ ຢ່າງເປັນປະຈຳ.

2)    ເອົາ​ໃຈ​ໃສ່ຊີ້​ນໍາ​ການຄົ້ນຄວ້າ​ນໍາສະ​ເໜີ​ວຽກ​ງານ​ຂະຫຍາຍ​ພັກ​​​ໃຫ້​ວ່ອງ​ໄວ​ທັນ​ເວລາ, ເອົາ​ໃຈ​ໃສ່​ຕິດຕາມ, ຊຸກຍູ້ການຕີລາຄາ​ປະ​ເມີນ​ຜົນວຽກ​ງານກໍ່ສ້າງໜ່ວຍ​ພັກປອດ​ໃສ, ເຂັ້ມແຂງ,  ໜັກ​ແໜ້ນ​​​ ໃຫ້ໄດ້ຕາມແຜນການ; ຄົ້ນຄວ້າການ​ບັນຈຸ​ຊັບຊ້ອນ​ພະນັກງານ, ປັບປຸງການກໍານົດ​ຕຳ​ແໜ່ງ​ງານ ​ແລະ ຄົ້ນຄວ້າປັບ ປຸງກົງຈັກ​ການຈັດ​ຕັ້ງ​​ໃຫ້​ກະທັດ​ຮັດ ​ເຂັ້ມ​ແຂງ;

3)    ເອົາໃຈໃສ່ນໍາພາຊຸກຍູ້ສາມອົງການຈັດຕັ້ງມະຫາຊົນຂອງກົມ ໃຫ້ມີການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ.

4)    ສູ້​ຊົນ​ສ້າງ​ໜ່ວຍ​ພັກ​ຂອງຕົນໃຫ້​ເປັນ​ໜ່ວຍ​ພັກປອດ​ໃສ, ​ເຂັ້ມ​ແຂງ, ໜັກ​ແໜ້ນ; ປະຕິບັດຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ, ມີການແບ່ງງານໃຫ້ຄະນະພັກ ແລະ ສະມາຊິກພັກຢ່າງຈະແຈ້ງ; ນຳພາບຳລຸງສ້າງພະນັກງານໃນດ້ານຕ່າງໆ ຕາມ​ແຜນການ​ກຳນົດ​ພະນັກງານ ນຳພາ-ຄຸ້ມ​ຄອງ​ຂອງ​ຕົນ.

5)    ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກ ເພື່ອຍາດແຍ່ງເອົາການສະໜັບສະໜູນດ້ານທຶນຮອນ ແລະ ເຕັກນິກວິຊາການ ເພື່ອພັດທະນາວຽກງານຂົນສົ່ງທາງບົກຕາມແຜນພັດທະນາຂອງຕົນ.

6)    ເອົາໃສ່ໃສນໍາພາ-ຊີ້ນໍາວຽກງານກວດກາ ໃຫ້ເຄື່ອນໄຫວຕາມພາລະບົດບາດ ເປັນປົກກະຕິ.   

 

7.    ກອງປະຊຸມໄດ້ບົງຕົວແຕ່ງຕັ້ງຄະນະໜ່ວຍພັກຮາກຖານກົມຂົນສົ່ງ ຊຸດໃໝ່ 3 ສະຫາຍຄຶ: ສະຫາຍ ຈັນທະລາ ພີມມະຈັກ ສະຫາຍ ນາງ ອໍາໄພວັນ ແກ້ວປະດິດ ສະຫາຍ ສິດທິພອນ ບຸຜາວັນ.

8.    ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະ​ຫາຍ ເຫຼັກໄຫຼ ສີວິໄລ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້​ນໍາຂອງຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້​ນໍາພະນັກງານ, ສະມາຊິກພັກ, ລັດຖະກອນ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ຈາກນັ້ນສະຫາຍ​ໄດ້ໃຫ້ທິດ​ຊີ້ນຳວຽກງານແຕ່ລະດ້ານ, ໂດຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ນຳພາ-ຊີ້​ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງ​ທີ VI ຂອງໜ່ວຍພັກຮາກຖານ ກົມ​ຂົນສົ່ງ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.

9.    ກອງປະຊຸມຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ ແລະ ລັດຖະກອນ ຂອງ​ກົມ​ຂົນສົ່ງ ຈົ່ງໄດ້ເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ນໍາເອົາມະຕິກອງປະຊຸມໃຫຍ່ ທີ່ໄດ້ຮັບຮອງເອົາແລ້ວນີ້, ໄປຄົ້ນຄວ້າຈັດຕັ້ງຜັນຂະຫຍາຍດ້ວຍຄວາມຮັບຜິດຊອບສູງ ເຂົ້າໃນວຽກງານຂອງຕົນໃຫ້ມີຜົນສຳເລັດຕາມຄາດໝາຍ ​ເພື່ອເຮັດໃຫ້ວຽກງານຂົນສົ່ງທາງບົກໄດ້ຮັບການພັດທະນາຂື້ນເປັນກ້າວໆ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250