ຂ່າວພາຍໃນກະຊວງ
ກອງປະຊຸມໃຫຍ່ ຄັ້ງທີ VI ໜ່ວຍພັກຮາກຖານ ກົມຂົນສົ່ງ
ໃນຕອນເຊົ້າຂອງ
ວັນທີ 6 ມີນາ 2026 ກົມຂົນສົ່ງ ກະຊວງ ຍທຂ ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຮາກຖານ ກົມຂົນສົ່ງ,
ໃຫ້ກຽດເປັນປະທ່ານ ໂດຍ ສະຫາຍ ເຫຼັກໄຫຼ ສີວິໄລ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ
ໂຍທາທິການ ແລະ ຂົນສົ່ງ, ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 12 ສະຫາຍ.
ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມ
ໄດ້ຍົກສູງຄວາມຮັບຜິດຊອບ ແລະ
ສຸມສະຕິປັນຍາຂອງຕົນເຂົ້າໃນການຄົ້ນຄວ້າປະກອບຄຳຄິດຄຳເຫັນຕໍ່ກອງປະຊຸມຢ່າງກົງໄປກົງມາ
ເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ
ສຳເລັດຕາມຈຸດປະສົງຄາດໝາຍທີ່ວາງໄວ້.
1. ກອງປະຊຸມໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງກົງໄປກົງມາ ແລະ ຮັບຮອງເອົາ ບົດລາຍງານການເມືອງຂອງຄະນະ ໜ່ວຍພັກຮາກຖານສະໄໝທີ V ຊຶ່ງໄດ້ຕີລາຄາຜົນສໍາເລັດການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ໃນໄລ ຍະ 5 ປີຜ່ານມາ ທີ່ໄດ້ຮັບຜົນສຳເລັດຫລາຍອັນພົ້ນເດັ່ນ ແລະ ເປັນປັດໃຈຊຸກຍູ້ຕໍ່ການຫັນປ່ຽນຢ່າງແຂງແຮງໃນຊຸມປີຕໍ່ໜ້າ; ພ້ອມກັບຜົນສຳເລັດອັນສຳຄັນດັ່ງກ່າວກອງປະຊຸມໄດ້ເອກະພາບກັນຢ່າງພາລະວິໃສດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງໃນການນຳພາຊີ້ນຳຂອງຄະນະໜ່ວຍພັກ ກໍ່ຄືການຈັດຕັ້ງປະຕິບັດໜ້າທີ່ວຽກງານບາງດ້ານທີ່ຍັງບໍ່ທັນສາມາດບັນລຸຜົນຕາມຄາດໝາຍ ໂດຍສະແດງໃຫ້ເຫັນເຖິງສາຍເຫດຕົ້ນຕໍ ເພື່ອຈະໄດ້ກຳນົດທິດທາງມາດຕະຖານແກ້ໄຂໃຫ້ສອດຄ່ອງ ແລະ ແທດເໝາະ ເປັນເອກະສັນຮັບຮອງເອົາທິດທາງ, ແຜນການ 5 ປີ ນັບແຕ່ປີ 2025-2029, ເຊິ່ງມີເນື້ອໃນຕົ້ນຕໍ ດັ່ງນີ້:
1) ສືບຕໍ່ນໍາພາພະນັກງານ-ສະມາຊິກພັກ ເຂົ້າຮ່ວມການຈັດຕັ້ງເຊື່ອມຊຶມບັນດາມະຕິ, ຄໍາສັ່ງຂອງພັກ ແລະ ເອກະສານການເມືອງອື່ນໆ ທີ່ກະຊວງຈັດຂຶ້ນ ແລະ ນໍາມາຈັດຕັ້ງເຜີຍແຜ່ໃຫ້ທົ່ວເຖິງ; ສຶກສາອົບຮົມນຳພາແນວຄິດພະນັກງານ, ສະມາຊິກພັກ ຢ່າງເປັນປະຈຳ.
2) ເອົາໃຈໃສ່ຊີ້ນໍາການຄົ້ນຄວ້ານໍາສະເໜີວຽກງານຂະຫຍາຍພັກໃຫ້ວ່ອງໄວທັນເວລາ, ເອົາໃຈໃສ່ຕິດຕາມ, ຊຸກຍູ້ການຕີລາຄາປະເມີນຜົນວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຕາມແຜນການ; ຄົ້ນຄວ້າການບັນຈຸຊັບຊ້ອນພະນັກງານ, ປັບປຸງການກໍານົດຕຳແໜ່ງງານ ແລະ ຄົ້ນຄວ້າປັບ ປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ ເຂັ້ມແຂງ;
3) ເອົາໃຈໃສ່ນໍາພາຊຸກຍູ້ສາມອົງການຈັດຕັ້ງມະຫາຊົນຂອງກົມ ໃຫ້ມີການເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ.
4) ສູ້ຊົນສ້າງໜ່ວຍພັກຂອງຕົນໃຫ້ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ປະຕິບັດຫຼັກການລວມສູນປະຊາທິປະໄຕ ຢ່າງເຂັ້ມງວດ, ມີການແບ່ງງານໃຫ້ຄະນະພັກ ແລະ ສະມາຊິກພັກຢ່າງຈະແຈ້ງ; ນຳພາບຳລຸງສ້າງພະນັກງານໃນດ້ານຕ່າງໆ ຕາມແຜນການກຳນົດພະນັກງານ ນຳພາ-ຄຸ້ມຄອງຂອງຕົນ.
5) ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກ ເພື່ອຍາດແຍ່ງເອົາການສະໜັບສະໜູນດ້ານທຶນຮອນ ແລະ ເຕັກນິກວິຊາການ ເພື່ອພັດທະນາວຽກງານຂົນສົ່ງທາງບົກຕາມແຜນພັດທະນາຂອງຕົນ.
6) ເອົາໃສ່ໃສນໍາພາ-ຊີ້ນໍາວຽກງານກວດກາ ໃຫ້ເຄື່ອນໄຫວຕາມພາລະບົດບາດ ເປັນປົກກະຕິ.
7. ກອງປະຊຸມໄດ້ບົງຕົວແຕ່ງຕັ້ງຄະນະໜ່ວຍພັກຮາກຖານກົມຂົນສົ່ງ ຊຸດໃໝ່ 3 ສະຫາຍຄຶ: ສະຫາຍ ຈັນທະລາ ພີມມະຈັກ ສະຫາຍ ນາງ ອໍາໄພວັນ ແກ້ວປະດິດ ສະຫາຍ ສິດທິພອນ ບຸຜາວັນ.
8. ກອງປະຊຸມໃຫຍ່ໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ເຫຼັກໄຫຼ ສີວິໄລ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນໍາຂອງຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນໍາພະນັກງານ, ສະມາຊິກພັກ, ລັດຖະກອນ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດຫຼາຍດ້ານ. ພ້ອມກັນນັ້ນ, ສະຫາຍຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຈະຕ້ອງໄດ້ສືບຕໍ່ປັບປຸງ, ແກ້ໄຂ ຈາກນັ້ນສະຫາຍໄດ້ໃຫ້ທິດຊີ້ນຳວຽກງານແຕ່ລະດ້ານ, ໂດຍມີຄວາມເຊື່ອໝັ້ນຕໍ່ຄະນະພັກຊຸດໃໝ່ ທີ່ຈະສືບຕໍ່ນຳພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງໜ່ວຍພັກຮາກຖານ ກົມຂົນສົ່ງ ໃຫ້ຍາດໄດ້ຜົນງານ ແລະ ມີຜົນສໍາເລັດຍິ່ງໃຫຍ່ກວ່າເກົ່າ.
9. ກອງປະຊຸມຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ ແລະ ລັດຖະກອນ ຂອງກົມຂົນສົ່ງ ຈົ່ງໄດ້ເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ ນໍາເອົາມະຕິກອງປະຊຸມໃຫຍ່ ທີ່ໄດ້ຮັບຮອງເອົາແລ້ວນີ້, ໄປຄົ້ນຄວ້າຈັດຕັ້ງຜັນຂະຫຍາຍດ້ວຍຄວາມຮັບຜິດຊອບສູງ ເຂົ້າໃນວຽກງານຂອງຕົນໃຫ້ມີຜົນສຳເລັດຕາມຄາດໝາຍ ເພື່ອເຮັດໃຫ້ວຽກງານຂົນສົ່ງທາງບົກໄດ້ຮັບການພັດທະນາຂື້ນເປັນກ້າວໆ.