Ministry News

ສປປ ລາວ ແລະ ສາທາລະນະລັດ ໂອຕຣິດ ລົງນາມສົນທິສັນຍາທະວີພາຄີ ວ່າດ້ວຍການຂົນສົ່ງທາງອາກາດ

2025-03-24 - Sayphone




ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີລົງນາມສັນຍາທະວິພາຄີ ວ່າດ້ວຍການຂົນສົ່ງທາງອາກາດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ໂອຕຣິດ. ເມື່ອບໍ່ດົນມານີ້ ທີ່ກະຊວງ ຍທຂ ຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ໂດຍ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ວິວແຮມ ດົນໂກ ເອກອັກຄະລັດຖະທູດແຫ່ງ ໂອຕຣິດ ປະຈຳລາວ.

ຮ່ວມເປັນສັກຂີພິຍານຝ່າຍລາວ ໂດຍ ກົມກອງທີ່ກ່ຽວຂ້ອງພາຍໃນກະຊວງ ຍທຂ ກົມສົນທິສັນຍາ ແລະ ກົດໝາຍ ແລະ ກົມເອີຣົບ-ອາເມລິກາ ກະຊວງການຕ່າງປະເທດ. ຝ່າຍໂອຕຣິດ ໂດຍທ່ານ ເອກອັກຄະລັດຖະທູດທ່ານກົງສູນກິດຕິມະສັກປະຈຳລາວ.

ຈຸດປະສົງການລົງນາມສັນຍາທະວີພາຄີໃນຄັ້ງນີ້ ເພື່ອເພີ່ມທະວີການຮ່ວມມືຂອງທັງສອງປະເທດ ດ້ານວຽກງານການບິນພົນລະເຮືອນ ເພື່ອຮັບປະກັນການເຊື່ອມໂຍງເຊື່ອມຈອດ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າສົ່ງເສີມການທ່ອງທ່ຽວການຄ້າ ແລະ ການລົງທຶນ ລະຫວ່າງ ປະເທດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250