ຂ່າວພາຍໃນກະຊວງ
ສປປ ລາວ ແລະ ສາທາລະນະລັດ ໂອຕຣິດ ລົງນາມສົນທິສັນຍາທະວີພາຄີ ວ່າດ້ວຍການຂົນສົ່ງທາງອາກາດ
ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີລົງນາມສັນຍາທະວິພາຄີ ວ່າດ້ວຍການຂົນສົ່ງທາງອາກາດ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ໂອຕຣິດ. ເມື່ອບໍ່ດົນມານີ້ ທີ່ກະຊວງ ຍທຂ ຕາງໜ້າໃຫ້ແກ່ລັດຖະບານ ສປປ ລາວ ໂດຍ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ວິວແຮມ ດົນໂກ ເອກອັກຄະລັດຖະທູດແຫ່ງ ໂອຕຣິດ ປະຈຳລາວ.
ຮ່ວມເປັນສັກຂີພິຍານຝ່າຍລາວ ໂດຍ ກົມກອງທີ່ກ່ຽວຂ້ອງພາຍໃນກະຊວງ ຍທຂ ກົມສົນທິສັນຍາ ແລະ ກົດໝາຍ ແລະ ກົມເອີຣົບ-ອາເມລິກາ ກະຊວງການຕ່າງປະເທດ. ຝ່າຍໂອຕຣິດ ໂດຍທ່ານ ເອກອັກຄະລັດຖະທູດ, ທ່ານກົງສູນກິດຕິມະສັກປະຈຳລາວ.
ຈຸດປະສົງການລົງນາມສັນຍາທະວີພາຄີໃນຄັ້ງນີ້ ເພື່ອເພີ່ມທະວີການຮ່ວມມືຂອງທັງສອງປະເທດ ດ້ານວຽກງານການບິນພົນລະເຮືອນ ເພື່ອຮັບປະກັນການເຊື່ອມໂຍງເຊື່ອມຈອດ, ການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ, ສົ່ງເສີມການທ່ອງທ່ຽວ, ການຄ້າ ແລະ ການລົງທຶນ ລະຫວ່າງ 2 ປະເທດ.