Activity News

ຊາວຫນຸ່ມ ກະຊວງ ຍທຂ ຈັດກິດຈະກຳແຂ່ງຂັນກິລາບານເຕະຊາຍມິດຕະພາບ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຄະນະບໍລິຫານງານຊາວຫນຸ່ມ ກະຊວງ ຍທຂ

2019-12-09 - Administrator

ຄະນະ​ບໍລິຫານ​ງານຊາວ​ຫນຸ່​ມ ກະຊວງ ຍທຂ ຈັດ​ກິດຈະກຳ​ແຂ່ງຂັນ​ກິລາ​ບານ​ເຕະຊາຍມິດຕະພາບ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XI ຂອງຄະນະ​ບໍລິຫານ​ງານຊາວ​ຫນຸ່​ມ ກະຊວງ ຍທຂ ພ້ອມທັງສ້າງໂອກາດສະ​ເຫຼີ​ມສະຫຼອງ​ວັນຊາດ ທີ 2 ທັນວາ 2019 ຄົບຮອບ 44 ປີ (2 ທັນວາ 1975 ຫາ 2 ທັນວາ 2019) ​ແລະ ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ ​ແລະ ​ເພື່ອໃຫ້ສະມາຊິກ​ຊາວ​ຫນຸ່ມ, ພະນັກງານ, ສະມາຊິກພັກພາຍ​ໃນກະຊວງ ຍທຂ ​ໄດ້ຮັດ​ແໜ້ນຄວາມ​ສາມັກຄີ​ຮັກ​ແພງ ​ແລະ ​ແລກປ່ຽນບົດຮຽນ​ທາງ​ດ້ານ​ວິຊາ​ການໃຫ້​ເຊິ່ງກັນ ​ແລະ ກັນ ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ.



ກິດຈະກຳ​ຄັ້ງ​ນີ້ ​ໄດ້​ມີຂຶ້ນ ​ເມື່ອ​ວັນ​ທີ 6 ທັນວາ 2019 ຜ່ານ​ມາ ທີ່​ສະໜາມກິລາ​ເຕະບານ​ຫຍ້າ​ທຽມ ສັບພະ​ວິຊາ ​ເມືອງ​ສີ​ສັດຕະ​ນາກ ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ​ສະຫາຍ ລັນ ​ແສງອາພອນ ຄະນະ​ປະ​ຈຳ​ພັກກະຊວງ, ຫົວໜ້າ​ກົມ​ຈັດ​ຕັ້ງ ​ແລະ ພະນັກງານ; ສະຫາຍ ຈັນທະ​ລາ ພີ​ມມະ​ຈັກ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ ຍທຂ ​ແລະ ມີ​ບັນດາຄະນະ​ບໍລິຫານ​ງານ​ຊາວ​ຫນຸ່ມ​ກະຊວງ ພ້ອມດ້ວຍ​ບັນດາສະມາຊິກ​ຊາວ​ຫນຸ່ມ 23 ຮາກ​ຖານ ອ້ອມ​ຂ້າງ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແລະ ພະນັກງານທີ່​ກ່ຽວຂ້ອງເຂົ້າຮ່ວມ.





ການ​​ແຂ່ງຂັນ​ກິລາ​ບານ​ເຕະຊາຍມິດຕະພາບ ​ເພື່ອ​ຂ່ຳນັບ​ຮັບ​ຕ້ອນ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ XI ຂອງຄະນະ​ບໍລິຫານ​ງານຊາວ​ຫນຸ່​ມ ກະຊວງ ຍທຂ ພ້ອມທັງສ້າງໂອກາດສະ​ເຫຼີ​ມສະຫຼອງ​ວັນຊາດ ທີ 2 ທັນວາ 2019 ຄົບຮອບ 44 ປີ (2 ທັນວາ 1975 ຫາ 2 ທັນວາ 2019) ​ແລະ ວັນ​ສຳຄັນ​ຕ່າງໆ​ຂອງ​ຊາດ. ຜ່ານ​ການແຂ່ງຂັນບານ​ເຕະ​ຊາຍ ​ປະກອບ​ມີ 4 ທີ​ມ ຜົນ​ປະກົດ​ວ່າ:  ທີ​ມ​​ເຕະບານຊາຍ​ທີ​ມ 2 (ປະກອບ​ມີ: ກົມ​ນ້ຳ​ປະປາ, ກົມ​ການ​ເງິນ, ກອງ​ຈະລາຈອນ​ທາງ​ອາກາດລາວ, ກອງ​ສະໜາມ​ບິນ​ລາວ​, ກົມ​ຂົນ​ສົ່ງ, ສະ​ຖາ​ບັນ​ຝຶກ​ອົບຮົມ ຍທຂ)​ໄດ້​ຄອງ​ຂັນ​ຊະ​ນະ​ເລີດເລ​ຂາ​ຄະນະ​ບໍລິຫານ​ງານຊາວ​ໜຸ່ມ ຍທຂ, ທີ​ມ 4 ​ໄດ້​ຮອງ​ຊະ​ນະ​ເລີດ ​ແລະ ທີ​ມ 1 ​ແລະ ທີ​ມ 3 ​ໄດ້​ອັນ​ດັບ​ທີ 3.








About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250