ຄະນະບໍລິຫານງານຊາວຫນຸ່ມ ກະຊວງ ຍທຂ ຈັດກິດຈະກຳແຂ່ງຂັນກິລາບານເຕະຊາຍມິດຕະພາບ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງຄະນະບໍລິຫານງານຊາວຫນຸ່ມ ກະຊວງ ຍທຂ ພ້ອມທັງສ້າງໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ 2019 ຄົບຮອບ 44 ປີ (2 ທັນວາ 1975 ຫາ 2 ທັນວາ 2019) ແລະ ວັນສຳຄັນຕ່າງໆຂອງຊາດ ແລະ ເພື່ອໃຫ້ສະມາຊິກຊາວຫນຸ່ມ, ພະນັກງານ, ສະມາຊິກພັກພາຍໃນກະຊວງ ຍທຂ ໄດ້ຮັດແໜ້ນຄວາມສາມັກຄີຮັກແພງ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການໃຫ້ເຊິ່ງກັນ ແລະ ກັນ ຢ່າງເປັນຂະບວນຟົດຟື້ນ.
![](/web/image/1748/w6.jpg?access_token=01a6baa6-7afb-4bd5-be67-6b1d84e1ba08)
ກິດຈະກຳຄັ້ງນີ້ ໄດ້ມີຂຶ້ນ ເມື່ອວັນທີ 6 ທັນວາ 2019 ຜ່ານມາ ທີ່ສະໜາມກິລາເຕະບານຫຍ້າທຽມ ສັບພະວິຊາ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ລັນ ແສງອາພອນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ; ສະຫາຍ ຈັນທະລາ ພີມມະຈັກ ຮອງເລຂາຄະນະບໍລິຫານງານຊາວຫນຸ່ມ ຍທຂ ແລະ ມີບັນດາຄະນະບໍລິຫານງານຊາວຫນຸ່ມກະຊວງ ພ້ອມດ້ວຍບັນດາສະມາຊິກຊາວຫນຸ່ມ 23 ຮາກຖານ ອ້ອມຂ້າງກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
![](/web/image/1749/w7.jpg?access_token=8e5f4cfc-0952-43af-8885-ed876732eb37)
![](/web/image/1750/w8.jpg?access_token=67dc0e42-463c-4295-b539-ebe7ab7bcb3e)
ການແຂ່ງຂັນກິລາບານເຕະຊາຍມິດຕະພາບ ເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງຄະນະບໍລິຫານງານຊາວຫນຸ່ມ ກະຊວງ ຍທຂ ພ້ອມທັງສ້າງໂອກາດສະເຫຼີມສະຫຼອງວັນຊາດ ທີ 2 ທັນວາ 2019 ຄົບຮອບ 44 ປີ (2 ທັນວາ 1975 ຫາ 2 ທັນວາ 2019) ແລະ ວັນສຳຄັນຕ່າງໆຂອງຊາດ. ຜ່ານການແຂ່ງຂັນບານເຕະຊາຍ ປະກອບມີ 4 ທີມ ຜົນປະກົດວ່າ: ທີມເຕະບານຊາຍທີມ 2 (ປະກອບມີ: ກົມນ້ຳປະປາ, ກົມການເງິນ, ກອງຈະລາຈອນທາງອາກາດລາວ, ກອງສະໜາມບິນລາວ, ກົມຂົນສົ່ງ, ສະຖາບັນຝຶກອົບຮົມ ຍທຂ)ໄດ້ຄອງຂັນຊະນະເລີດເລຂາຄະນະບໍລິຫານງານຊາວໜຸ່ມ ຍທຂ, ທີມ 4 ໄດ້ຮອງຊະນະເລີດ ແລະ ທີມ 1 ແລະ ທີມ 3 ໄດ້ອັນດັບທີ 3.
![](/web/image/1751/c1.jpg?access_token=4bbb6ad2-a02e-4706-856a-d0834c4039c2)
![](/web/image/1752/c2.jpg?access_token=8cdf090a-ba90-4027-9e25-555f4fa16443)
![](/web/image/1753/c3.jpg?access_token=01a30f9d-5b2e-4ad7-a9c8-d68f48ae2577)
![](/web/image/1754/c4.jpg?access_token=2361a8e5-1e30-4de4-9167-43f834b622e4)