Ministry News

ພິທີເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I ຂອງກະຊວງໂຍທາທິການ ແລະ ຂົນສົ່ງ

2024-07-26 - Viengkhone


  ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເປີດຊຸດຮຽນທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I ຂື້ນ ໃນວັນທີ 25 ກໍລະກົດ 2024 ຢູ່ທີ່ສະຖາບັນໂຍທາທິການ ແລະ ຂົນສົ່ງ (ຫລັກ 19) ໃຫ້ກຽດເຂົ້າຮ່ວມໃນການເປີດຊຸດຮຽນຄັ້ງນີ້ມີ ສະຫາຍ ຮສ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ຫົວໜ້າສະຖາບັນການເມືອງ-ການປົກຄອງແຫ່ງຊາດ, ສະຫາຍ ລັນ ແສງອາພອນ  ຮອງເລຂາຄະນະບໍລິຫານພັກຄະນະປະຈຳພັກ, ຮອງລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ຫົວໜ້າສະຖາບັນ ຍທຂ, ຫົວໜ້າກົມ, ຫົວໜ້າພະແນກຈາກສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຮອງກົມອ້ອມຂ້າງກະຊວງ ແລະ ບັນດາຄູອາຈານ, ແຂກທີ່ມີກຽດ ແລະ ນັກສໍໍມະນາກອນ ເຂົ້າຮ່ວມໃນພີທີເປີດຊຸດຮຽນຄັ້ງນີ້.

        ຈຸດປະສົງ ເພື່ອຍົກສູງຄວາມຮັບຮູ້ຄວາມເຂົ້າໃຈກ່ຽວກັບທິດສະດີການເມືອງ, ທິດສະດີ ມາກ-ເລນິນ, ພຶດຕິກຳຂອງພັກເຮົາໃນແຕ່ລະໄລຍະໃຫ້ແກ່ສະມາຊິກພັກ-ພະນັກງານຫຼັກແຫຼ່ງພາຍໃນ ກະຊວງໂຍທາທິການ ແລະ ຂົນສົ່ງ ເພື່ອສ້າງໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງ, ເສີມຂະຫຍາຍທັດສະນະປະຕິວັດໃຫ້ໜັກແໜ້ນຂຶ້ນຕື່ມ, ຍົກສູງຄວາມສາມາດໃນການວິເຄາະບັນຫາຢ່າງມີວິທະຍາສາດ ແລະ ມີຄວາມສາມາດໃນການນໍາໃຊ້ວິທີວິທະຍາສາດໃນການນໍາພາ-ຄຸ້ມຄອງວິທີການເຝິກຝົນຫຼໍ່ຫຼອມບຸກຄະລິກຂອງພະນັກງານນຳພາ-ຄຸ້ມຄອງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງປະເທດຊາດໃນໄລຍະໃໝ່ ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ກ້າວໜ້າຢ່າງບໍ່ຢຸດຢັ້ງ ແລະ ເພື່ອເຮັດໃຫ້ທິດສະດີການເມືອງ ອັນປະກອບດ້ວຍທິດສະດີມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະ ປະຫວັດສາດຂອງພັກ, ຂອງຊາດ, ກົດລະບຽບພັກ, ແນວທາງນະໂຍບາຍຂອງພັກ ແລະ ລັດ ກາຍເປັນພື້ນຖານແນວຄິດ ແລະ ການກະທຳຂອງສະມາຊິກພັກ-ພະນັກງານ ສາມາດເຮັດໃຫ້ທຸກຄົນມີຄວາມຮັບຮູ້, ເຂົ້າໃຈ, ມີຄວາມເຊື່ອໝັ້ນ, ມີສະຕິຕື່ນຕົວປະຕິບັດແນວທາງນະໂຍບາຍຂອງພັກ ແລະ ລັດ, ຍົກລະດັບຄວາມຮູ້ກ່ຽວກັບທັດສະນະ, ນະໂຍບາຍຂອງພັກ-ລັດຢ່າງເລິກເຊິ່ງ, ມີຫຼັກໝັ້ນຢ່າງ  ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດດີ, ມີຈິດໃຈຮັກຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ. ສາມາດຮັບຮອງກັບໜ້າທີ່ການເມືອງໃນໄລຍະໃໜ່ ຂອງເງື່ອນໄຂແຫ່ງການເຊື່ຶອມໂຍງກັບພາກພື້ນ ແລະ ສາກົນໃນປະຈຸບັນ ເພື່ອນຳເອົາຄວາມຮູ້ເຫລົ່ານັ້ນມາໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ການເມືອງ ແລະ ວຽກງານຕົວຈິງຂອງຕົນເອງຮັບຜິດຊອບໃຫ້ເກີດຜົນປະໂຫຍດສູງສຸດ ແລະ ກາຍເປັນພະນັກງານຫລັກແຫຼ່ງສືບທອດປ່ຽນແທນໃນອານາຄົດ ໃຫ້​​ສອດຄ່ອງຕາມແຜນພັດທະນາ ບຸກຄະລາກອນ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ທີ່ວາງອອກ.


         ໃນຊຸດຮຽນທິດສະດີການເມືອງຄັ້ງນີ້ ແມ່ນຈະໃຊ້ເວລາ 90 ວັນ ຫຼື 13 ອາທິດເຕັມ ຊຶ່ງຈະເລີ່ມແຕ່ວັນທີ 29 ເດືອນ ກໍລະກົດ 2024  ຈົນໄປຮອດ ວັນທີ 4 ເດືອນ ພະຈິກ 2024, ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 30 ສະຫາຍ, ຍິງ 06 ສະຫາຍ ແລະ ຄາດວ່າຈະມີ ຄູ-ອາຈານ ສິດສອນທັງໝົດ ຈໍານວນ 35 ສະຫາຍ, ຍິງ 11 ສະຫາຍ ຊຶ່ງມາຈາກ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ນອກຈາກນັ້ນ ກໍຍັງຈະມີຄະນະພັກ ຄະນະນໍາກະຊວງ ແລະ ບັນດາຫົວໜ້າກົມອ້ອມຂ້າງກະຊວງ ຍທຂ ຂອງພວກເຮົາ ກໍ່ຈະໄດ້ໃຫ້ກຽດມາຂຶ້ນຫ້ອງໃນບັນດາຫົວຂໍ້ທີ່ກ່ຽວຂ້ອງກັບວຽກຂອງບັນດາກົມດັ່ງກ່າວ ອັນຈະເຮັດໃຫ້ການຮຽນໃນຄັ້ງນີ້ມີເນື້ອໃນໜັກແໜ້ນ ແລະ ອຸດົມສົມບູນທັງຫຼັກທິດສະດີ ແລະ ຫຼັກວິຊາການ, ເຊິ່ງການຮຽນຈະປະກອບມີຫຼາຍກິດຈະກຳເຊັ່ນ: ການຮ່ຳຮຽນທິດສະດີຢູ່ຫ້ອງຮຽນ, ການຄົ້ນຄວ້າເປັນໜ່ວຍ, ການຄົ້ນຄວ້າລວມຫ້ອງ, ການໄປທັດສະນະສຶກສາຢ້ຽມຢາມສະຖານທີ່ສຳຄັນໆ ທາງດ້ານມູນເຊື້ອ ທິດສະດີ ການເມືອງ ແລະ ການປົກຄອງ ທີ່ສອດຄ່ອງກັບເນື້ອໃນຫຼັກສູດເຊັ່ນ: ຫໍພິພິດຕະພັນຂອງອະດີດຜູ້ນຳ ແລະ ໄປຖອດຖອນບົດຮຽນນຳ ຫົວໜ່ວຍຜະລິດເປັນສິນຄ້າ ຫຼື ຫົວໜ່ວຍບໍລິການທີ່ສຳຄັນຕ່າງໆ. ນອກຈາກນັ້ນ, ກໍຍັງຈະມີການຂຽນບົດ, ການຜ່ານບົດເກັບກ່ຽວບຸກຄົນ ພ້ອມທັງ ການຮັບລາຍງານສ່ອງແສງເປັນລາຍອາທິດ ແລະ ແກ້ໄຂຂໍ້ຂ້ອງໃຈຕ່າງໆ ຈາກບັນດາອາຈານປະຈຳພາກວິຊາອີກດ້ວຍ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250