Ministry News

ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ຣາຊະອານາຈັກໄທ

2024-07-19 - Sayphone



             ໃນຕອນບ່າຍວັນທີ 19 ກໍລະກົດ 2024 ທ່ານ ສຸລະພົງ ປີຍະໂຊດ ຮອງລັດຖະມົນຕີ ກະຊວງຄົມມະນາຄົມ ແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຮັດວຽກທາງລັດຖະກິດ ຢູ່ ສປປ ລາວ ຢ່າງເປັນທາງການ ເຊິ່ງໃນຕອນບ່າຍເວລາ 14:00 ໂມງ ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໄດ້ຈັດກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ກະຊວງຄົມມະນາຄົມ ຣາຊະອານາຈັກໄທ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊສົງຄາມ ມະໂນທັມ ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ສປປ ລາວ ແລະ ທ່ານ ສຸລະພົງ ປີຍະໂຊດ, ຮອງລັດຖະມົນຕີ ກະຊວງຄົມມະນາຄົມ ແຫ່ງຣາຊະອານາຈັກໄທ ໂດຍປະກອບມີ ບັນດາທ່ານຄະນະຜູ້ແທນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໃນກອງປະຊຸມດັ່ງກ່າວ, ທັງສອງຝ່າຍໄດ້ຮ່ວມກັນແລກປ່ຽນຂໍ້ມູນຂ່າວສານ ແລະ ປຶກສາຫາລືກັນຕໍ່ກັບກອບການຮ່ວມມືຂອງສອງປະເທດເວົ້າລວມ, ເວົ້າສະເພາະແມ່ນໃນຂະແໜງຄົມມະນາຄົມ-ຂົນສົ່ງ ເຊິ່ງໄດ້ລົງເລິກປຶກສາຫາລືກັນເປັນຕົ້ນ: ການອໍານວຍຄວາມສະດວກໃນການຂົນສົ່ງໂດຍສານ ແລະ ສິນຄ້າຂ້າມແດນລະຫວ່າງສອງປະເທດ ລາວ-ໄທ ເຊັ່ນ: ຄວາມພ້ອມຮອບດ້ານໃນການດໍາເນີນງານການແລ່ນລົດໄຟລາວ-ໄທ ຢູ່ສະຖານີວຽງຈັນ(ຄໍາສະຫວາດ), ການເປີດສາຍທາງຂົນສົ່ງໂດຍສານ ແລະ ສິນຄ້າເພີ້ມລະຫວ່າງສອງປະເທດ, ຄວາມເປັນໄປໄດ້ໃນການສ້າງຂົວສະເພາະລົດໄຟແຕ່ນະຄອນຫຼວງວຽງຈັນ-ຈັງຫວັດໜອງຄາຍ, ຄວາມເປັນໄປໄດ້ໃນການເພີ້ມການຮັບນໍ້າໜັກຂອງຂົວມິດຕະພາບລາວ-ໄທແຫ່ງທີ 1. ນອກນັ້ນ, ທັງສອງຝ່າຍຍັງໄດ້ຮ່ວມກັນປຶກສາຫາລືກ່ຽວກັບແຜນການຮ່ວມມືດ້ານການພັດທະນາບຸກຄະລະກອນລະຫວ່າງສອງກະຊວງຕື່ມອີກ.

ພາຍຫຼັງສໍາເລັດກອງປະຊຸມສອງຝ່າຍແລ້ວ, ທ່ານ ໄຊສົງຄາມ ມະໂນທັມ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ ກໍ່ໄດ້ນໍາພາ ຄະນະຜູ້ແທນຂອງຝ່າຍໄທ ລົງຢ້ຽມຢາມສະຖານີຂົນສົ່ງສິນຄ້າລາວ-ໄທ ແລະ ຈຸດຄ່ຽນຖ່າຍສິຄ້າລາງສູ່ລາງລະຫວ່າງລົດໄຟລາວ-ໄທ ແລະ ລາວ-ຈີນ; ພ້ອມນັ້ນ, ກໍ່ໄດ້ລົງຢ້ຽມຢາມສະຖານີລົດໄຟນະຄອນຫຼວງວຽງຈັນ (ລົດໄຟລາວ-ຈີນ).


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250