Ministry News

ທ່ານ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈໍາ ສປປ ລາວ.

2024-07-15 - Sayphone


ໃນຕອນເຊົ້າວັນທີ 12 ກໍລະກົດ 2024 ເວລາ 11:00 ໂມງ, ທ່ານ ງາມປະສົງ ເມືອງມະນີ (H.E. Mr. Ngampasong MUONGMANY) ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຕ້ອນ ຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ອິນາ ມາຈູລໍນີແຕ (H.E. Ms. Ina Marciulionyteເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈໍາ ສປປ ລາວທີ່ກະຊວງ ຍທຂ ໃນໂອກາດທີ່ສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້ທ່ານ ງາມປະສົງ ເມືອງມະນີ  ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດ ຕະຫຼອດໄລຍະເວລາດຳລົງຕຳແໜ່ງ ຢູ່ ສປປ ລາວ ໃນໄລຍະຜ່ານມາໂດຍໄດ້ປະກອບສ່ວນເຂົ້າໃນວຽກງານສົ່ງເສີມ ແລະ ຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານ ລະຫວ່າງ ສປປ ລາວ ແລະ ສະຫະພາບເອີຣົບ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງ ໃນຂະ      ແໜງ ໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນ ວຽກງານການຂົນສົ່ງ, ວຽກງານຂົວທາງ ແລະ ວຽກງານນຳ້ປະປາ ຜ່ານການຊ່ວຍເຫຼືອລ້າ ແລະ ກູ້ຢືມ ເປັນຕົ້ນ ໂຄງການນຳ້ປະປາ ຢູ່ບັນດາແຂວງພາກກາງ, ໂຄງ ການຂົນສົ່ງຕົວເມືອງແບບຍືນຍົງ ນະຄອນຫຼວງວຽງຈັນ, ໂຄງການກໍ່ສ້າງເສັ້ນທາງຊົນນະບົດແບບຍືນຍົງ ຢູ່ບັນດາແຂວງ, ໂຄງການຍົກລະດັບທາງຫຼວງແຫ່ງຊາດ ເລກທີ 13 ໃຕ້, ໂຄງການຍົກລະດັບທາງຫຼວງແຫ່ງຊາດ ເລກທີ 2E ແລະ ການສ້າງຈິດສຳນຶກ ເພື່ອການຂັບຂີ່ທີ່ປອດໄພຕາມທາງຫຼວງ.

ໃນໂອກາດດຽວກັນນີ້ທ່ານເອກອັກຄະລັດຖະທູດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະ ມົນຕີ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ສປປ ລາວ ກໍ່ຄືພາກ ສ່ວນກ່ຽວຂ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມື ໃນໄລຍະການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ໄດ້ຮັບຜົນສໍາເລັດເປັນຢ່າງດີ ແລະ ສຶບຕໍ່ຮ່ວມມືໃນວຽກງານຂອງ ຂະແໜງ ການ ໂຍທາທິການ ແລະ ຂົນສົ່ງ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250