Ministry News

ພິທີ ມອບ-ຮັບ ອຸປະກອນ ແລະ ເຄື່ອງມື ສຳລັບນຳໃຊ້ເຂົ້າໃນວຽກງານການຄຸ້ມຄອງນໍ້າບໍ່ສ້າງລາຍຮັບ (Non-Revenue Water)

2024-03-07 - Xaiya

ໃນຕອນເຊົ້າ ຂອງວັນທີ 04 ມີນາ 2024 ທີ່ ກົມນໍ້າປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງ, ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ເຄື່ອງມື ສຳລັບນຳໃຊ້ເຂົ້າໃນວຽກງານການຄຸ້ມຄອງນໍ້າບໍ່ສ້າງລາຍຮັບ (Non-Revenue Water) ໃຫ້ແກ່ລັດວິສາຫະກິດນໍ້າປະປາ ໃນຂອບເຂດທົ່ວປະເທດ. ໂດຍການເປັນປະທານ ຂອງທ່ານ ສົມປອງ ສິດທິວົງ, ຫົວໜ້າກົມນໍ້າປະປາ ກະຊວງໂຍທາທິການ ແລະ ຂົນສົ່ງ; ເຊິ່ງມີ ຮອງຫົວໜ້າກົມນໍ້າປະປາ, ຄະນະຮັບຜິດຊອບໂຄງການ, ທີມງານຊ່ຽວຊານໂຄງການ ແລະ ລັດວິສາຫະກິດນໍ້າປະປາ ແຂວງຫຼວງນໍ້າທາ (ຕົວແທນລັດວິສາຫະກິດນໍ້າປະປາໃນຂອບເຂດທົ່ວປະເທດ ເປັນຜູ້ຮັບ) ເຂົ້າຮ່ວມ.

ໂດຍປະຕິບັດຕາມເປົ້າໝາຍການພັດທະນາແບບຍືນຍົງ ເປົ້າໝາຍທີ 06  ທີ່ອົງການສະຫະປະຊາຊາດໄດ້ລະບຸໄວ້ ໂດຍສະເພາະແມ່ນ SDG 6.1: ພາຍໃນປີ 2030 ໃຫ້ທຸກຄົນສາມາດເຂົ້າເຖິງນໍ້າດື່ມທີ່ປອດໄພ ແລະ ລາຄາບໍ່ແພງ ຢ່າງທົ່ວເຖິງ ແລະ ເທົ່າທຽມກັນ. ໂດຍອີງຕາມ ວິໄສຮອດປີ 2035, ຍຸດທະສາດການພັດທະນາຂະແໜງນໍ້າປະປາ ແລະ ສຸຂາພິບານ ໄລຍະ 09 ປີ (2022-2030) ແລະ ແຜນພັດທະນາ ໄລຍະ 04 ປີ (2022-2025) ໃນນັ້ນ ເປົ້າໝາຍລວມຂອງຍຸດທະສາດດັ່ງກ່າວ ໄລຍະແຕ່ນີ້ຮອດປີ 2030 ໃຫ້ໝົດທຸກຄົນທີ່ດໍາລົງຊີວິດຢູ່ໃນຕົວເມືອງ ເຂົ້າເຖິງນໍ້າປະປາ ແລະ ສຸຂາພິບານ ທີ່ມີການຄຸ້ມຄອງຢ່າງປອດໄພ, ກວ້າງຂວາງ, ທົ່ວເຖິງ, ທີ່ເປັນໜ້າເພິ່ງພໍໃຈ ແລະ ໃນລາຄາທີ່ສົມເຫດສົມຜົນ ໂດຍສູ້ຊົນຮັບປະກັນໃຫ້ ປະຊາກອນ 90% ທີ່ອາໄສໃນເທດສະບານແຂວງ  ແລະ ເມືອງ ເຂົ້າເຖິງນໍ້າປະປາ ທີ່ສະອາດ ປອດໄພ.

ກົມນໍ້າປະປາ ໄດ້ຈັດຕັ້ງປະຕິບັດ ໂຄງການຍົກລະດັບການຄຸ້ມຄອງຊັບສິນຄົງທີ່ ດ້ວຍການນໍາໃຊ້ລະບົບຂໍ້ມູນຂ່າວສານດ້ານພູມີສາດ (GIS) ພາຍໃຕ້ທຶນຊ່ວຍເຫຼືອລ້າ ຂອງວິສາຫະກິດດ້ານນ້ຳເມືອງອໍາສະເຕີດໍາ (Waternet Amsterdam) ໄດ້ແບ່ງອອກເປັນ 3 ໄລຍະ (2018-2022, 2023-2026 ແລະ 2027-2030).

ໃນໄລຍະການຈັດຕັ້ງປະຕິບັດຢູ່ໃນໄລຍະປັດຈຸບັນ, ລັດວິສາຫະກິດດ້ານນໍ້າ ຂອງນະຄອນຫຼວງອຳສະເຕີດຳ ປະເທດໂຮນລັງ (World Waternet Amsterdam) ໄດ້ສົ່ງມອບ ອຸປະກອນ ແລະ ເຄື່ອງມືໃຫ້ໂຄງການເພື່ອໄປນໍາໃຊ້ເຂົ້າໃນວຽກງານດັ່ງດ່າວ ປະກອບມີ: ເຄື່ອງວັດແທກອັດຕາການໄຫຼຂອງນໍ້າ, ປະຕູຄວບຄຸມແຮງດັນນໍ້າ, ເຄື່ອງອັດໄຮໂດຼລິກສໍາລັບ DMA, ໝໍ້ແທກນໍ້າ, ເຄື່ອງວັດແທກຄວາມຂຸ່ນຂອງນໍ້າ, ເຄື່ອງວັດແທກຄວາມເປັນກົດ-ເປັນດ່າງ (pH), ເຄື່ອງວັດແທກສີ ແລະ ເຄື່ອງວັດແທກຄຼໍລິນ ສຳລັບ ນຳໃຊ້ເຂົ້າໃນວຽກງານວຽກງານຄຸ້ມຄອງນໍ້າບໍ່ສ້າງລາຍຮັບ (NRW) ເປັນມູນຄ່າທັງໝົດ 40.145,33 ໂດລາສະຫະລັດ, ກົມນໍ້າປະປາ ໃນນາມຜູ້ຈັດຕັ້ງປະຕິບັດໂຄງການຍົກລະດັບການຄຸ້ມຄອງຊັບສິນຄົງທີ່ດ້ວຍການນໍາໃຊ້ຂໍ້ມູນຂ່າວສານດ້ານພູມສາດ (GIS) ແລະ ວຽກງານການຄຸ້ມຄອງນ້ຳບໍ່ສ້າງລາຍຮັບ (NRW) ເພື່ອຈັດຕັ້ງປະຕິບັດວຽກງານດັ່ງກ່າວຢູ່ ລັດວິສາຫະກິດນໍ້າປະປາໃນຂອບເຂດທົ່ວປະເທດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250