Ministry News

ກອງປະຊຸມໜ່ວຍງານວິຊາການອໍານວຍຄວາມສະດວກດ້ານການຂົນສົ່ງອາຊຽນ ຄັ້ງທີ່ 46

2024-03-04 - Xaiya

ໃນຕອນເຊົ້້າຂອງວັນທີ 4 ມີນາ 2024 ທີ່ ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມໜ່ວຍງານວິຊາການອໍານວຍຄວາມສະດວກດ້ານການຂົນສົ່ງອາຊຽນ ຄັ້ງທີ່ 46 ພາຍໃຕ້ການເປັນທານ ຂອງ ທ່ານ ພັນທະພາບ ພູນສະຫວັດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ເຂົ້າ ຮ່ວມກອງປະຊຸມ ໃນຄັ້ງນີ້ ປະກອບມີ ຜູ້ແທນ ຈາກ ປະເທດສະມາກຊິກ ອາຊຽນ 10 ປະເທດ, ກອງເລຂາອາຊຽນ ຄູ່ຮ່ວມພັດທະນາ ຈາກ ຍີ່ປຸ່ນ, ອາເມລິກາ, ປະເທດ ຕິມໍເລດຕເຕ ໃນຖານນະ ປະເທດ ສັງເກດການ ແລະ ຜູ້ເຂົ້າພາຍໃນ ຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ທັງໝົດ 80 ທ່ານ.

ຈຸດປະສົງ ກອງປະຊຸມ ແມ່ນ ຮັບຟັງການລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດຂອງບັນດາປະເທດສະມາຊິກ ໃນກອບວຽກຕ່າງໆດ້ານການຂົນສົ່ງ ເຊັ່ນ: ສັນຍາຂົນສົ່ງຫຼາຍຮູບແບບອາຊຽນ, ສັນຍາການຂົນສົ່ງສິນຄ້າຜ່ານແດນອາຊຽນ, ການໃຫ້ສັດຕະຍາບັນ ຕໍ່ສັນຍາຂົນສົ່ງໂດຍສານອາຊຽນ ແລະ ການປຶກສາຫາວຽກງານການຮ່ວມມື ລະຫວ່າງອາຊຽນ ແລະ ປະເທດຄູ່ຮ່ວມພັດທະນາ ເຊັ່ນ : ອາຊຽນ-ຍີ່ປຸ່ນ, ອາຊຽນ-ສະຫະລັດອາເມລິກາ ແລະ ອື່ນໆ. ກອງປະຊຸມຄັ້ງ ຈະໄດ້ຈັດຂຶ້ນ ເປັນເວລາ 2 ວັນເຕັມ ຈຶ່ງຈະອັດອັດລົງ, ນອກຈາກກອງປະຊຸມດັ່ງກ່າວນີ້ ຍັງໄດ້ຈັດກອງປະຊູມຍັງໄດ້ສຶບຕໍ່ ຈັດກອງປະຊຸມສໍາມະນາ  ຫົວຂໍ້ ການວາງແຜນການຂົນສົ່ງ ເພື່ອ ຍົກລະດັບການຂົນສົ່ງຂ້າມແດນ ແລະ ການຄ້າໃນສັດຕະວັດທີ 21 ພາຍໃຕ້ກອບການຮ່ວມມື ອາຊຽນ-ສະຫະລັດອາເມລິກາ ຊຶ່ງຈຸດປະສົງແມ່ນ ແບ່ງປັນປະສົບການ ແລະ ປ່ຽນບົດຮຽນ ແລະ ວິທີການຕ່າງໆ ຈາກປະສົບການ ໃນການອໍານວຍຄວາມສະດວກ ດ້ານການຂົນສົ່ງສິນຄ້າຜ່ານແດນ ຂອງບັນດາປະເທດ ໃນທະວີບອາເມລິກາ ເພື່ອເປັນບ່ອນ ອີງໃຫ້ ປະເທດອາຊຽນ ດັດປັບ ເອົາວິທີການ ໃນການຜ່ານແດນໃຫ້ມີຄວາມສະດວກໃນອະນາຄົດ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250