Ministry News

ພິທີເປີດນໍາໃຊ້ເສັ້ນທາງຢ່າງເປັນທາງການ ໂຄງການກໍ່ສ້າງທາງຫຼວງແຫ່ງຊາດເລກ 11 ແຕ່ຂົວນໍ້າສັງ, ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາ ບ້ານຄົກເຂົ້າດໍ, ເມືອງຊະນະຄາມ ແຂວງວຽງຈັນ

2024-02-20 - Xaiya

ໃນຕອນເຊົ້າຂອງວັນທີ 20 ກຸມພາ 2024 ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດພິທີເປີດນໍາໃຊ້ເສັ້ນທາງຢ່າງເປັນທາງການ, ໂຄງການກໍ່ສ້າງທາງຫຼວງແຫ່ງຊາດເລກ 11 ແຕ່ຂົວນໍ້າສັງ, ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາ ບ້ານຄົກເຂົ້າດໍ, ເມືອງຊະນະຄາມ ແຂວງວຽງຈັນ, ເຂົ້າຮ່ວມໂດຍ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາ ຈັກໄທ ປະຈໍາລາວ, ທ່ານ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ຮອງລັດຖະມົນຕີ ກະຊວງ ຍທຂ ແລະ ທ່ານ ຮອງເຈົ້າແຂວງວຽງຈັນ.

 

ໂຄງການກໍ່ສ້າງ ທາງເລກ 11 ແຕ່ຂົວນໍ້າສັງ-ບ້ານຄົກເຂົ້າດໍ ມີຄວາມລວງຍາວ 104,98 ກິໂລແມັດ ແລະ ກໍ່ສ້າງທາງຊອຍແຕ່ ບ້ານໂນນສະຫວັນ ຫາ ເທດສະບານ ເມືອງຊະນະຄາມ ລວງຍາວ 16,55 ກິໂລແມັດ ເປັນໂຄງການບູລິມະສິດຂອງລັດຖະບານ, ນອນຢູ່ໃນແຜນຍຸດທະສາດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ກໍ່ຄື ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ.

 

ຍ້ອນເຫັນໄດ້ຄວາມສຳຄັນຂອງເສັ້ນທາງດັ່ງກ່າວ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ສະເໜີ ຂໍທຶນສະໜັບສະໜູນຈາກລັດຖະບານ ແຫ່ງລາຊະອານາຈັກໄທ ເພື່ອມາກໍ່ສ້າງເສັ້ນທາງດັ່ງກ່າວ, ຈາກນັ້ນ, ລັດຖະບານ ແຫ່ງລາຊະອານາຈັກໄທ ຈຶ່ງມອບໃຫ້ອົງການຮ່ວມມື ພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ (ອົງການ NEDA) ເປັນຜູ້ຮັບຜິດຊອບ ແລະ ໄດ້ເຊັນສັນຍາເງິນກູ້ຢືມ ໃນວັນທີ 26 ກັນຍາ 2018 ລວມມູນຄ່າທັງໝົດ 1.826.500.000 ບາດ(ໜຶ່ງພັນ ແປດຮ້ອຍ ຊາວຫົກລ້ານຫ້າແສນ ບາດ), ໄລຍະການຊໍາລະຄືນ ແມ່ນ 25 ປີ, ໄລຍະປອດໜີ້ 7 ປີ, ດອກເບັ້ຍ 1,25% ຕໍ່ປີ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວຄື: ວຽກກໍ່ສ້າງ, ວ່າຈ້າງທີ່ປຶກສາ, ບໍລິຫານຄຸ້ມຄອງໂຄງການ; ສ່ວນມູນຄ່າຍົກຍ້າຍສິ່ງກີດຂວາງອອກຈາກແລວທາງນັ້ນ ແມ່ນນໍາໃຊ້ງົບປະມານຂອງລັດຖະບານ ສປປ ລາວ. ການຄຸ້ມຄອງໂຄງການດັ່ງກ່າວ ແມ່ນກົມຂົວທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ, ໂດຍມີ ບໍລິສັດ Asian Engineering Consultant Corp.Ltd (AEC ເອອີຊີ) ປະເທດໄທ ຮ່ວມກັບ Lao Transport Engineering Consultant (LTEC ແອວເຕັກ) ແລະ Lao Grobal Engineering and Development Consultant Sole (LGE ແອວຈີອີ) ປະເທດລາວ ເປັນທີ່ປຶກສາ.

 

ມາດຖານເຕັກນິກຂອງການອອກແບບເສັ້ນທາງສາຍຫຼັກ (ທາງເລກ 11) ມີຄວາມຍາວ 104,98 ກິໂລແມັດ ເປັນປະເພດທາງຊັ້ນ 3 ຕາມມາດຕະຖານເຕັກນິກຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ, ຄວາມກ້ວາງໜ້າທາງ 10 ແມັດ, ປູດ້ວຍຢາງຂົ້ວ ຄວາມໜາ 5 ຊັງຕີແມັດ, ມີ 2 ຊ່ອງຈາລະຈອນ, ກວ້າງ 3,50 ແມັດ ແລະ ບ່າທາງກວ້າງເບື້ອງລະ 1,50 ແມັດ, ສາມາດຮັບນໍ້າໜັກໄດ້ 11 ໂຕນຕໍ່ເພົາ ແລະ ກໍ່ສ້າງທາງຊອຍແຕ່ບ້ານໂນນສະຫວັັັັັັັັັັັັັັັນ ຫາ ເທດສະບານ ເມືອງຊະນະຄາມ ຄວາມຍາວ 16,55 ກິໂລແມັດ ການອອກແບບເປັນປະເພດທາງຊັ້ນ 4 ຄວາມກ້ວາງໜ້າທາງ 9 ແມັດ, ປູຢາງ 2 ຊັ້ນ, ມີ 2 ຊ່ອງຈາລະຈອນ ກວ້າງ 3,50 ແມັດ, ບ່າທາງກວ້າງເບື້ອງລະ 1 ແມັດ, ສາມາດຮັບນໍ້າໜັກໄດ້ 9,1 ໂຕນຕໍ່ເພົາ.

ໂຄງການກໍ່ສ້າງທາງເລກ 11 ໄດ້ເຊັນສັນຍາຮັບເໝົາ ຄັ້ງວັນທີ 28 ມິຖຸນາ 2019 ແລະ ເລີ່ມລົງມືກໍ່ສ້າງ ວັນທີ 01 ຕຸລາ 2019 ເຊິ່ງມີໄລຍະເວລາປະຕິບັດວຽກ 36 ເດືອນ, ຜ່ານການຈັດຕັ້ງປະຕິບັດບັນດາໜ້າວຽກກໍ່ສ້າງຂອງໂຄງການໃນໄລຍະຜ່ານມາເຫັນວ່າ ແມ່ນໄດ້ພົບຂໍ້ຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນ ການແຜ່ລະບາດຂອງພະຍາດໂຄວິດ 19, ສະພາບເສດຖະກິດມີການຜັນແປ ເຮັດໃຫ້ເກີດໄພເງິນເຟີ້, ລາຄາ ວັດສະດຸ, ນໍ້າມັນເຊື້ອໄຟ ມີການເໜັງຕີງເພິ່ມຂື້ນສູງ ຊຶ່ງສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດໂຄງການ, ນອກຈາກນັ້ນ ບໍລິມາດວຽກກໍ່ສ້າງທີ່ຈັດຕັ້ງປະຕິບັດຕົວຈິງ ກໍເພິ່ມຂື້ນຢ່າງຫຼວງຫຼາຍເມື່ອທຽບກັບບໍລິມາດທີ່ປະເມີນໃນເບື້ອງຕົ້ນ ໂດຍສະເພາະແມ່ນວຽກ ຕັດຫີນແຂງ ແລະ ຕັດຫີນອ່ອນ ຈິ່ງໄດ້ມີການດັດປັບເຕັກນິກການກໍ່ສ້າງຊັ້ນໜ້າທາງບາງຊ່ວງຄືນໃໝ່ ເປັນຕົ້ນ ຄວາມກວ້າງໜ້າທາງປູຢາງຂົ້ວ AC ຈາກ 10 ແມັດ ມາເປັນ 7.50 ແມັດ, ສ່ວນບ່າທາງເບື້ອງລະ 1.50 ແມັດ

ໜ້າວຽກທີ່ປະຕິບັດໄດ້ທັງ 2 ສັນຍາ ມີຄື:

ສັນຍາ 1 : ກໍ່ສ້າງທາງເລກ 11 ເລີ່ມແຕ່ຂົວນໍ້າສັງ, ເມືອງສັງທອງ, ນະຄອນຫຼວງວຽງຈັນ ຫາ ບ້ານໂນນສະຫວັນ, ເມືອງຊະນະຄາມ, ແຂວງວຽງຈັນ ມີໄລຍະທາງທັງໝົດ 59,30 ກິໂລແມັດ ແລະ ກໍ່ທາງຊອຍ ແຕ່ບ້ານໂນນສະຫວັັັັັັັັັັັັັັັນ-ເທດສະບານ ເມືອງຊະນະຄາມ 16,55 ກມ, ໃນນັ້ນ, ກໍ່ສ້າງຂົວເບຕົງເສີມເຫຼັກ 6 ແຫ່ງ ຄວາມຍາວ 178 ແມັດ, ກໍ່ສ້າງທໍ່ຫຼ່ຽມ 41 ແຫ່ງ ຄວາມຍາວ 726 ແມັດ ແລະ ກໍ່ສ້າງທໍ່ກົມ 176 ແຫ່ງ ຄວາມຍາວ 4.235 ແມັດ, ໂດຍແມ່ນບໍລິສັດ ປຣາຍູນໄຊ 1984 (ປະເທດໄທ) ເປັນຜູ້ຮັບເໝົາກໍ່ສ້າງ, ມູນຄ່າຕາມສັນຍາເບື້ອງຕົ້ນ 789.636.716,99 ບາດ(ເຈັດຮ້ອຍແປດສິບເກົ້າລ້ານ ຫົກແສນສາມສິບຫົກພັນ ເຈັດຮ້ອຍ ສີບຫົກບາດ),  ມູນຄ່າກໍ່ສ້າງຕົວຈິງ 889,761,118.82 ບາດ(ແປດຮ້ອຍແປດສິບເກົ້າລ້ານ ເຈັດແສນຫົກສິບແອັດພັນ ນຶ່ງຮ້ອຍສິບແປດ ບາດ).

ສັນຍາ 2 : ກໍ່ສ້າງທາງເລກ 11 ແຕ່ ບ້ານໂນນສະຫວັນ-ບ້ານຄົກເຂົ້າດໍ, ໄລຍະທາງທັງໝົດ 45,68 ກິໂລແມັດ, ໃນນັ້ນ ກໍ່ສ້າງຂົວເບຕົງເສີມເຫຼັກ 1 ແຫ່ງ ຄວາມຍາວ 30 ແມັດ, ກໍ່ສ້າງທໍ່ຫຼ່ຽມ 14 ແຫ່ງ ຄວາມຍາວ  242 ແມັດ ແລະ ກໍ່ສ້າງທໍ່ກົມ 102 ແຫ່ງ ຄວາມຍາວ 2,483 ແມັດ, ໂດຍແມ່ນ ບໍລິສັດ S Khemarat Industry (ປະເທດໄທ) ຮ່ວມກັບກຸ່ມ ບໍລິສັດ ທະວີໂຊກ ພັດທະນາ ຈໍາກັດ (ສປປ ລາວ) ເປັນຜູ້ຮັບເໝົາກໍ່ສ້າງ ມູນຄ່າຕາມສັນຍາເບື້ອງຕົ້ນ 816.378.513 ບາດ (ແປດຮ້ອຍສິບຫົກລ້ານ ສາມແສນເຈັດສິບແປດພັນ ຫ້າຮ້ອຍສິບສາມ ບາດ), ມູນຄ່າກໍ່ສ້າງຕົວຈິງ  865.467.645,02 ບາດ (ແປດຮ້ອຍຫົກສິບຫ້າລ້ານ ສີ່ແສນຫົກສິບເຈັດພັນ ຫົກຮ້ອຍສີ່ສິບຫ້າ ບາດ).

 ນອກຈາກການກໍ່ສ້າງທາງທີ່ກ່າວມາຂ້າງເທິງແລ້ວ ສໍານັກງານຄວາມຮ່ວມມື ພັດທະນາເສດຖະ ກິດ ກັບປະເທດເພື່ອນບ້ານ (ອົງການ NEDA) ຍັງໄດ້ໃຫ້ການສະໜັບສະໜູນເງິນຊ່ວຍເຫຼືອລ້າ ເພື່ອກໍ່ສ້າງອາຄານສຸກສາລາ (ໂຮງໝໍນ້ອຍ) ຢູ່ບ້ານໂນນສະຫວັນ ເມືອງຊະນະຄາມ, ແຂວງວຽງຈັນ ຈໍານວນ 1 ຫຼັງ ມີຂະໜາດ 10 x 14 ແມັດ ພ້ອມອຸປະກອນການແພດ ລວມມູນຄ່າ 1,000,000 ບາດ ແລະ ກົມຮ່ວມມືລະຫວ່າງປະເທດ (TICA) ແຫ່ງຣາຊະນາຈັກໄທ ໄດ້ຊ່ວຍເຫຼືອອຸປະກອນການແພດໃຫ້ສຸກສາລາ ຈໍານວນ 15 ລາຍການ, ລວມມູນຄ່າ 208,376 ບາດ.

ໂຄງການກໍ່ສ້າງ ທາງເລກ 11 ແຕ່ຂົວນໍ້າສັງ ເມືອງສັງທອງ ນະຄອນຫຼວງວຽງຈັນ ຫາ ບ້ານຄົກເຂົ້າດໍ ແລະ ທາງຊອຍແຕ່ ບ້ານໂນນສະຫວັນ ຫາ ເທດສະບານເມືອງຊະນະຄາມ ແຂວງວຽງຈັນ ໄດ້ຮັບການກໍ່ສ້າງຂຶ້ນ ແລະ ຈັດຕັ້ງປະຕິບັດວຽກທັງໝົດສຳເລັດໄດ້ ກໍ່ຍ້ອນ ສູນກາງພັກ ແລະ ລັດຖະບານ ມີຄວາມເປັນຫ່ວງເປັນໃຍ, ເຫັນໄດ້ຄວາມສຳຄັນຂອງໂຄງການ, ໂດຍໄດ້ຊີ້ນຳ ກະຊວງ, ອົງການຈັດຕັ້ງ ແລະ ອຳນາດການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ ດຳເນີນການ ຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ຍ້ອນໄດ້ຮັບການສະໜັບສະໜູນ ແລະ ການຊ່ວຍເຫຼືອທຶນອັນລ້ຳຄ່າ ຈາກ ລັດຖະບານ ແຫ່ງຣາຊະອານາຈັກໄທ ໂດຍຜ່ານ ອົງການ NEDA , ຍ້ອນການສະໜັບສະໜູນ ແລະ ການຮ່ວມມື ຈາກອຳນາດການປົກຄອງ, ພະແນກການ, ອົງການຈັດຕັ້ງທຸກຂັ້ນ ຕະຫຼອດຮອດພໍ່ແມ່ປະຊາຊົນ ຢູ່ທ້ອງຖິ່ນ ກໍ່ຄື ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ ຈຶ່ງເຮັດໃຫ້ໂຄງການດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ ແລະ ເປີດການນໍາໃຊ້ຢ່າງເປັນທາງການ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250