Ministry News

ພິທີເຊັນສັນຍາ ກໍ່ສ້າງເສັ້ນທາງລົດເມ ແລະ ສະຖານີ BRT ນະຄອນຫລວງວຽງຈັນ

2023-11-17 - Xaiya


ພິທີເຊັນສັນຍາ ກໍ່ສ້າງເສັ້ນທາງລົດເມ ແລະ ສະຖານີ BRT ແຕ່ສວນເຈົ້າຟ້າງຸ່ມ ຫາ ປະຕູໄຊ ແລະ ແຕ່ປະຕູໄຊ ຫາ ມະຫາວິທະຍາໄລແຫ່ງຊາດ ຂອງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ນໍາໃຊ້ທຶນກູ້ຢືມຈາກທະນາຄານພັດທະນາອາຊີ (ADB), OPEC Fund, EIB, EU-AIF, GEF ແລະ ລັດຖະບານລາວ ມູນຄ່າສັນຍາ 15 ລ້ານໂດລາ ຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ ຜ່ານມາ ທີ່ໂຮງແຮມເມືອງແທັງ ນະຄອນຫຼວງວຽງຈັນ.

ທ່ານ ຄຳພັນ ວັນທະນາ ຫົວໜ້າໂຄງການຂົນສົ່ງຍືນຍົງຕົວເມືອງ ນວ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການວ່າ: ໜ້າວຽກຕົ້ນຕໍໃນສັນຍາມີຄື: ກໍ່ສ້າງຊ່ອງຈະລາຈອນລົດເມ BRT ດ້ວຍອາສຟານຄອນກຣີດປະສົມສີ, ກໍ່ສ້າງຊ່ອງຈະລາຈອນສຳລັບການສັນຈອນທົ່ວໄປ ແລະ ທາງຍ່າງທັງສອງເບື້ອງ ລວມໄລຍະທາງປະມານ 13 ກິໂລແມັດ; ໜ້າທາງມີຄວາມກວ້າງ ລະຫວ່າງ 12 ແມັດ (ແຄບສຸດທິດທາງດຽວ) ຫາ 25 ແມັດ (ກວ້າງສຸດເລນສວນທາງກັນ); ຕິດຕັ້ງໂຄງສ້າງເຫຼັກສະຖານີ BRT ທັງໝົດ 27 ຈຸດ. ໃນນີ້, ຕິດຕັ້ງຢູ່ແຄມທາງ 5 ຈຸດ ແລະ ກາງທາງອີກ 22 ຈຸດ. ນອກນັ້ນ, ກໍ່ສ້າງຈຸດຈອດລົດເມ (Bus Shelter) ຢູ່ນອກເຂດສະເພາະ BRT 46 ຈຸດ; ສ້າງສະຖານີໃຫຍ່ (Transit Mall) ຢູ່ຖະໜົນເສດຖາທິຣາດ ໄລຍະ 600 ແມັດ (ແຍກວັດອິນແປງ ຫາ ຮ້ານອາຫານຂອບໃຈເດີ) ຊຶ່ງໄລຍະນີ້ຈະວາງສາຍໄຟຟ້າ, ສາຍສື່ສານ ລົງພື້ນດິນ. ພ້ອມລະບົບລະບາຍນໍ້າ, ສາຍໄຍແກ້ວ (Fiber Optic Cable), ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນ ຊຶ່ງການກໍ່ສ້າງຈະໃຊ້ເວລາທັງໝົດ 12 ເດືອນ.

ຢ່າງໃດກໍຕາມໂຄງການຈະພະຍາຍາມເຮັດວຽກກັບຜູ້ຮັບເໝົາໃຫ້ສໍາເລັດວຽກຕົ້ນຕໍຂ້າງເທິງໃນເດືອນກໍລະກົດ ປີ 2024. ປັດຈຸບັນ, ກົມຂົນສົ່ງ ຍັງພວມປະມູນອີກ 1 ສັນຍາຄື ກໍ່ສ້າງ ແລະ ຕິດຕັ້ງໄຟສັນຍາຈະລາຈອນ (CW1E) ຊຶ່ງມີຄວາມຄືບໜ້າດີ, ເປັນປົກກະຕິຄາດວ່າຈະໄດ້ເຊັນສັນຍາໃນເດືອນ ທັນວາ 2023.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250