Ministry News

ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ຄືບໜ້າແລ້ວ 80,85%

2023-09-07 - Xaiya

ສຳລັບໂຄງການກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V ແມ່ນໄດ້ຖືກສ້າງຕັ້ງຂຶ້ນແຕ່ເດືອນສິງຫາ 2019 ເຊິ່ງເປັນໂຄງການເງິນກູ້ຈາກອົງການ ຄວາມຮ່ວມມືທາງດ້ານເສດຖະກິດ ກັບປະເທດເພື່ອນບ້ານ (ອົງການມະຫາຊົນ), (NEDA), ຈາກປະເທດໄທ ຊຶ່ງລັດຖະບານລາວ ໄດ້ຮັບເງິນກູ້ຢືມເປັນຈຳນວນເງິນ 1.380.067.000 ບາດ (ສະກຸນເງິນໄທ), ໄດ້ແບ່ງອອກເປັນສອງສັນຍາ ຄື: ສັນຍາທີ 1 ແມ່ນສັນຍາກໍ່ສ້າງຂົວຂ້າມນ້ຳຂອງ ເບື້ອງປະເທດລາວ ມີລວງຍາວທັງໝົດ 535 ແມັດ ໄລຍະການກໍ່ສ້າງ 36 ເດືອນ, ໄລຍະຄໍ້າປະກັນ 24 ເດືອນ ແລະ ສັນຍາທີ 2 ແມ່ນການກໍ່ສ້າງທາງເຂົ້າຂົວ ລວງຍາວທັງໝົດ 2.775 ແມັດ ລວມທັງອາຄານດ່ານກວດຄົນ ເຂົ້າ-ເມືອງ ແລະ ສິ່ງອໍານວຍຄວາມສະດວກອື່ນໆເບື້ອງປະເທດລາວ ໄລຍະເວລາກໍ່ສ້າງ 30 ເດືອນ, ໄລຍະຄໍ້າປະກັນ 24 ເດືອນ.

ການປະຕິບັດໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ປາກຊັນ-ບຶງການ) ມາຮອດທ້າຍເດືອນສິງຫາ 2023 ຄືບໜ້າ 80,85% ຂະນະທີ່ແຜນວຽກໃນເດືອນກັນຍາ 2023 ແມ່ນຈະສຸມໃສ່ປະຕິບັດເຮັດໃຫ້ແຜນລວມທັງ 2 ສັນຍາ ໃນເດືອນກັນຍາ ໃຫ້ໄດ້ 1,61% ແຜນການ ລວມ 84,60%.  

 

ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ໃຫ້ຮູ້ວ່າ: ສຳລັບການປະຕິບັດແຜນງານຂອງໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄຳໄຊ-ບຶງການ) ມາຮອດທ້າຍເດືອນສິງຫາ 2023 ສຳລັບໜ້າວຽກໃນສັນຍາ 1 ວຽກກໍ່ສ້າງຂົວກາງນໍ້າ ລວມທັງທາງເຂົ້າຂົວ ແລະ ໜ້າວຽກອື່ນໆ ແຜນລວມຄວາມຄືບໜ້າຂອງສັນຍາ 1 ທັງໝົດ ມາຮອດທ້າຍເດືອນສິງຫາ ແມ່ນເທົ່າກັບ 69,41% ປະຕິບັດຕົວຈິງໄດ້ 67,86% ຫຼຸດຄາດໝາຍ 1,55% ແລະ ສ່ວນສັນຍາ 2 ແມ່ນໜ້າວຽກກໍ່ສ້າງທາງເຊື່ອມຕໍ່ເຂົ້າຂົວ ແລະ ອາຄານດ່ານ ປະກອບດ້ວຍວຽກດິນ, ວຽກໂຄງສ້າງທາງ, ວຽກກໍ່ສ້າງທໍ່ລະບາຍນໍ້າລອດທາງ, ວຽກກໍ່ສ້າງອາຄານດ່ານ, ວຽກລະບົບຂອງອາຄານ ແລະ ວຽກກໍ່ສ້າງສິ່ງອຳນວຍຄວາມສະດວກອື່ນໆ. ຕາມແຜນລວມມາຮອດປະຈຸບັນແມ່ນເທົ່າກັບ 100% ໃນການປະຕິບັດຕົວຈິງໄດ້ 93,83% ຫຼຸດຄາດໝາຍ 6,17% (ສະເລ່ຍແຜນລວມທັງ 2ສັນຍາ ເທົ່າກັບ 84,71% ແລະ ຄວາມຄືບໜ້າລວມທັງ 2 ສັນຍາ ມາຮອດທ້າຍເດືອນສິງຫາ 2023 ປະຕິບັດຕົວຈິງໄດ້ 80,85% ຖີວ່າຫຼຸດຄາດໝາຍ 3,86%)

ສຳລັບແຜນການຂອງວຽກການກໍ່ສ້າງໃນເດືອນກັນຍາ 2023 ນີ້ ສັນຍາ 1 ຊ່ວງ 2B ວາງແຜນການປະຕິບັດວຽກໃນເດືອນໃຫ້ໄດ້ 1,72% ແຜນລວມເທົ່າກັບ 69,21%, ສັນຍາ 2 ຊ່ວງ 3 ວາງແຜນການປະຕິບັດວຽກໃນເດືອນໃຫ້ໄດ້ 1,50% ແຜນລວມໃຫ້ໄດ້ 100%, ແຜນລວມທັງ 2 ສັນຍາ ໃນເດືອນກັນຍາ ໃຫ້ໄດ້ 1,61% ແຜນການລວມ 86,32%.

 

ທ່ານໃຫ້ຮູ້ຕື່ມວ່າ: ສາຍເຫດທີ່ພາໃຫ້ການປະຕິບັດວຽກງານບໍ່ໄດ້ຕາມແຜນ ທັງສອງສັນຍາ ເນື່ອງຈາກວ່າ ໂຄງການໄດ້ເລີ່ມລົງມີກໍ່ສ້າງໃນຊ່ວງເວລາທີ່ ພະຍາດໂຄວິດ 19 ພວມເລີ່ມລະບາດ ຈຶ່ງເຮັດໃຫ້ການເຂົ້າສະໜາມຂອງຜູ້ຮັບເໝົາກໍ່ສ້າງມີຂໍ້ຈຳກັດ ບໍ່ສາມາດປະຕິບັດວຽກງານໄດ້ຕາມແຜນ ໂດຍສະເພາະສັນຍາ 1 ວຽກກໍ່ສ້າງຂົວ ຜູ້ຮັບເໝົາກໍ່ສ້າງເປັນບໍລິສັດຂອງໄທ 100% ເນື່ອງຈາກມີຂໍ້ຈຳກັດໃນການເຂົ້າສະໜາມ ຈຶ່ງໄດ້ຊອກຫາຄູ່ຮ່ວມທີ່ເປັນບໍລິສັດຂອງຄົນລາວ ເພື່ອທີ່ຈະສາມາດເຂົ້າມາພື້ນທີ່ສະໜາມກໍ່ສ້າງໄດ້ ກໍ່ໃຊ້ເວລາໄປປະມານ 6 ເດືອນ. ຈາກສາຍເຫດດັ່ງກ່າວຜູ້ຮັບເໝົາໄດ້ສະເໜີສະຫງວນສິດເປັນໄລຍະຕາມແຈ້ງການຂອງຄະນະສະເພາະກິດແຕ່ລະຄັ້ງ ເພື່ອເປັນການຊົດເຊີຍເວລາທີ່ສູນເສຍໄປ, ຈາກສະພາບການດັ່ງກ່າວຜູ້ຮັບເໝົາຈຶ່ງສະເໜີຂໍຕໍ່ເວລາ ອອກໄປ ສັນຍາລະ 6 ເດືອນຄື: ສັນຍາ 1 ເລີ່ມແຕ່ເດືອນ 12 ປີ 2023 ຫາ ເດືອນ 6 ປີ 2024 ແລະ ສັນຍາ 2 ເລີ່ມແຕ່ເດືອນ 7 ປີ 2023 ຫາ ເດືອນ 12 ປີ 2023.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250