Ministry News

ຍທຂ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ XI

2023-08-03 - Sayphone


ຄະນະບໍລິຫານງານພັກ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກຄັ້ງທີ 6 ສະໄໝທີ XI ຂຶ້ນໃນວັນທີ 2 ສິງຫາ 2023 ທີ່ກະຊວງ ຍທຂ, ໂດຍການເປັນປະທານຂອງ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ຍທຂ, ມີບັນດາສະຫາຍຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໜ່ວຍພັກບັນດາຮາກຖານຫົວໜ້າຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ກອງວິຊາການ; ຜູ້ອໍານວຍການ, ຮອງຜູ້ອໍານວຍການ ລັດວິສາຫະກິດ ແລະ ຄະນະບໍລິຫານງານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອເຜີຍແຜ່ເຊື່ອມຊຶມ ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ XI ໃຫ້ມີຄວາມໝາຍ-ສຳຄັນມີເນື້ອໃນເລິກເຊິ່ງຜັນຂະຫຍາຍມາເປັນແຜນການລະອຽດ ເພື່ອເຮັດໃຫ້ຄະນະພັກທຸກຂັ້ນສະມາຊິກພັກພະນັກງານລັດຖະກອນເຂົ້າໃຈເຊື່ອມຊຶມ ແລະ ກຳແໜ້ນເນື້ອໃນມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 6 ສະໄໝທີ XI ຢ່າງກວ້າງຂວາງ ທົ່ວເຖິງ ເລິກເຊິ່ງ ເປັນເຈົ້າການຍົກສູງຄວາມຮັບຜິດຊອບການເມືອງ ໃນການປະຕິບັດມະຕິດັ່ງກ່າວໃຫ້ປະກົດຜົນເປັນຈິງ ແລະ ທັນກຳນົດເວລາທີ່ສູນກາງກຳນົດໄວ້. ເພື່ອເປັນບ່ອນອີງໃຫ້ບັນດາຮາກຖານພັກ ໃນການຜັນຂະຫຍາຍມະຕິດັ່ງກ່າວໃຫ້ເປັນແຜນງານ, ໂຄງການລະອຽດຕິດພັນກັບວຽກງານຕົວຈິງຂອງຂະແໜງ ຍທຂ, ຍູ້ແຮງການຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງໃຫ້ເປັນຂະບວນການຟົດຟື້ນ ກວ້າງຂວາງ ແລະ ແຂງແຮງຂອງມະຫາຊົນ ສ້າງການຫັນປ່ຽນທາງດ້ານຄວາມຮັບຮູ້ທັດສະນະ, ແນວຄິດ ແລະ ການກະທຳແນໃສ່ສົ່ງເສີມດ້ານດີແກ້ໄຂຂໍ້ບົກຜ່ອງຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆໃນໄລຍະຜ່ານມາສ້າງຄວາມເຊື່ອໝັ້ນຂອງພະນັກງານຕໍ່ການນຳພາຂອງພັກ ແລະ ການບໍລິຫານຄຸ້ມຄອງຂອງລັດ.

ໃນພິທີ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງ ຍທຂ ໄດ້ໃຫ້ກຽດມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະ​ຈຳປີ 2022 ຈໍານວນ 10 ໜ່ວຍພັກ ພ້ອມທັງໃຫ້ກຽດໂອ້ລົມຕໍ່ກອງຊຸມໃນຄັ້ງນີ້: ບັນດາໜ່ວຍພັກທີ່ໄດ້ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນຄັ້ງນີ້ ຕ້ອງ​ຕັ້ງໜ້າ​ເອົາ​ໃຈ​ໃສ່​ນໍາພາ​-ຊີ້​ນໍາສະມາຊິກ​ພັກ, ພະນັກງານ-ລັດຖ​ະກອນພາຍ​ໃນຮາກ​ຖານ​ພັກ​ຂອງ​ຕົນ​ ດໍາ​ເນີນ​ການ​ກໍ່ສ້າງ​ໜ່ວຍ​ພັກ​​ປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມ 5 ເນື້ອ​ໃນ, ຕີລາຄາຄຸນນະພາບ ແລະ ແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກໃຫ້ໄດ້ຕາມມາດຕະຖານເງື່ອນໄຂທີ່ໄດ້​ຮັບຮອງ​ເປັນ​ໜ່ວຍ​ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະ​ຈໍາປີ 2022. ດັ່ງນັ້ນ, ຈົ່ງພ້ອມກັນສືບຕໍ່ຈັດຕັ້ງປະຕິບັດແຜນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງຮາກຖານພັກພວກສະຫາຍ ໃຫ້ສຳເລັດຢ່າງຕໍ່ເນື່ອງ ຕາມຄາດໝາຍທີ່ວາງໄວ້ກໍຄືການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງບັນດາສະຫາຍໃຫ້ຖືກຈັດຕັ້ງປະຕິບັດຢ່າງມີຜົນສຳເລັດ. ສິ່ງສຳຄັນຕ້ອງ​ສືບຕໍ່​ເຊື່ອມ​ຊຶມ​ແນວທາງ​ແຜນ​ນະ​ໂຍບາຍມະຕິ​ຄໍາ​ສັ່ງ, ກົດ​ລະບຽບ​ຂອງ​ພັກ ແລະ ກົດໝາຍຂອງລັດໃຫ້ເລິກເຊິ່ງ, ເຂົ້າໃຈ ​ແລະ ປະຕິບັດຢ່າງເຂັ້ມງວດ​. ຕ້ອງ​ກໍາ​ແໜ້ນ​ສະພາບ​ຄວາມ​ເປັນ​ຈິງ​ຂອງສະມາຊິກພັກຢູ່​ຮາກ​ຖານ​ຕົນ​, ​ເພື່ອ​ສຶກສາອົບຮົມນຳພາແນວຄິດໃຫ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກມະຕິຄຳສັ່ງ, ຄໍາແນະນໍາຂອງພັກມາຈັດຕັ້ງຜັນຂະຫຍາຍເຂົ້າໃນຮາກຖານພັກຕົນ, ສ້າງ​ສະມາຊິກ​ພັກໃຫ້​ມີ​ຄຸນ​ທາດ​ການ​ເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທໍາ​ປະຕິວັດ, ມີ​ຄວາມ​ຈົ່ງ​ຮັກ​ພັກດີ​ຕໍ່​ອຸດົມ​ການ​ຂອງ​ພັກ-ຂອງຊາດຢ່າງແທ້ຈິງ.






About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250