Ministry News

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງໂຍທທິການ ແລະ ຂົນສົ່ງ, ສະໄໝທີ V

2023-07-13 - Sayphone




     ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ດໍາເນີນກອງປະຊຸມຄົບ​ຄະນະກາງສະໄໝ ຂອງຄະນະບໍລິຫານງານ​ພັກ​ກະຊວງ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ສະ​ໄໝທີ V ຂຶ້ນຢ່າງເປັນທາງການ, ໃນວັນທີ 13 ກໍລະກົດ 2023 ທີຫ້ອງປະຊຸມໃຫຍ່(ເບີ 1)ກະຊວງໂຍທທິການ ແລະ ຂົນສົ່ງ, ໂດຍເປັນກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ແລະ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ; ມີບັນດາສະຫາຍຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາສະຫາຍຄະນະປະຈຳພັກ, ສະຫາຍຄະນະບໍລິຫານງານພັກກະຊວງ, ເລຂາຄະນະໜ່ວຍພັກບັນດາຮາກຖານ, ເລຂາ ແລະ ປະທານອົງການຈັດຕັ້ງມະຫາຊົນຂັ້ນກະຊວງ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ກອງວິຊາການ ແລະ ຜູ້ອໍານວຍ ແລະ ຮອງຜູ້ອໍານວຍການລັດວິສາຫະກິດ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້.




ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ ສະໄໝທີ V  ຈະໃຊ້ເວລາຢູ່ 3 ວັນ, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນ ເພາະວ່າ: ໜຶ່ງ ຈະໄດ້ດໍາເນີນການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກກະຊວງ, ສອງ ຈະໄດ້ພ້ອມກັນດໍາເນີນກອງປະຊຸມເປີດກວ້າງຄົ້ນຄວ້າປະກອບຄໍາເຫັນຕໍ່ການສະຫຼຸບຕີລາຄາການນໍາພາຂອງຄະນະບໍລິຫານງານພັກກະຊວງໃນໄລຍະກາງສະໄໝ, ສາມ ຈະໄດ້ດໍາເນີນຊິວິດການເມືອງພາຍໃນຄະນະບໍລິຫານງານພັກກະຊວງ.

 

ການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກກະ ຊວງ ຄັ້ງນີ້ ຈະໄດ້ພ້ອມກັນຮັບຟັງການເຜີຍແຜ່ເຊື່ອມຊຶມ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ເລກທີ 268/ຄລສພ, ລົງວັນທີ 20 ມັງກອນ 2023, ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ເລກທີ 25/ຄຈສພ, ລົງວັນທີ 24 ມັງກອນ 2023, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ, ມາດຕະຖານສະມາຊິກພັກ, ຂໍ້ຫ້າມສໍາລັບສະມາຊິກພັກ, ສິດ ແລະ ໜ້າທີ່ຂອງຄະນະບໍລິຫານງານພັກກະຊວງ ທີ່ໄດ້ກໍານົດໄວ້ໃນກົດລະບຽບພັກ ສະໄໝທີ XI ແລະ ເປັນການເປີດກວ້າງປະຊາທິປະໄຕພາຍໃນພັກ ແລະ ໃຫ້ບັນດາສະຫາຍ ທີ່ເຂົ້າຮ່ວມການທາບທາມ ພ້ອມກັນເບິ່ງ ແລະ ມີຄວາມເຫັນຕີລາຄາບັນຫາຕ່າງໆ ທີ່ພົວພັນເຖິງການນໍາພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກກະຊວງ ສະໄໝທີ V. ການປະກອບຄໍາເຫັນ ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກ ຄົນຄະນະບໍລິຫານງານພັກກະຊວງ ເປັນເນື້ອໃນສໍາຄັນໃຫ້ແກ່ການດໍາເນີນຊີວິດການເມືອງສໍາຫຼວດກາງສະໄໝພາຍໃນຄະນະບໍລິຫານງານພັກກະຊວງ ໃຫ້ມີເນື້ອໃນກວ້າງຂວາງເລິກເຊິ່ງ ເພື່ອປັບປຸງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນການດໍາລົງຊີວິດ, ຄວາມຮັບຜິດຊອບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ແບບແຜນນໍາພາ ແລະ ວິທີເຮັດວຽກ ຂອງແຕ່ລະສະຫາຍ ໃນຄະນະບໍລິຫານງານພັກກະຊວງ ໃຫ້ຖືກຕ້ອງ, ໜັກແໜ້ນ, ຮັບປະກັນຄວາມເປັນແບບຢ່າງ ຂອງຄະນະບໍລິຫານງານພັກກະຊວງ ສ້າງຄວາມເຊື່ອໝັ້ນ, ຄວາມເຫຼື້ອມໃສສັດທາ ຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ຕໍ່ການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ.




        ກອງປະຊຸມ ຈະໄດ້ພ້ອມກັນຄົ້ນຄວ້າ ປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V ກາງສະໄໝ ແລະ ກໍານົດທິດທາງແຜນການໃນຕໍ່ໜ້າ; ຮ່າງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາ 5 ປີ (2021-2025) ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໄລຍະຜ່ານມາ ແລະ ກໍານົດທິດທາງແຜນການໃນຕໍ່ໜ້າ.

             ກອງປະຊຸມໄດ້ດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກກະຊວງ, ສໍາຫຼວດການນໍາພາລວມ ຂອງຄະນະບໍລິຫານງານພັກກະຊວງໃນໄລຍະກາງສະໄໝ ແລະ ສໍາຫຼວດບຸກຄົນຄະນະພັກກະຊວງ. ພ້ອມກັນນີ້ ກອງປະຊຸມຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຂອງສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ  ແຫ່ງ ສປປ ລາວ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ຄະນະບໍລິຫານງານພັກກະຊວງໂຍທາທິການ ແລະ ຂົນສົ່ງ ພວກເຮົາ ໃນການນໍາພາຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ໃຫ້ປະກົດຜົນເປັນຈິງ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250