Ministry News

ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກ ຍທຂ ນະຄອນຫຼວງວຽງຈັນ

2023-07-03 - Xaiya


ໃນວັນທີ່ 30 ມິຖຸນາ 2023 ນາງ ປານີ ຢາທໍ່ຕູ້ ກຳ​ມະ​ການ​ກົ​ມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ປະທານປະເທດ ແຫ່ງ ສ​ປ​ປ ລາວ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກ ຍທຂ ນະຄອນຫຼວງວຽງຈັນ

 

ທ່ານ ສຸລິວັນ ພົມມະຫາໄຊ ກໍາມະການພັກ ນະຄອນຫຼວງວຽງຈັນ, ເລຂາຄະນະພັກຮາກຖານ ຫົວໜ້າ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງໄດ້ລາຍງານ ການຈັດຕັ້ງວຽກງານແລະຜັນຂະຫຍາຍເຂົ້າສູ່ພຶດຕິກຳຕົວຈິງ ແນ່ໃສ່ເຮັດໃຫ້ວຽກງານໂຍທາທິການ ແລະ ຂົນສົ່ງ ມີບາດກ້າວໃໝ່, ມີຜົນສໍາເລັດ ຕາມມະຕິ, ຄໍາສັ່ງ ຂອງຂັ້ນເທິງວາງອອກ
ເພື່ອແນ່ໃສ່ສ້າງເງື່ອນໄຂຮັບໃຊ້ພໍ່ແມ່ປະຊາຊົນໃຫ້ມີທ່າແຮງປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາ ນະຄອນຫຼວງວຽງຈັນ ໃຫ້ກາຍເປັນເມືອງໜ້າຢູ່ ກ້າວໄປສູ່ປັດໃຈພື້ນຖານຕົວເມືອງທັນສະໄໝ ເຊິ່ງພະແນກ ຍທຂ ພວກເຮົາ ຈະເອົາໃຈໃສ່ຄຸ້ມຄອງ ແລະ ພັດທະນາກໍ່ສ້າງພື້ນຖານໂຄງລ່າງດ້ວຍການກໍ່ສ້າງ, ປັບປຸງ ແລະ ສ້ອມແປງຖະໜົນຫົນທາງ, ການກໍ່ສ້າງເຄຫາສະຖານ, ການຂົນສົ່ງມວນຊົນດ້ວຍລະບົບທັນສະໄໝເປັນມິດກັບສິ່ງແວດລ້ອມ, ຈັດສັນຄວາມເປັນລະບຽບຮຽບຮ້ອຍຕົວເມືອງ ຕິດພັນກັບການແກ້ໄຂການສັນຈອນແອອັດ ການສ້າງສະພາບແວດລ້ອມຕົວເມືອງໃນທຸກມິຕິ ເພື່ອເຮັດໃຫ້ຕົວເມືອງ ກາຍເປັນຕົວເມືອງໜ້າຢູ່ ຕາມມະຕິ ທີ່ຮັບຮອງ,

ທ່ານ ສຸລິວັນ ພົມມະຫາໄຊ ຍັງໄດ້ລາຍງານກ່ຽວກັບຮັບຜົນສໍາເລັດດັ່ງທີ່ກ່າວໄວ້ນັ້ນ ຂ້າພະເຈົ້າ ພ້ອມດ້ວຍຄະນະພັກ, ຄະນະພະແນກ ຈະສືບຕໍ່ເຕົ້າໂຮມຄວາມສາມັກຄີ ສະມາຊິກພັກ, ພະນັກງານ ລັດຖະກອນທັງໝົດ ພ້ອມກັນສຸມເຮືອເທແຮງ ສັງລວມທຸກຄວາມຮູ້ຄວາມສາມາດ ຈັດຕັ້ງປະຕິບັດ

ໜ້າທີ່ວຽກງານ ທີ່ຕົນຮັບຜິດຊອບໃຫ້ສໍາເລັດຕາມແຜນ ຖືກຕ້ອງສອ່ດຄ່ອງກັບລະບຽບການທີ່ກໍານົດໄວ້ ຢ່າງມີການຕິດຕາມ, ກວດກາ, ປະເມີນຜົນ ແລະ ລາຍງານ ຕໍ່ຂັ້ນເທິງເປັນປົກກະຕິ

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250