Ministry News

ກະຊວງ ຍທຂ ເຊື່ອມຊຶມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V

2023-03-03 - Sayphone


              ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມການຈັດຕັ້ງຜັນຂະຫຍາຍວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ຂຶ້ນໃນວັນທີ 2 ມີນາ 2023 ນີ້, ທີ່ກະຊວງ ຍທຂ ໂດຍການເປັນປະທານ ແລະ ເຜີຍແຜ່ເອກະສານຂອງທ່ານ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ, ມີຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຫົວໜ້າກົມ-ຮອງກົມ, ຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.


       ກອງປະຊຸມໄດ້ເຜີຍແຜ່ເອກະສານບົດສະຫຼຸບຕີລາຄາ ສະພາບການຈັດຕັ້ງປະຕິບັດວຽກງານການ ເມືອງ-ແນວຄິດ ໄລຍະແຕ່ປີ 2003-2022 ແລະ ທິດທາງຮອດປີ 2025, ເຜີຍແຜ່ຄໍາເຫັນຊີ້ນໍາຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ; ເຜີຍແຜ່ມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ V ແລະ ມະຕິກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ແລະ ເອກະສານຕັ້ງໜ້າຜັນຂະຫຍາຍມະຕິດັ່ງກ່າວນີ້ເຂົ້າໃນຊີວິດສັງຄົມຕົວຈິງ.


      ກອງປະຊຸມຄັ້ງນີ້ຈັດຂຶ້ນ ເພື່ອແນໃສ່ໃຫ້ຄະນະພັກກະຊວງ-ອົງການອ້ອມຂ້າງສູນກາງ, ຕະຫຼອດຮອດສະມາຊິກພັກ, ພະນັກງານ-ລັດຖະກອນໄດ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມ ແລະ ກໍາແໜ້ນເນື້ອໃນກອງປະຊຸມວຽກງານການເມືອງແນວຄິດ ທົ່ວປະເທດຄັ້ງທີ V ຢ່າງເລິກເຊິ່ງ ເພື່ອຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຍົກສູງຄວາມຮັບຜິດຊອບຂອງຄະນະພັກແຕ່ລະຂັ້ນ ຕໍ່ວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ເພື່ອສ້າງກໍາລັງແຮງແຫ່ງຄວາມເປັນເອກະພາບດ້ານການເມືອງ-ແນວຄິດ ແລະ ກໍາລັງແຮງໃນການຈັດຕັ້ງປະຕິບັດພາລະກິດປະຕິວັດຂອງພັກ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.   
 

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250