Ministry News
ກອງປະຊຸມສະຫລຼບວຽກງານຮ່ວມມື ກົມເຄຫາ ແລະ ຜັງເມືອງ ແລະ ອົງການ ບໍດາ ໄລຍະປີ2019-2021 ແລະ ທິດທາງຮ່ວມມື ໄລຍະ 2023-2025
ໃນຕອນເຊົ້າຂອງວັນທີ
28 ກຸມພາ 2023,
ໄດ້ມີການຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງກົມເຄຫາ ແລະ
ຜັງເມືອງ, ກະຊວງໂຍທາທິການ ແລະ ຫ້ອງການໂຄງການ ບໍດາລາວ ທີ່ກະຊວງໂຍທາທິການ ແລະ
ຂົນສົ່ງ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ປອ. ວຽງນາມ ດວງພະຈັນ
ຫົວໜ້າກົມເຄຫາ ແລະ ຜັງເມືອງ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຫົວໜ້າຫ້ອງການໂຄງການ
ບໍດາລາວ ໄດ້ນໍາສະເໜີເຖິງຜົນສໍາເລັດສໍາຄັນຈາກການຈັດຕັ້ງປະຕິບັດໂຄງການ
ສ້າງຄວາມເຂັ້ມແຂງໃຫ້ແກ່ກົມເຄຫາ ແລະ ຜັງເມືອງ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມຕົວເມືອງ
ໃນການຄຸ້ມຄອງສິ່ງແວດລ້ອມຕົວເມືອງ ໂດຍເໜັ້ນໃສ່ການຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ
ດ້ວຍວິທີການແບບບໍ່ລວມສູນ ໄລຍະປີ 2019-2022 ເຊິ່ງໄດ້ຮັບທຶນຊ່ວເຫຼືອລ້າກະຊວງ ການຮ່ວມມືດ້ານເສດຖະກິດ
ແລະ ການພັດທະນາ ແຫ່ງສະຫະພັນສາທາລະນະລັດ ເຢຍລະມັນ ຫຼື BMZ. ໂຄງການດັ່ງກ່າວແມ່ນມີຜົນໄດ້ຮັບ
ແລະ ເປັນປະໂຫຍດສໍາຄັນຫຼາຍດ້ານເຊັ່ນ: ເຮັດໃຫ້ຄວາມຮັບຮູ້ ຄວາມເຂົ້າໃຈຂອງພະນັກງານ ການນຳ
ແລະ ວິຊາການ ທັງສູນກາງ ແລະ ທ້ອງຖິ່ນ ໃນທຸກຂະແຫນງການທີ່ກ່ຽວຂອ້ງໄດ້ມີຄວາມຕື່ນຕົວສູງຕໍ່ກັບການແກ້ໄຂບັນຫາສິ່ງແວດລ້ອມຕົວເມືອງ
ໄດ້ດີຂຶ້ນ ແລະ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ຂອງຂະແໜງ ຍທຂ ແລະ ພາກສ່ວນທີ່ກ່ຽວຂ້ອງ
ທັງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການແກ້ໄຂບັນຫາສິ່ງແວດລ້ອມຕົວເມືອງ ແລະ ຂີ້ເຫຍື້ອ ໂດຍ
“ຂະບວນການສົ່ງຕໍ່ຄວາມຮູ້ພື້ນຖານກ່ຽວກັບແບບວິທີການແກ້ໄຂດ້ວຍ DEWATS, FSM,
Wetland, DESWAM and Septic tank” ເຊິ່ງມີຜູ້ໄດ້ຮັບການຝຶກອົບຮົມທັງດ້ານທິດສະດີ
ແລະ ຕົວຈິງຫຼາຍກວ່າ 500 ຄົນ ເຊິ່ງໃນນີ້ຍັງສາມາດສ້າງໄດ້ພະນັກງານວິຊາການຂະແໜງ ຍທຂ ໃນບາງແຂວງທີ່ມີໂຄງການ
ແມ່ນມີສາສາມາດຈັດຕັ້ງປະຕິບັດໂຄງການກໍ່ສ້າງລະບົບບໍາບັດນໍ້າເປື້ອນໄດ້ດ້ວຍຕົນເອງ
ເລີ່ມຕັ່ງແຕ່ ການເກັບກໍາຂໍ້ມູນ-ສໍາຫຼວດ, ການຄິດໄລ່, ອອກແບບ,
ຕິດຕາມ ແລະ ຄວບຄຸມການກໍ່ສ້າງ, ການດໍາເນີນງານດ້ານສັງຄົມ
ແລະ ການບໍາລຸງຮັກສາ ໂດຍທີ່ບໍດາພຽງແຕ່ໃຫ້ຄໍາແນະນໍາເທົ່ານັ້ນ. ນອກຈາກນີ້,
ບໍດາລາວຍັງໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການໃນການຄິດໄລ່,
ອອກແບບ, ຕິດຕາມຄວບຄຸມການກໍ່ສ້າງ ແລະ
ຝຶກອົບຮົມການບົວລະບັດຮັກສາ ລະບົບບໍາບັດນໍ້າເປື້ອນ DEWATS 12
ແຫ່ງ, ອ່າງບໍາບັດຂີ້ຕະເລດ 2 ແຫ່ງ, ແລະ
ໜອງບໍາບັດ 3 ແຫ່ງ ທີ່ສາມາດບໍາບັດນໍ້າເປື້ອນໄດ້ຫຼາຍກວ່າ 15,000
m3 ແລະ ມີຜູ້ໄດ້ຮັບຜົນປະໂຫຍດໂດຍກົງຫຼາຍກວ່າ 50,000 ຄົນ ແລະ ທາງອ້ອມຫຼາຍກວ່າ 200,000 ຄົນ.
![](/web/image/7893/7580651d-785f-4f8a-a708-6e722a18c292.jpg?access_token=36f84ed5-6f8c-4082-9761-7b1fec4ca607)
ສ້າງຄວາມເຂັ້ມແຂງໃຫ້ແກ່ຕົວເມືອງນ້ອຍໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ຢູ່ເມືອງຊໍາເໜືອ, ເມືອງວຽງໄຊ ແລະ ເມືອງຫົວເມືອງ ແຂວງຫົວພັນ. ເຊິ່ງມີຈຸດປະສົງໃນການສ້າງແຜນສໍາລັບການພັດທະນາຕົວເມືອງທີ່ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ
![](/web/image/7894/c43e788e-1e74-464c-a98f-d5d25f7e1b2c.jpg?access_token=a1f13e48-54d3-458d-9244-388f5cf1c900)
ສາມາດຄຸ້ມຄອງແລະປັບປຸງສິ່ງແວດລ້ອມຕົວເມືອງ ໃຫ້ທັງສາມເມືອງເປົ້າໝາຍ ໃນການຈັດຕັ້ງປະຕິບັດໂຄງການທົດລອງ ເພື່ອເປັນແບບຢ່າງ, ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ ແລະ ພະນັກງານວິຊາການ. ນອກຈາກນີ້, ຍັງສົ່ງເສີມໃນຂະແໜງການທີ່ກ່ຽວຂ້ອງນໍາເອົາແຜນຂອງໂຄງການ ດັດປັບເຂົ້າໃນແຜນງານຂອງຕົນ ແລະ ສ້າງເອກະສານ-ເຄື່ອງມືສໍາລັບການເຜີຍແຜ່ ແລະ ປູກຈິດສໍານຶກ.
![](/web/image/7895/ff241696-d137-46cf-9054-7c262c96fd37.jpg?access_token=74e178aa-67b3-4a49-8b4a-53ec90d8b86b)