ຂ່າວພາຍໃນກະຊວງ

ກອງປະຊຸມສະຫລຼບວຽກງານຮ່ວມມື ກົມເຄຫາ ແລະ ຜັງເມືອງ ແລະ ອົງການ ບໍດາ ໄລຍະປີ2019-2021 ແລະ ທິດທາງຮ່ວມມື ໄລຍະ 2023-2025

2023-03-03 - Xaiya

ໃນຕອນເຊົ້າຂອງວັນທີ 28 ກຸມພາ 2023, ໄດ້ມີການຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດໂຄງການຮ່ວມມືລະຫວ່າງກົມເຄຫາ ແລະ ຜັງເມືອງ, ກະຊວງໂຍທາທິການ ແລະ ຫ້ອງການໂຄງການ ບໍດາລາວ ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ປອ. ວຽງນາມ ດວງພະຈັນ ຫົວໜ້າກົມເຄຫາ ແລະ ຜັງເມືອງ ແລະ ແຂກຖກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

          ຫົວໜ້າຫ້ອງການໂຄງການ ບໍດາລາວ ໄດ້ນໍາສະເໜີເຖິງຜົນສໍາເລັດສໍາຄັນຈາກການຈັດຕັ້ງປະຕິບັດໂຄງການ ສ້າງຄວາມເຂັ້ມແຂງໃຫ້ແກ່ກົມເຄຫາ ແລະ ຜັງເມືອງ ກ່ຽວກັບການຄຸ້ມຄອງສິ່ງແວດລ້ອມຕົວເມືອງ ໃນການຄຸ້ມຄອງສິ່ງແວດລ້ອມຕົວເມືອງ ໂດຍເໜັ້ນໃສ່ການຄຸ້ມຄອງນໍ້າເປື້ອນ ແລະ ຂີ້ເຫຍື້ອ ດ້ວຍວິທີການແບບບໍ່ລວມສູນ ໄລຍະປີ 2019-2022 ເຊິ່ງໄດ້ຮັບທຶນຊ່ວເຫຼືອລ້າກະຊວງ ການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ແຫ່ງສະຫະພັນສາທາລະນະລັດ ເຢຍລະມັນ ຫຼື BMZ. ໂຄງການດັ່ງກ່າວແມ່ນມີຜົນໄດ້ຮັບ ແລະ ເປັນປະໂຫຍດສໍາຄັນຫຼາຍດ້ານເຊັ່ນ: ເຮັດໃຫ້ຄວາມຮັບຮູ້ ຄວາມເຂົ້າໃຈຂອງພະນັກງານ ການນຳ ແລະ ວິຊາການ ທັງສູນກາງ ແລະ ທ້ອງຖິ່ນ ໃນທຸກຂະແຫນງການທີ່ກ່ຽວຂອ້ງໄດ້ມີຄວາມຕື່ນຕົວສູງຕໍ່ກັບການແກ້ໄຂບັນຫາສິ່ງແວດລ້ອມຕົວເມືອງ ໄດ້ດີຂຶ້ນ ແລະ ໄດ້ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານ ຂອງຂະແໜງ ຍທຂ ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ ກ່ຽວກັບການແກ້ໄຂບັນຫາສິ່ງແວດລ້ອມຕົວເມືອງ ແລະ ຂີ້ເຫຍື້ອ ໂດຍ “ຂະບວນການສົ່ງຕໍ່ຄວາມຮູ້ພື້ນຖານກ່ຽວກັບແບບວິທີການແກ້ໄຂດ້ວຍ DEWATS, FSM, Wetland, DESWAM and Septic tank” ເຊິ່ງມີຜູ້ໄດ້ຮັບການຝຶກອົບຮົມທັງດ້ານທິດສະດີ ແລະ ຕົວຈິງຫຼາຍກວ່າ 500 ຄົນ ເຊິ່ງໃນນີ້ຍັງສາມາດສ້າງໄດ້ພະນັກງານວິຊາການຂະແໜງ ຍທຂ ໃນບາງແຂວງທີ່ມີໂຄງການ ແມ່ນມີສາສາມາດຈັດຕັ້ງປະຕິບັດໂຄງການກໍ່ສ້າງລະບົບບໍາບັດນໍ້າເປື້ອນໄດ້ດ້ວຍຕົນເອງ ເລີ່ມຕັ່ງແຕ່ ການເກັບກໍາຂໍ້ມູນ-ສໍາຫຼວດ, ການຄິດໄລ່, ອອກແບບ, ຕິດຕາມ ແລະ ຄວບຄຸມການກໍ່ສ້າງ, ການດໍາເນີນງານດ້ານສັງຄົມ ແລະ ການບໍາລຸງຮັກສາ ໂດຍທີ່ບໍດາພຽງແຕ່ໃຫ້ຄໍາແນະນໍາເທົ່ານັ້ນ. ນອກຈາກນີ້, ບໍດາລາວຍັງໄດ້ໃຫ້ການຊ່ວຍເຫຼືອດ້ານວິຊາການໃນການຄິດໄລ່, ອອກແບບ, ຕິດຕາມຄວບຄຸມການກໍ່ສ້າງ ແລະ ຝຶກອົບຮົມການບົວລະບັດຮັກສາ ລະບົບບໍາບັດນໍ້າເປື້ອນ DEWATS 12 ແຫ່ງ, ອ່າງບໍາບັດຂີ້ຕະເລດ 2 ແຫ່ງ, ແລະ ໜອງບໍາບັດ 3 ແຫ່ງ ທີ່ສາມາດບໍາບັດນໍ້າເປື້ອນໄດ້ຫຼາຍກວ່າ 15,000 m3 ແລະ ມີຜູ້ໄດ້ຮັບຜົນປະໂຫຍດໂດຍກົງຫຼາຍກວ່າ 50,000 ຄົນ ແລະ ທາງອ້ອມຫຼາຍກວ່າ 200,000 ຄົນ.

          ເພື່ອສຶບຕໍ່ການຮ່ວມມືລະຫວ່າງກົມເຄຫາ ແລະ ຜັງເມືອງ ກະຊວງ ຍທຂ ແລະ ອົງການບໍດາ, ທາງຫ້ອງການບໍດາປະຈຳພາກພື້ນ ແມ່ນມີເຈດຈຳນົງ ແລະ ແຜນສືບຕໍ່ ໃຫ້ການຊ່ວຍເຫຼືອ ກ່ຽວກັບ ໂຄງການປັບປຸງຄຸນນະພາບຊີວິດການເປັນຢູ່ ແລະ
ສ້າງຄວາມເຂັ້ມແຂງໃຫ້ແກ່ຕົວເມືອງນ້ອຍໃຫ້ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ຢູ່ເມືອງຊໍາເໜືອ, ເມືອງວຽງໄຊ ແລະ ເມືອງຫົວເມືອງ ແຂວງຫົວພັນ. ເຊິ່ງມີຈຸດປະສົງໃນການສ້າງແຜນສໍາລັບການພັດທະນາຕົວເມືອງທີ່ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ
ສາມາດຄຸ້ມຄອງແລະປັບປຸງສິ່ງແວດລ້ອມຕົວເມືອງ ໃຫ້ທັງສາມເມືອງເປົ້າໝາຍ ໃນການຈັດຕັ້ງປະຕິບັດໂຄງການທົດລອງ ເພື່ອເປັນແບບຢ່າງ, ສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນ ແລະ ພະນັກງານວິຊາການ. ນອກຈາກນີ້, ຍັງສົ່ງເສີມໃນຂະແໜງການທີ່ກ່ຽວຂ້ອງນໍາເອົາແຜນຂອງໂຄງການ ດັດປັບເຂົ້າໃນແຜນງານຂອງຕົນ ແລະ ສ້າງເອກະສານ-ເຄື່ອງມືສໍາລັບການເຜີຍແຜ່ ແລະ ປູກຈິດສໍານຶກ.

ກ່ຽວກັບ ຍທຂ


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

ແຜນທີ່


ຕິດຕໍ່


ກະຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ

ຖະໜົນລ້ານຊ້າງ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທ: 856-21 412255 , ສາຍດ່ວນ 1518

ແຟັກ: 856-21 412250