Ministry News

ກະຊວງ ໂຍທາທິການ ແລະ ຂົນສົ່ງ ເຜີຍແຜ່ການຈັດຕັ້ງຜັນຂະຫຍາຍດຳລັດເລກທີ 599/ລບ

2022-05-30 - Administrator



ວັນທີ 27 ພຶດສະພາ 2022 ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດກອງປະຊຸມເຜີຍແຜ່ການຈັດຕັ້ງຜັນຂະຫຍາຍດຳລັດ ຂອງລັດຖະບານ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຍທຂ, ໂດຍການເປັນປະທານຂອງທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ,ລັດຖະມົນຕີກະຊວງ ຍທຂ; ມີບັນດາຮອງລັດຖະມົນຕີ, ຜູ້ຊ່ວຍຄະນະລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າກົມ, ສະຖາບັນ, ກອງ ແລະ ພະແນກ ອ້ອມຂ້າງກະຊວງ ຍທຂ ເຂົ້າຮ່ວມ.

ທ່ານ ວຽງສະຫວັດ ສີພັນດອນ ກ່າວວ່າ: ກອງປະຊຸມເຜີຍແຜ່ການຈັດຕັ້ງຜັນຂະຫຍາຍດຳລັດຂອງລັດຖະບານ ສະບັບເລກທີ 599/ລບ ເພື່ອເຮັດໃຫ້ຮ່າງດຳລັດດັ່ງກ່າວຜັນຂະຫຍາຍໃຫ້ທົ່ວເຖິງຢ່າງສົມບູນ ໂດຍການຈັດຕັ້ງປະຕິບັດດຳລັດສະບັບນີ້, ສ່ອງແສງ ໃຫ້ເຫັນເຖິງຄວາມພະຍາຍາມຂອງພັກ ແລະ ລັດ ໃນການສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ, ໃນການຄຸ້ມຄອງ ແລະ ນຳໃຊ້ຊັບສິນ ຂອງລັດໃຫ້ເກີດຜົນປະໂຫຍດສູງສຸດປະກອບສ່ວນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຂອງປະເທດ, ສ້າງລັດຂອງປະຊາຊົນໃຫ້ເຂັ້ມແຂງ, ສ້າງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ແລະ ສັງຄົມຫຼາຍຂຶ້ນ. ສິ່ງສຳຄັນ ແມ່ນປະຕິບັດທິດຫັນປ່ຽນໃໝ່ ຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານໃນວຽກງານດັ່ງກ່າວ ຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ກຳນົດໄວ້ໃຫ້ປາກົດຜົນເປັນຈິງ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250