Ministry News

ກົມກວດກາ(ຍທຂ)ມອບແຜ່ນຮູບພາບກ່ຽວກັບ ການຕ້ານການສໍ້ລາດບັງຫຼວງໃຫ້ໂຮງຮຽນອະນຸບານ ມະນີພອນ ບ້ານໂພນປາເປົ້າ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ

2022-06-07 - Administrator


        ໃນວັນທີ 6 ມິຖຸນາ 2022 ນີ້  ກົມກວດກາ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ມອບແຜ່ນຮູບພາບ ກ່ຽວກັບການຕ້ານສໍ້ລາດບັງຫຼວງ, ປື້ມກົດໝາຍ ວ່າດ້ວຍຕ້ານການສໍ້ລາດບັງຫຼວງ ແລະ ປື້ມກົດໝາຍ ວ່າດ້ວຍ ກວດກາລັດ ໃຫ້ໂຮງຮຽນ ອະນຸບານ ມະນີພອນ ທີ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍການນໍາພາ ແລະ ເຂົ້າຮ່ວມຂອງທ່ານ ບຸນຊົມ ບຸດຕະວົງ ຄະນະພັກຮາກຖານ, ຮອງຫົວໜ້າກົມກວດກາ, ກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະ.       

       ພິທີດັ່ງກ່າວທ່ານ ບຸນຊົມ ບຸດຕະວົງ  ຮອງຫົວໜ້າກົມກວດກາ ໄດ້ກ່າວຈຸດປະສົງໃນການມອບແຜ່ນຮູບພາບ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ, ປືມກົດໝາຍ ວ່າດ້ວຍຕ້ານການສໍ້ລາດບັງຫຼວງ ແລະ ປື້ມກົດໝາຍ ວ່າດ້ວຍ ກວດກາລັດ ໃຫ້ໂຮງຮຽນ ອະນຸບານ ມະນີພອນ ເພື່ອໂຄສະນາເຖິງຜົນຮ້າຍຂອງການສໍ້ລາດບັງຫຼວງ ແລະ ປູກຈິດສຳນຶກ​ ໃຫ້ອະນຸຊົນ ສ້າງສະຕິເປັນເຈົ້າຕາມທິດທາງ 3 ບໍ່ ຄື: ບໍ່ກ້າ,​ ບໍ່ສາມາດ​ ແລະ ບໍ່ຢາກສໍ້ລາດບັງຫຼວງ. ເຊິ່ງລາຍການທີ່ນໍາໄປມອບມີຄື: ແຜ່ນຮູບພາບ 4 ຫົວຂໍ້ ກ່ຽວກັບການຕ້ານການສໍ້ລາດບັງຫຼວງ ຈໍານວນ 1 ຊຸດ; ປື້ມກົດໝາຍ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ຈໍານວນ 5 ຫົວ ແລະ ປື້ມກົດໝາຍ ກວດກາລັດ ຈໍານວນ 5 ຫົວ.

ໂດຍໃຫ້ການຕ້ອນຮັບຂອງທ່ານ ນ. ຄຳໝູນ ສີລາປານີ  ຜູ້ອໍານວຍການໂຮງຮຽນ, ຄະນະຄູ ແລະ ນ້ອງນັກຮຽນ ພ້ອມນີ້ຍັງໄດ້ສະແດງຄວາມຂອບໃຈຕໍ່ຄະນະຈາກ ກົມກວດກາ, ກະຊວງໂຍທາທິການ ແລະ ຂົນສົ່ງ ທີ່ໄດ້ນໍາເອົາແຜ່ນຮູບພາບ ແລະ ປື້ມກົດໝາຍ ມາມອບໃຫ້ໂຮງຮຽນ ອະນຸບານມະນີພອນ ແລະ ທາງໂຮງຮຽນຈະເຜີຍແຜ່ເພື່ອປູກຈິດສຳນຶກ ໃຫ້ນ້ອງນັກຮຽນໄດ້ຮຽນຮູ້, ເຂົ້າໃຈເຖິງຜົນຮ້າຍຄວາມອັນຕະລາຍຂອງການສໍ້ລາດບັງຫຼວງ.

 

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250