Ministry News

ກອງປະຊຸມ ສະຫຼຸບ ການຈັດຕັ້ງປະຕິບັດວຽກງານກວດກາ, ກວດສອບ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງອັນພົ້ນເດັ່ນປະຈຳໄຕມາດ l ປີ 2022 ແລະ ທິດທາງແຜນການໄຕມາດ ll ປີ 2022

2022-06-03 - Administrator


ໃນວັນທີ 19 ພຶດສະພາ ປີ 2022 ທີ່ຜ່ານມານີ້ ກົມກວດກາກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານກວດກາ, ກວດສອບ ແລະ ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງອັນພົ້ນເດັ່ນ ປະຈຳໄຕມາດ 1/2022 ແລະ ທິດທາງແຜນການ ໄຕມາດ 2/2022 ໂດຍການເປັນປະທານຂອງສະຫາຍ ໄຊສົງຄາມ ມະໂນທັມ ປະທານຄະນະກວດກາພັກ ກະຊວງ, ເລຂາໜ່ວຍພັກ,ຫົວໜ້າກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີບັນດາສະຫາຍ ຮອງປະທານຄະນະກວດກາພັກກະຊວງ, ຄະນະພັກປະທານກວດກາຂອງ ບັນດາໜ່ວຍພັກຮາກຖານຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ລັດວິສະຫາກິດ ແລະ ສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ເຂົ້າຮ່ວມ.

      ເພື່ອເປັນການຈັດຕັ້ງປະຕິບັດວຽກງານທີ່ໄດ້ວາງໄວ້ຂອງ ຄະນະພັກ-ຄະນະນໍາ ຄະນະກວດກາພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ໃນໄລຍະ 3 ເດືອນ (1,2,3/2022) ທີ່ຜ່ານມາ ຄະນະກວດກາພັກກະຊວງ​ ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໄດ້​​ເອົາໃຈໃສ່ນຳພາ-ຊີ້ນໍາໃນການຈັດຕັ້ງປະຕິບັດວຽກງານກວດກາພັກ-ລັດ, ກວດສອບ ແລະ ຕ້ານການສໍ້ລາດບັງຫຼວງຂອງກະຊວງຢ່າງໃກ້ຊິດ ແລະ ເປັນປົກກະຕິ ໃນການຈັດຕັ້ງປະຕິບັດ 3 ແຜນຍຸດທະສາດ ຂອງວຽກງານກວດກາ ເປັນຕົ້ນ: ການສ້າງລະບົບຄຸ້ມຄອງ ແລະ ກົນໄກສານງານໃຫ້ເຊື່ອມຈອດກັບທຸກຮາກຖານພັກ ແລະ ອົງການຈັດຕັ້ງມະຫາຊົນ, ໄດ້ດໍາເນີນການປຸກລະດົມຂົນຂວາຍໃຫ້ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ໂດຍສະເພາະສະຫາຍເລຂາໃຫ້ເຫັນໄດ້ຄວາສຳຄັນວຽກງານກວດກາ ແລະ ໄດ້ດໍາເນີນການຝຶກອົບຮົມ ໃຫ້ແກ່ປະທານກວດກາ, ຜູ້ຮັບຜິດຊອບວຽກກວດກາ, ພະແນກກວດກາ ແລະ ພະນັກງານກວດກາ ໃຫ້ຮູ້ຈັກພາລະບົດບາດຂອງຕົນ.


ສໍາລັບວຽກງານຕິດຕາມ, ກວດກາ ການແກ້ໄຂຜົນການກວດກາຕາມຜົນການກວດສອບ ໄດ້ເຂົ້າເປັນຄະນະປະສານງານກັບຄະນະກວດກາ ອົງການກວດກາແຫ່ງລັດ ໃນການກວດກາການນໍາໃຊ້ເງິນກອງທຶນທາງຢູ່ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ຕາມຜົນການກວດສອບ ສົກປີ 2019 ຕາມຂໍ້ຕົກລົງ ສະບັບເລກທີ 01309/ຍທຂ, ລົງວັນທີ 20 ມັງກອນ 2022 ​ສຳ​ເລັດ​ແລ້ວ 3 ແຂວງ​ພາກເໜືອ 4 ແຂວງ​ພາກ​ໃຕ້ ແລະ ນະ​ຄອນຫຼວງວຽງ​ຈັນ ປັດຈຸບັນກະ​ກຽມ​ບົດ​ລາຍ​ງານໃຫ້ຂັ້ນເທິງ ພ້ອມດຽວກັນນັ້ນ, ຄະນະກວດກາພັກກະຊວງ ໄດ້ຊີ້ນຳ-ນຳພາ ປະຕິບັດ 2 ໜ້າທີ່ຍຸດທະສາດ ໃນການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຄື: 1)ການປູກຈິດສໍານຶກ ໂດຍຮູບການລົງໂຄສະນາທາງໂທລະພາບ, ວິທະຍຸ ແລະ ໜັງສືພິມ ກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; 2)ການອັດຊ່ອງຫວ່າງ ໂດຍການຊຸກຍູ້ໃຫ້ຮາກຖານພັກສ້າງນິຕິກໍາ ເພື່ອເປັນເຄື່ອງມືໃນການປະຕິບັດວຽກງານຕິດຕາມ, ກວດກາ ການສໍ້ລາດບັງຫຼວງ. ນອກນັ້ນ, ກົມກວດກາ ຍັງໄດ້ສຳເລັດການຂຽນແຜນກ່ຽວກັບການເຄື່ອນໄຫວລົງຊຸກຍູ້ ວຽກງານກວດກາ, ວຽກງານການຕ້ານສໍ້ລາດບັງຫຼວງ ໃຫ້ກັບບັນດາ ພະແນກ ຍທຂ ແຂວງ ໃນຂອບເຂດທົ່ວປະເທດ ເພື່ອຂໍການສະໜັບສະໜູນງົບປະມານ ຈາກສະຖາບັນການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການປະເທດ ລຸກຊໍາບວກ ທີ່ປະຈໍາຢູ່ ສປປ ລາວ, ປະ​ຈຸ​ບັນ​ລໍຖ້າຄຳຕອບ ຈາກສະຖາບັນດັ່ງກ່າວ; ຕິດຕາມການຈັດຕັ້ງປະຕິບັດແຈ້ງການຂອງ ທ່ານລັດຖະມົນຕີ ສະບັບເລກທີ 8389/ຍທຂ, ລົງວັນທີ 5 ພຶດສະພາ 2020 ກ່ຽວກັບການຈັດຕັ້ງປະຕິບັດການຈັດຊື້-ຈັດຈ້າງດ້ວຍທຶນຂອງລັດ ຂອງ ກະຊວງ ຍທຂ ແລະ ສະຫຼຸບລາຍງານໃຫ້ ລັດຖະມົນຕີ ແລະ ຮອງລັດຖະມົນຕີ ຊາບເປັນແຕ່ລະງວດ, ຫົກເດືອນ ແລະ 1 ປີ ມາຮອດປະຈຸບັນ ໄດ້ເກັບກໍາເອກະສານກ່ຽວກັບວຽກງານດັ່ງກ່າວໄດ້ແລ້ວ 23 ພາກສ່ວນ ກວດກາແລ້ວ 18 ກົມ/ກອງ, ທຽບໃສ່ແຜນການສາມາດປະຕິບັດໄດ້ 78%. ວຽກງານການຄົ້ນຄວ້າຄໍາຮ້ອງ-ຄໍາສະເໜີຄະນະກວດກາພັກກະຊວງ ໄດ້ຊີ້ນຳໃຫ້ຄະນະພັກ, ຄະນະກວດກາ ແຕ່ລະຂັ້ນດຳເນີນການຄົ້ນຄວ້າພິຈາລະນາແກ້ໄຂຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ ຕາມພາລະບົດບາດ, ຂອບເຂດສິດ ແລະ ໜ້າທີ່ ຂອງຕົນ ໂດຍສ້າງເງື່ອນໄຂການຮັບຄໍາຮ້ອງ-ຄໍາສະເໜີ ໃຫ້ເປັນລະບົບຖືກຕາມສາຍໄຍການຈັດຕັ້ງ, ໃຫ້ພົນລະເມືອງ ໄດ້ສົ່ງຂ່າວ-ປະກອບຄໍາເຫັນຕໍ່ການຈັດຕັ້ງ, ສະມາຊິກພັກ-ພະນັກງານດ້ວຍຫຼາຍຮູບການເຊັ່ນ: ການຮັບຕ້ອນ ແລະ ການເຂົ້າພົບເພື່ອລາຍງານ, ສື່ມວນຊົນ, ສື່ອອນລາຍ, ໂທລະສັບສາຍດ່ວນ ແລະ ຕູ້ຮັບຄໍາຮ້ອງ ແລະ ຮູບການອື່ນໆ ທີ່ກົດໝາຍກໍານົດ ໂດຍໄດ້ຕິດຕັ້ງຕູ້ຮັບຄໍາຮ້ອງ-ຄຳສະເໜີຂອງພົນລະເມືອງ ຢູ່ຂ້າງປະຕູທາງເຂົ້າສຳນັກງານໃຫຍ່ກະຊວງ ຍທຂ ແລະ ຢູ່ກົມກວດກາ ແລະ ໄດ້ເອົາລົງເວບໄຊ ຂອງກະຊວງ ຍທຂ ແລະ  WhatsApp: 020 22444554  ແລະ ເບີໂທລະສັບ: 021 417730 ໃນໂມງລັດຖະການ; ບັນດາກົມ/ກອງ ກ່ຽວຂ້ອງ ຂອງກະຊວງ ຍທຂ ໄດ້ຕິດຕາມ ຄຳສະເໜີຂອງສັງຄົມ ທີ່ມີຕໍ່ຂະແໜງ ຍທຂ ຜ່ານສາຍດ່ວນສະພາແຫ່ງຊາດ 1516, ສາຍດ່ວນລັດຖະບານ 156 ແລະ ສາຍດ່ວນຂອງກະຊວງ ຍທຂ 1518 ແລະ ໄດ້ຄົ້ນຄວ້າແກ້ໄຂ-ຕອບຄຳຊັກຖາມດັ່ງກ່າວ ຕາມການຊີ້ນຳຂອງຄະນະນຳກະຊວງ ເປັນແຕ່ລະກໍລະນີຕາມໜັງສືແຈ້ງຕອບຂອງ ກະຊວງ ຍທຂ  ສົ່ງໃຫ້ຄະນະເລຂາທິການສະພາແຫ່ງຊາດ ສະບັບ 510/ຍທຂ, ລົງວັນທີ 26 ສິງຫາ 2021.

    
        ກອງປະຊຸມ ຄັ້ງນີ້ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດເຫັນ  ຕໍ່ບົດສະຫຼຸບວຽກງານກວດກາ, ກວດສອບ ແລະ  ສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ປະຈຳໄຕມາດ l ປີ 2022  ແລະ ມາດຕະການວິທີການແກ້ໄຂຈຸດອ່ອນ-ຄົງຄ້າງ, ກົນໄກຈັດຕັ້ງປະຕິບັດ ທິດທາງແຜນການໄຕມາດ ll ປີ 2022 ອີກດ້ວຍ.

      ຕອນທ້າຍກອງປະຊຸມໄດ້ຮັບຟັງຄໍາເຫັນໂອ້ລົມຂອງສະຫາຍ ໄຊສົງຄາມ ມະໂນທັມ ປະທານຄະນະກວດກາພັກ ກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມກວດກາ ກະຊວງໂຍທາທິການ ແລະ ຂົນສົ່ງ ໂດຍສະເພາະສະຫາຍໄດ້ເນັ້ນໜັກຕໍ່ບັນດາ ມາດຕະການແກ້ໄຂຈຸດອ່ອນ-ຄົງຄ້າງ ແລະ ທິດທາງໃນການຈັດຕັ້ງປະຕິບັດໄຕມາດ ll ປີ 2022 ເພື່ອເຮັດໃຫ້ວຽກງານຕິດຕາມ, ກວດກາພັກ-ລັດຂອງກະຊວງໂຍທາທິການ ແລະ ຂົນສົ່ງໄດ້ຮັບໝາກຜົນ ແລະ ເຂັ້ມແຂງ ສະເໜີບັນດາສະຫາຍ ຄະນະພັກຮາກຖານ ສືບຕໍ່ສະໜັບສະໜູນ ແລະ ໃຫ້ຄວາມສຳຄັນວຽກງານກວດກາ ໂດຍປະກອບພະນັກງານກວດກາ ແລະ ຜູ້ຮັບຜິດຊອບວຽກງານກວດກາ ໃຫ້ຄົບຖ້ວນ. ພ້ອມອຳນວຍຄວາມສະດວກ ແລະ ຫັນເອົາວຽກງານກວດກາ ເປັນເສນາທິການ ເປັນເຄື່ອງມື ຊ່ວຍວຽກບໍລິຫານຂອງຕົນ ໃຫ້ສົມກັບວ່າ ມີການກວດກາ ຈຶ່ງມີການນຳພາ. ບ່ອນໃດມີພັກນຳພາ ຕ້ອງມີການກວດກາ. ຍົກສູງບົດບາດຂອງພັກ ດ້ວຍການເອົາໃຈໃສ່ວຽກງານຂອງພັກ, ກໍ່ສ້າງພັກດ້ວຍຄຸນນະພາບ ແລະ ປະຕິບັດກົດລະບຽບ ຂອງພັກປະຊາຊົນປະຕິວັດລາວ ໃຫ້ຄົບຖ້ວນ ແລະ ເຂັ້ມງວດ; ຊິ້ນໍາ-ນຳພາວຽກອົງການຈັດຕັ້ງມະຫາຊົນ ໃຫ້ໄດ້ເຄື່ອນໄຫວຕາມພາລະບົດບາດ ແລະ ມະຕິກອງປະຊຸມໃຫຍ່ຂອງຕົນ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250