Ministry News

ກະຊວງໂຍທາທິການ ແລະ ຂົນສົ່ງ ປາຖະກະຖາວັນສ້າງຕັ້ັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ

2022-04-04 - Administrator


ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຈັດກອງປະຊຸມປາຖະກະຖາວັນສ້າງຕັ້ັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ ຂຶ້ນໃນວັນທີ 1 ເມສາ 2022 ທີ່ຫ້ອງປະຊຸມໃຫຍ່ ກະຊວງ ຍທຂ, ໂດຍໃຫ້ກຽດເປັນປະທ່ານ ແລະ ປາຖະກະຖາ ໂດຍສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ຍທຂ; ມີບັນດາສະຫາຍ ຄະນະປະຈໍາພັກກະຊວງ, ບັນດາສະຫາຍ ກໍາມະການພັກກະຊວງ, ຄະນະໜ່ວຍພັກຮາກຖາານ, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມ, ສະຖາບັນ, ກອງວິຊາການ, ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ, ຜູ້ອຳນວຍການ, ຮອງຜູ້ອຳນວຍການລັດວິາຫະກິດ, ຫົວໜ້າພະແນກ ຂອງບັນດາກົມ ແລະ ທຽບເທົ່າ ແລະ ຄະນະບໍລິຫານງານສາມອົງການຈັດຕັ້ງມະຫາຊົນຂັ້ນກະຊວງ ເຂົ້າຮ່ວມ.

ກອງປະຊຸມປາຖະກະຖາຄັ້ງນີ້ ເພື່ອເປັນການທົບທວນຫວນຄືນມູນເຊື້ອ  ແລະ ຄວາມໝາຍສຳຄັນຂອງສ້າງຕັ້ັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 67 ປີ, 22 ມີນາ 1955 - 22 ມີນາ 2022; ຊຶ່ງສະຫາຍ ທ່ານ ວຽງສະຫວັດ ສີພັນດອນ ໄດ້ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສໍາຄັນວ່າ: ການກໍາເນີດຂອງ ພັກປະຊາຊົນ ປະຕິວັດລາວ 67 ປີແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນ ປະຕິວັດລາວ ແລະ ເສີມຂະຫຍາຍມູນເຊື້ອທາດແທ້ຂອງພັກປະຊາຊົນປະຕິວັດລາວ. ທັງໝົດນັ້ນ ກໍ່ເພື່ອໃຫ້ພະນັກງານ-ລັດຖະກອນ ຮັບຮູ້ກຳແໜ້ນທາດແທ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 67 ປີ.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250