Provincial News

ຂ່າວທ້ອງຖິ່ນເມືອງເຊໂປນ ຊາວເມືອງເຊໂປນອອກແຮງງານລວມ ອະນາໄມຖະໜົນ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ່ 2 ທັນວາ

2021-12-01 - Administrator


    ປະຊາຊົນ 9 ບ້ານເປົ້າໝາຍຂອງໂຄງການພັດທະນາຊົນນະບົດ ໄລຍະທີ 1 ຢູ່ເມືອງເຊໂປນ ສ້າງຂະບວນການອອກແຮງງານລວມ ຄໍານັບຮັບຕ້ອນຂອງວັນສໍາຄັນຕ່າງໆ  ຂອງຊາດ ຂອງພັກ ທີ່ຈະມາຮອດມາເຖິງນີ້. ເພື່ອເປັນການຫຼຸດຜ່ອນການເປ່ເພເສຍຫລາຍ ແລະ ຫຼຸດຜ່ອນງົບປະມານການສ້ອມແປງທາງຊົນນະບົດ ດ້ວຍກົນຈັກ ເພື່ອໃຫ້ເສັ້ນທາງຊົນນະບົດໃຫ້ມີຄວາມສະອາດ ຜູ້ຂັບຂີ່ປອດໄພ ປະຊາຊົນ ເປັນເຈົ້າຂອງເສັ້ນທາງ ແລະ ເປັນຜູ້ນຳໃຊ້ໃຫ້ມີອາຍຸທີ່ຍາວນານ ພ້ອມທັ້ງເປັນການສ້າງຂະບວນການອອກແຮງງານລວມ ເພື່ອຄຳນັບຮັບຕ້ອນ 2​ ວັນປະຫວັດສາດທີ່ສໍາຄັນ ໂດຍສະເພາະແມ່ນວັນຊາດທີ 2 ທັນວາ ທີ່ໄດ້ໝຸນວຽນມາຄົບຮອບ 46 ປີ, ວັນຄ້າຍວັນເກີດ ທ່ານ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັ້ງຊາດ ຄົບຮອບ 100 ປີ ໃຫ້ມີຄວາມໝາຍຄວາມສໍາຄັນ, ມີບັນຍາກາດ ແລະ ເປັນຂະບວນຟົດຟື້ນ. ດັ່ງນັ້ນ​​​, ໃນວັນທີ 29 ພະຈິກ 2021 ທີ່ຜ່ານມາ ທ່ານ ສົມບັດ ອິນທະວົງ ຮອງເຈົ້າເມືອງ ເມືອງເຊໂປນ,​ ທ່ານ ເສິມຄໍາ ຈັນທະວົງ ຜູ້ປະສານງານວຽກງານ VMC ກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ເຈົ້າຂອງໂຄງງານ ພັດທະນາຊົນນະບົດ ໃນໄລຍະທີ 1 ຢູ່ເມືອງເຊໂປນ ພ້ອມດ້ວຍຄະນະທີມງານຂອງໂຄງການ ສົມທົບກັບອໍານາດການປົກຄອງ 9 ບ້ານ ເປົ້າໝາຍຂອງໂຄງການ ກຸ່ມດົງສະຫວັນ, ກຸ່ມອາຫໍ, ກຸ່ມລາເຕືອງ, ກຸ່ມເຕົ້າເຮື້ອ, ກຸ່ມສະແລນ, ກຸ່ມວັງເລິກ, ກຸ່ມສະດູນ, ກຸ່ມມະນາຍ ແລະ ກຸ່ມອາວຽນ ລົງຕິດຕາມກວດກາ ຂະບວນການອອກແຮງງານລວມ ໃນຂອບເຂດທີ່ຕົນຮັບຜິດຊອບ, ອານາໄມເລີ່ມແຕ່ 3 ແຍກບ້ານດົງສະຫວັນທາງເລກ 9 ຫາຈຸດສຸມລາໂກ ມີລວງຍາວປະມານ 42 ກິໂລແມັດ.




ໜ້າວຽກມີດັ່ງນີ້:

1. ອານາໄມ ແລະ ລ່ວງຮ່ອງລະບາຍນ້ໍາ

2. ​ຍົກຍ້າຍດິນເຈື່ອນບໍລິມາດນ້ອຍກວ່າ 3 ແມັດກ້ອນຕໍ່ 1 ກິໂລແມັດ

3. ອານາໄມລວມທໍ່

4. ອານາໄມຂົວ 

5. ອານາໄມແລວຫ້ວຍ ບ່ອນມີຂົວ ຫຼື ທໍ່

6. ຍົກຍ້າຍສິ່ງກີດຂວາງ, ກ້ອນຫີນ,​ ຫຼື ຕົ້ນໄມ້ທັບທາງ

7. ຖາງຫຍ້າ ແລະ ປ່າແຄມທາງ

8. ທາງເປືອກໂຄ້ງ, ຕາບຂຸມ, ທາງໄກ, ທາງປູແຮ່

9. ຂຸດຮ່ອງນ້ຳດ້ວຍ ແຮງງານຄົນ

10. ກວດສອບ-ປົກປັກຮັກສາສິ່ງປະກອບທາງ, ປ້າຍສັນຍານ, ຫຼັກໝາຍ, ທໍ່ ແລະ ຫຼັກກິໂລແມັດ. 


ເຊິ່ງມີແຮງງານທັ້ງໝົດປະມານ 300 ກວ່າຄົນ.​ ເພື່ອປະຕິບັດຕາມບົດບັນທຶກກອງປະຊຸມໃນວັນທີ 26 ມີນາ 2020 ທີ່ຜ່ານມາ ຂອງທ່ານ ເຈົ້າເມືອງ ເມືອງເຊໂປນ ໄດ້ມີການອອກແຮງງານໃນວຽກງານບູລະນະຮັກສາ ທາງຊົນນະບົດແບບມີສ່ວນຮ່ວມຈາກຊຸມຊົນ ທີ່ອາໄສ ເລາະຕາມແຄມທາງດັ່ງກ່າວ ເຊິ່ງໃນໄລຍະຜ່ານມາທາງໂຄງການໄດ້ຈັດເຝີກອົບຮົມໃຫ້ ນາຍບ້ານແຕ່ລະບ້ານ ແລະ ໄດ້ມອບຄວາມຮັບຜິດຊອບໃຫ້ ຄະນະການປົກຄອງບ້ານ ແຕ່ລະບ້ານ ທີ່ອາໄສເລາະທາງ ເປັນຜູ້ຄຸ້ມຄອງບູລະນະຮັກສາເສັ້ນທາງ ແລະ ແບ່ງຄວາມຮັບຜິດຊອບໃຫ້ກັບນາຍບ້ານແຕ່ລະບ້ານ. ໄດ້ຊື່ອຸປະກອນຈໍານວນ 1​ທີ່ຈຳເປັນ ແລະ ມອບໃຫ້ຊາວບ້ານບູລະນະຮັກສາທາງ ແລະ ໄດ້ຕົກລົງເອກະພາບກັນແຕ່ລະບ້ານ ໂດຍມີການອອກແຮງງານລວມ 4 ຄັ້ງ/ປີ ກຳນົດເອົາທຸກໆວັນທີ 3 ມີນາ ເພື່ອເປັນການຄໍານັບຮັບຕ້ອນວັນແມ່ຍິງສາກົນ,​ ວັນທີ 28 ພຶດສະພາ ເພື່ອເປັນການຄໍານັບຮັບຕ້ອນວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ,​ ວັນທີ 15 ເດືອນກັນຍາ ເພື່ອເປັນການຄຳນຳຮັບຕ້ອນວັນກິນເຂົ້າໃໝ່ຂອງຊົນເຜົ່າ,​ ວັນທີ 28 ພະຈິກ ເພື່ອເປັນການຮັບຕ້ອນ ວັນຊາດ ແລະ ວັນສໍາຄັນອື່ນໆ.

- ກຸ່ມດົງສະຫວັນຮັບຜິດຊອບ 1,45 KM
- ກຸ່ມອາຫໍຮັບຜິດຊອບ 10,50 KM
- ກຸ່ມລາເຕືອງຮັບຜິດຊອບ 3.28 KM
- ກຸ່ມເຕົ້າເຮື້ອ ຮັບຜິດຊອບ 5.70 KM
- ກຸ່ມສະແລນຮັບຜິດຊອບ 3.50 KM
- ກຸ່ມວັງເລິກຮັບຜິດຊອບ 5.70 KM
- ກຸ່ມສະດູນຮັບຜິດຊອບ 5.90 KM
- ກຸ່ມມະນາຍຮັບຜິດຊອບ 3.30 KM
- ກຸ່ມອາວຽນຮັບຜິດຊອບ 1.74 KM

ວຽກທີ່ຕ້ອງເອົາໃຈໃສ່ເປັນພິເສດໃນລະດູຝົນ ແມ່ນວຽກກວດກາ ແລະ ອານາໄມທໍ່, ວຽກກວດກາ ແລະ ອານາໄມຮ່ອງນ້ຳລຽບແຄມທາງ,​ ກວດກາແກ້ໄຂດິນເຈື່ອນ,​ ກວດກາອານາໄມຖາງປ່າຂອບເຂດແຄມທາງເບື້ອງລະ 2ແມັດ, ກວດກາສະພາບໜ້າທາງໃຫ້ຢູ່ໃນສະພາບດີ.




-ບົດສຳພາດ ທ່ານ ສົມບັດ ອິນທະວົງ ຮອງເຈົ້າເມືອງ ເມືອງເຊໂປນ-

"ການອອກແຮງງານໃນຄັ້ງນີ້ ກໍຖືເປັນການສ້າງຂະບວນການຕ້ອນຮັບວັນຊາດ ທີ 2 ທັນວາ ທີ່ຈະມາເຖິງນີ້ ແລະ ເປັນການສ້າງຄວາມສາມັກຄິ-ຮັກແພງລະຫວ່າງນາຍກັບລູກບ້ານ ແຕ່ລະບ້ານ ຕາມເສັ້ນທາງ ແຕ່ບ້ານດົງສະຫວັນຫາຈຸດສຸມລາໂກ, ການອອກແຮງງານໃນຄັ້ງນີ້ ມີປະມານ 9 ກຸ່ມບ້ານ ແລະ ມີ 10 ໜ້າວຽກ, ໃນ 1 ປີມີ 4 ຄັ້ງ ທີ່ຈະມີການຮ່ວມກັນອອກແຮງງານລວມ ເພື່ອສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆ. ອີງຕາມບົດບັນທຶກ ຢູ່ເມືອງເຊໂປນ ທີ່ໄດ້ບັນທຶກໃນປີທີ່ຜ່ານມາ ໃນວັນ 26 ມິຖຸນາ 2020 ນັ້ນ, ໄດ້ມີການຕົກລົງກັນກັບນາຍບ້ານແຕ່ລະບ້ານ ວ່າຈະຕ້ອງໄດ້ມີການອອກແຮງງານລວມກັນ 4ຄັ້ງ/ປີ ໂດຍອີງໃສ່ວັນສຳຄັນຂອງຊາດ, ຈຸດປະສົງກໍແມ່ນ ເພື່ອຫຼຸດຜ່ອນການເປ່ເພເສຍຫາຍຂອງຖະໜົນຫົນທາງ  ແລະ ຫຼຸດງົບປະມານໃນການຊ້ອມແປງດ້ວຍເຄື່ອງກົນຈັກ. ຜົນໄດ້ຮັບຈາກການມີສ່ວນຮ່ວມປະຊາຊົນ ຖືວ່າໄດ້ຈັດຕັ້ງປະຕິບັດຢູ່ໃນ 8 ແຂວງ ໃນໂຄງການພັດທະນາຊົນນະບົດ ທີ່ໄດ້ຮັບການຊ່ວຍເຫຼືອຈາກລັດທະບານເຢຍລະມັນ ເພື່ອບູລະນະຮັກສາທະໜົນຫົນທາງ ແລະ ຫຼຸດຜ່ອນງົບປະມານຂອງລັດ"




ກົດເບິ່ງວີດີໂອ



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250