Ministry News

ກອງປະຊຸມສາມັນຄົບຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ ຄັ້ງທີ 02, ສະໄໝທີ XI

2021-08-05 - Administrator

 ກອງປະຊຸມສາມັນຄົບຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ ຄັ້ງທີ 02, ສະໄໝທີ XI, ໄດ້ຈັດຂື້ນໃນຕອນເຊົ້າວັນທີ 04 ສິງຫາ 2021 ທີຫ້ອງປະຊຸມກະຊວງ ໂຍທາທິການ ແລະ ຂົນສົ່ງ, ໂດຍການເປັນປະທ່ານຂອງ ສະຫາຍ ບຸນມາ ຫຼວງບັນດິດ ກຳມະການພັກກະຊວງ, ກຳມະການສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ; ມີບັນດາສະຫາຍຮອງເລຂາ, ຄະນະປະຈຳ, ກຳມະການຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ ເຂົ້າຮ່ວມ. 




   ກອງປະຊຸມສາມັນຄົບຄະນະບໍລິຫານງານຊາວໜຸ່ມ​ກະຊວງໂຍທາທິການ ແລະ ຂົນສົ່ງ ຄັ້ງ​ທີ 02, ສະ​ໄໝທີ XI ຂຶ້ນຢ່າງເປັນທາງການ, ໃນທ່າມກາງທີ່ຊາວໜຸ່ມທົ່ວປະເທດ ພວມ​ອອກ​ແຮງ​ແຂ່ງຂັນ​ຈັດ​ຕັ້ງ​ຜັນ​ຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ເວົ້າລວມ; ເວົ້າສະເພາະ ແມ່ນສະມາຊິກຊາວໜຸ່ມທົ່ວກະຊວງໂຍທາທິການ ແລະຂົນສົ່ງ ໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິ​ກອງ​ປະຊຸມ​ໃຫຍ່ຜູ້ແທນອົງຄະນະພັກກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ V,  ມະຕິ​ກອງ​ປະຊຸມ​ໃຫຍ່ຜູ້ແທນຊາວໜຸ່ມກະຊວງ ໂຍທາທິການ ແລະ ຂົນສົ່ງ ຄັ້ງທີ XI ໂດຍໄດ້ຮັບຜົນສຳເລັດເປັນກ້າວໆມາ.


    ກອງປະຊຸມຄັ້ງນີ້ ຈະໃຊ້ເວລາຢູ່ ເຄິ່ງວັນ, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນ ເພາະວ່າ ກອງປະຊຸມຈະພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືວຽກງານຕ່າງໆ ດັ່ງນີ້: ສະຫຼຸບຕີລາຄາການເຄື່ອນໄຫວນໍາພາຂອງຄະນະບໍລິຫານງານຊາວໜຸ່ມ​ກະຊວງ 6 ເດືອນຜ່ານມາ ແລະ ກໍານົດແຜນການ 6 ເດືອນຕໍ່ໜ້າ; ພິຈາລະນາຮັບຮອງແຜນດໍາເນີນງານຂອງຄະນະບໍລິຫານງານຊາວໜຸ່ມ​ກະຊວງໂຍທາທິການ ແລະ ຂົນສົ່ງ ສະ​ໄໝທີ XI; ພິຈາລະນາຮັບຮອງ ຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະບໍລິຫານງານຊາວໜຸ່ມ​ກະຊວງໂຍທາທິການ ແລະ ຂົນສົ່ງ ສະ​ໄໝທີ XI ແລະ ພິຈາລະນາຮັບຮອງ ຂໍ້ຕົກລົງ ວ່າດ້ວຍແບບແຜນວິທີເຮັດວຽກຂອງຄະນະບໍລິຫານງານຊາວໜຸ່ມ​ກະຊວງໂຍທາທິການ ແລະ ຂົນສົ່ງ ສະ​ໄໝທີ XI.


    ກອງປະຊຸມໃນຄັ້ງນີ້ ມີເນື້ອໃນສຳຄັນຫຼາຍດ້ານ ດັ່ງທີ່ໄດ້ກ່າວມານັ້ນ ແລະ ດ້ວຍເວລາທີ່ຈຳກັດ, ຈຶ່ງຮຽກຮ້ອງມາຍັງບັນດາສະຫາຍທັງໝົດທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຈົ່ງເຊີດຊູ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ພ້ອມກັນສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ ແລະປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ມີເຫດມີຜົນ ຕໍ່ບັນດາເອກະສານຕ່າງໆ ໃຫ້ຖືກກັບສະພາບຕົວຈິງທີ່ໄດ້ເຄື່ອນໄຫວນຳພາຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ, ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະ ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ.




About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250