Ministry News

ພິທີເຊັນສັນຍາໂຄງການກໍ່ສ້າງທາງແຕ່ ປາກລາຍ-ພູດູ່ ແຂວງໄຊຍາບູລີ

2012-12-12 - Administrator






​ໃນ​ວັນ​ທີ່ 30 ພະຈິກ 2012 ຢູ່​ທີ່​ໂຮງ​ແຮມ​ລາວ​ພລາຊາ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຈັດ​ພິທີ​​ເຊັນ​ສັນຍາ​ໂຄງການ​ກໍ່ສ້າງ​ທາງ​ແຕ່​ປາກ​ລາຍ-ພູ​ດູ່ ​ແຂວງ​ໄຊ​ຍະ​ບູລີ ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸ​ນຈັນ ສິນ​ທະ​ວົງ ລັດຖະທົນ​ຕິ​ຊ່ວຍ​ວ່າ ການ​ກະຊວງ ຍທຂ, ທ່ານ ພົງ​ສະຫວັນ ສິດ​ທະ​ວົງ ຄະນະ​ພັກ​ແຂວງ ຮອງ​ເຈົ້າ​ແຂວງ​ໄຊ​ຍະ​ບູລີ, ທ່ານ ນາງ ທິບ​ພະວັນ ສຸພາ​ມິດ​ກິດ​ຈາ, ​ເອກ​ອັກ​ຄະ​ລັດຖະ​ທູດ ​ໄທ​ປະຈຳລາວ, ທ່ານ ອັກຄະ​ສີ​ລິ ບູລະນະ​ສີ​ລິ, ຜູ້​ອຳນວຍ​ການ​ອົງ ການ​ນິດາ ​ແຫ່ງ​ລາຊະ​ອານາຈັກ​ໄທ. ​ເສັ້ນທາງ​ປາກ​ລາຍ-ພູ​ດູ່, ​ແຂວງ​ໄຊ​ຍະ​ບູລີ, ມີ​ຈຸດ​ເລີ້ມ​ຕົ້ນ ຢູ່​ສາມ​ແຍ​ກ ບ້ານ​ແກ້ງ​ສ້າວ    (ທາງ​ເບີ 4) ​ເມືອງ​ປາກ​ລາຍ, ​ແຂວງ​ໄຊ​ຍະ​ບູລີ ​ໄປ​ເຖີງພູ​ດູ່ (ຊາຍ​ແດນ​ໄທ), ມີ​ຄວາມ​ຍາວ 27,99 ກິ​ໂລ​ແມັດ ​ແລະ​ທາງ​ຮ່ອມ​ເຂົ້າ​ ບ້າ​ນບວມ​ເລົາ ​ແລະ​ບ້ານ​ຜາ​ແກ້ວ ມີ​ຄວາມ​ຍາວ​ 4,21 ກິ​ໂລ​ແມັດ ລວມທັງ​ໝົດ: 32,20 ກິ​ໂລ​ແມັດ ​ເສັ້ນທາງ​ແຕ່​ປາກ​ລາຍ-ພູ​ດູ່ ປັດຈຸບັນ​ເປັນ​ທາງ​ດີ​ນ​ແດງ ຊີ່​ງຈະ​ໄດ້ຮັບ​ການ​ຍົກ​ລະດັບ​ເປັນ​ທາງ​ປູຢາງ​ອັດສຟຼາ​ນ (AC) ​ເປັນ​ເສັ້ນທາງ​ທີ່​ມີ​ຄວາມ​ສຳຄັນ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ພື້ນຖານ​ໂຄງ​ລ່າງ​ຂອງ​ໄຊ​ຍະ​ບູລີ ​ແລະ​​ເປັນ​​ເສັ້ນທາ​ງ​ເຊື່ອມ​ຕໍ່​ອອກ​ໄປ​ສູ່​ປະ​ເທດ​ໄທ ຊື່​ງ​ໃນ​ຕໍ່​ໜ້າ​ຢູ່​ຊາຍ​ແດນ​ລາວ-​ໄທ ຈະ​ໄດ້​ຍົກ​ລະດັບ​ຈາກ​ດ່ານ​ທ້ອງ​ຖິ່ນ​ເປັນ​ດ່ານ​ສາກົນ ຈະ​ເຮັດ​ໃຫ້​ມີ​ການ​ຄ້າຂາຍ​ແລກປ່ຽນ​ສີ້​ນຄ້າ​ຫຼາຍ​ຂື້ນ​ກວ່າ​ເກົ່າ. ຜ່ານ​ມາ​ເຖີງປະຈຸ​ບັນ​ເສັ້ນທາງ​ດັ່ງກ່າວ ຍາມ​ລະດູ​ແລ້ງ​ເປັນ​ຝຸ່ນ​ປົກ​ຫຸ້ມ​ທົ່ວ​ເສັ້ນທາງ, ບ້ານ, ​ເຮືອນ ​ແລະ​ການ​ປູກຝັງ​ຂອງ​ປະຊາຊົນ ຍາມ​ລະດູຝົນ​ນ້ຳ​ອັ່ງ​ຖ້ວມ ໜ້າ​ທາງ​ເປັນ​ຂຸ່ມ, ​ເປັນ​ບໍ່ ​ເຮັດ​​ໃຫ້ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ສັນຈອນ​ໄປມາ​ ຂອງປະຊາຊົນ ຢູ່ດຂກດັ່ງກ່າວ​ຫຼາຍ. ງົບປະມານ​ໃນ​ການ​ກໍ່ສ້າງ ​ແມ່ນ​ລັດຖະບານ​ແຫ່ງ ສປປ ລາວ ​ໄດ້​ຂໍ​ທຶນ​ສະໜັບສະໜູນ ຈາກ​ສຳນັກງານ​ຄວາມ​ຮ່ວມ​ມື​ພັດທະນາ​ເສດຖະກິດ ກັບປະ​ເທດ​ເພື່ອນ​ບ້ານ ຫຼື​ເອີ້ນ​ວ່າ: ອົງການ​ນິດາ ​ແຫ່ງ​ລາຊະ​ອານາ ຈັກ​ໄທ ​ໃນ​ການ​ປັບປຸງ​ຍົກ​ລະດັບ​ເສັ້ນທາງ​ໃຫ້​ໄດ້​ມາດຕະຖານ. ​ໃນ​ວັນ​ທີ 02 ມີ​ຖຸນາ 2012 ລັດຖະບານ​ລາວ ​ໄດ້​ເຊັນ​ສັນຍາ​ຮັບ​ເອົາ​ການ​ຊ່ວຍ​ເຫຼືອ​ດ້ານ​ກາ​ນ​ເງິນ ກັບ​ອົງການ​ນິດາ ​ໃນ​ມູນ​ຄ່າ​ທັງ​ໝົດ: 718 ລ້ານ​ບາດ​ໄທ, ​ແບ່ງ​ເປັນ​ທຶນ​ຊາວ​ຍ​ເຫຼືອ​ລ້າ 20% ​ເທົ່າ​ກັບ 143,6 ລ້ານ​ບາດ ​ແລະ​ທຶນ​ກູ້​ຢືມ​ດອກ​ເບັ້ຍ​ຕ່ຳ 80% ​ເທົ່າ​ກັບ 574,4 ລ້ານບາດ ຊື່​ງການ​ຊ່ວຍ​ດັ່ງກ່າວ ​ເປັນ​ການ​ປະຕິບັດ​ຍຸດ​ທະ​ສາດ​ຂອງ​ການ​ຮ່ວ​ມມື​ໃນ​ການ​ພັດທະນາ ລະຫວ່າງ​ປະ​ເທດ​ເພື່ອນ​ບ້ານ ​ໂດຍ​ສະ​ເພາະ ສປປ ລາວ ​ແລະ​ລາຊະ​ອານາຈັກ​ໄທ ​ໃນ​ການ​ປັບປຸງ ​ແລະ​ຂະຫຍາຍ​ຕາໜ່າງ ​ເສັ້ນທາງ​ຫຼວງ ຂອງ ສປປ ລາວ ​ໃຫ້​ເຊື່ອມ​ຕໍ່​ກັບປະ​ເທດ​ໄທ ​ແລະ​ອະນຸ​ພາກ​ພື້ນ ​ແລະ​ອີກ​ດ້ານ​ໜຶ່ງ​ກໍ​ເພື່ອ​ແນ່​ໃສ່​ຟື້ນ​ຟູ ​ແລະ​ພັດທະ ນາ​​ເສດຖະກິດ​ຂອງ ສປປ ລາວ ​ໃຫ້​ບັນລຸ​ເປົ້າ​ໝາຍ​ຍຸດ​ທະ​ສາດ ຂອງ ລັດຖະບານ ​ເພື່ອ​ຫຼຸດ​ພົ້ນ​ຈາກ​ຄວາມ​ດ້ອຍ​ພັດທະນາ ພາຍ​ໃນ​ປີ 2020. ​ໂຄງ​ການ​ດັ່ງກ່າວ ພາຍຫລັງ​ການ​ກໍ່ສ້າງ​ສຳ​ເລັດ​​ແລ້ວ ຈະ​ນຳ​ເອົາ​ຜົນ​ປະ​​ໂຫຍ​ດອັນ​ມະຫາສານ ມາ​ໃຫ​ເພໍ່​ແມ່​ປະຊາຊົນ ​ແລະ​ເປັນ​ສີ່​ງອຳນວຍ​ຄວາມ​ສະດວກ​ຢ່າງ​ສູງ ​​ເພື່ອ​ໃຫ້​ເມືອງ​ປາກ​ລາຍ ​ແຂວງ​ໄຊ​ຍະ​ບູລີ​ມີ​ຄວາມ​ຈະ​ເລີ​ນສີ​ວິ​ໄລ​ເຊັ່ນ: 1) ມີ​ເສັ້ນທາງ​ທີ່​ມີ​ມາດຕະຖານ​ສູງ ຮັບປະກັນ​ຄົມມະນາຄົມ ຂົນ​ສົ່ງ​ທຽວ​ໄດ້​ຕະຫລອດ​ປີ ທັງ​ມີ​ຄວາມ​ປອດ​ໄພ ​ແລະ​ມີ​ຄວາມ​ສວຍ​ງາມ; 2) ປະຊາຊົນ​ທີ່​ນຳ​ໃຊ້​ເສັ້ນທາງ​ມີ​ຄວາມ​ສະ​ດວກ  ​ໃນ​ການ​ຂົນ​ສົ່ງ​ຜົນ​ຜະ​ລິດ​ຂອງ​ຕົນ ​ເຂົ້າ​ສູ່​ທ້ອງ​ຕະຫລາດ​ໃນ​ຕົວ​ເມືອງ ​ແລະ​ສົ່ງ​ອອກ​ຊາຍ​ແດນ​ລະຫວ່າງ​ປະ​ເທດ; 3) ​ເມື່ອ​ມີ​ເສັ້ນທາງ​ດີ​ໄປ​ມາສະ​ດວກ ຈະ​ເປັນ​ການ​ດຶງ​ດູດ​ເອົາ​ນັກທຸລະກິດ ​ເຂົ້າ​ມາ​ລົງທຶນ​ໃນ​ຂົງ​ເຂດ​ເມືອງ​ປາກ​ລາຍ​ຫຼາຍ​ຂື້ນ ຊື່​ງຈະ​ມີ​ໂຮງ​ຈັກ​ໂຮງງານ​ເກີດ​ຂື້ນ ​ແລະ​ປະຊາຊົນ​ຈະ​ມີ​ວຽກ​ຮັດ​ງານ​ທຳ  ​ແລະ​ຈະ​ມີ​ລາຍ​ຮັບ​ໃນ​ການ​ພັດທະນາ​ເສດຖະກິດ​ຄອບຄົວ​ຂອງ​ຕົນ. ຜົນ​ປະ​ໂຫຍ​ດຈາ​ການ​ດຳ​ເນີນ​ໂຄງການ​ກໍ່ສ້າງ​ທາງ​ດັ່ງກ່າວ ບໍ່ຳງ​ແຕ່​ເຮັດ​ໃຫ​ເປະ​ຊາ​ຊົນ ທີ່​ອາ​ໄສ​ຢູ່​ຕາມ​ຊົນນະບົດ​ຫ່າງ​ໄກ​ສອກຫຼີກ ມີ​ຄວາມ​ສະ​ດວກ​ສະບາຍ ​ໃນ​ດ້ານ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ​ຈໍລະ​ຈອນ​ສີນ​ຄ້າ​ດທົ່ານັ້ນ, ​ແຕ່​ຍັງ​ເປັນ​ການ​ສົ່ງ​ເສີມການ​ພັດທະນາ​ຮອບດ້ານ ​ເພື່ອ​ບັນລຸ​ແຜນ​ຍຸດ​ທະ​ສາດ​ຂອງ​ຊາດ ​ໃນ​ການ​ລົບ​ລ້າງ ​ຄວາມທຸກ​ຍາກ ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ ​ໃນ​ທົ່ວ​ປະ​ເທ​ດອີກ​ດ້ວຍ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250