Ministry News

ກອງປະຊຸມການເຮັດທົດລອງວຽກງານອອກບັດ-ມອບບັດ ໃຫ້ສະມາຊິກພັກສົມບູນ

2012-11-20 - Administrator



ໃນ​ວັນ​ທີ 15 ພະຈິກ 2012 ຢູ່​ທີ່​ຫ້ອງ​ປະຊຸມ​ເບີ 1 ​ໄດ້​ຈັດ​ໃຫ້​ມີ​ກອງ​ປະຊຸມ​ການ​ເຮັດ​ທົດ​ລອງວຽກງານ​ອອກ​ບັດ- ມອບ​ບັດ ​ໃຫ້​ສະມາຊິກ​ພັກ​ສົມບູນ ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ຂອງ​ອົງຄະ​ນະ​ພັກ​ກະຊວງ ​ໂຍທາ​ທິການ ​ແລະ​ຂົນ​ສົ່ງ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ລັດຕະນະມະນີ ຄູນ​ນີວົງ ຄະນະ​ພັກ​ກະຊວງ, ລັດຖະມົນຕີ​ຊ່ວຍ​ວ່າການ,​ ຜູ້​ຊີ້ນຳວຽກ​ງານ​ຕິດຕາມ, ຊຸກຍູ້ ​ແລະປະ​ເມີນ​ຜົນ​ການ​ກໍ່ສ້າງ​ໜ່ວຍ​ພັກ​ເຂັ້ມ​ແຂງ-ຮູ້​ນຳພາ​ຮອບດ້ານ ​ແລະ​ວຽກ​ງານ​ອອກ​ບັດ-ມອບ​ບັດ​ໃຫ້​ສະ​ໃຊິກ​ພັກ​ສົມບູນ ພ້ອມ​ດ້ວຍ​ບັນດາ​ສະຫາຍ​ເລຂາ ​ແລະ​ຮອງ​ເລຂາ ຄະນະ​ພັກ​ຮາດ​ຖານ, ໜ່ວຍ​ພັກ​ຮາກ​ຖານ​ລະ 1 ສະຫາຍ ຂອງ​ບັນດາ​ກົມ, ຫ້ອງການ, ອົງການ, ສະ​ຖາ​ບັນ, ສູນ​ຝຶກ ​ແລະ​ລັດ​ວິ​ສາ​ຫະກິດ​ທີ່​ຂື້ນ​ກັບ ອົງຄະ​ນະ​ພັກ​ກະຊວງ ຍທຂ ​ເຂົ້າ​ຮ່ວມ​ທັງ​ໝັດ 53 ສະຫາຍ. ​ໃນ​ກາ​ນ​ເຮັດ​ທົດ​ລອງ​ອອກ​ບັດ-ມອບ​ບັດ​ໃນ​ຄັ້ງ​ນີ້ ​​ໂດຍແມ່ນ ຄະນະ​ພັກ​ຮາກ​ຖານ ລັດ​ວິ​ສາ​ຫະກິດ ວິ​ສາວະ​ກຳ ຄົມມະນາ​ຄັມ​ເປັນ​ຈຸດ​ເຮັດ​ທົດ​ລອງ. ​ໃນ​ນີ້ ທ່ານ ບຸນ​ກອງ ໜູ​ຟອງ​ສະໝຸ​ດ ທີ່​ປຶກສາ​ລັດຖະມົນຕີ, ຫົວໜ້າ​ຄະນະ​ຮັບຜິດຊອບ​ວຽກ​ງານ​ອອກ​ບັດ-ມອບ​ບັດ​ໃຫ້ສະ​ມາ​ຊິກ​ພັກ​ສົມບູນ ​ໄດ້​ສະ​ເໜີ​ມະຕິ​ຕົກລົງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ສະບັບ​ເລກທີ 33/ກມສພ, ລົງ​ວັນ​ທີ 29/07/2010 ວ່າ​ດ້ວຍ​ການ​ອອກ​ບັດ-ມອບ​ບັດ ​ໃຫ້​ສະມາຊິກ​ພັກ​ສົມບູນ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແລະ​ບົດ​ແນະນຳ​ຂອງ​ຄະນະ​ຈັກ​ຕັ້ງ​ສູນ​ກາງ​ພັກ ສະບັບ​ເລກທີ 074/ຄຈສພ,​ລົງ​ວັນ​ທີ 27/01/2011 ກ່ຽວ​ກັບ​ການຈັດ​ຕັ້ງ​ຜັນ​ຂະຫຍາຍ​ມະຕິ​ຕົກລົງ ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ ​ເລກທີ 33/ກມສພ, ວ່າ​ດ້ວຍ​ການ​ອອກ​ບັດ-ມອບ​ບັດ​ໃຫ້​ສະມາຊິກ​ພັກ​ສົມບູນ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ. ​ແລະ ທ່ານ ລັນ ​ແສງ​ອາພອນ ຫົວໜ້າ​ກົມຈັດ​ຕັ້ງ-ພະນັກງານ ກະຊວງ ຍທຂ ກໍ​ໄດ້​ສະ​ເໜີ​​ແນະນຳ​ຜ່ານ​ໃບສຳ​ຫລວດ ​ແລະ​ຕິ​ລາຄາ​ແບ່ງ​ປະ​ເພດ ​ແລະ​ແບ່ງ​ໜ່ວຍ​ຜ່ານ​ໃບສຳ​ຫລວດ​ສະມາຊິກ​ສົມ ບູນ ​ແລະ​ຕີ​ລາຄາ​ແບ່ງ​ປະ​ເພດ ​ເຊີ່ງ​ມີ​ແບບ​ຟອມຢູ່​ຂັ້ນ​ໜ່ວຍ 10 ຫົວ​ຂໍ້​ຄື: 1) ຮ່າງ​ເຈາະ​ຈີ້ມ​ຂຽນ​ບົດ​ສຳ​ຫລວດ​ຂອງ​ສະມາຊິກ​ພັກ, 2) ຮ່າງ​ບົດ​ສຳ​ຫລວດສະມາຊິ​ກພັກ, 3) ຕາຕະລາງ​ໃຫ້ຄະ​ແນ​ນ ​ເພື່ອ​ຈັດ​ປະ​ເພດ​ສະມາຊິກ​ພັກ ຕາມ 5 ມາດຖານ, 4) ຕາຕະລາງ​ສັງ​ລວມຄະ​ແນນ​ຂອງ​ສະມາຊິກ​ພັກ​ສົມບູນ ​ໃນ 5 ມາດຖານ, 5) ຕາຕະລາງ​ຕີ​ລາຄາ​ສະມາຊິກ​ພັກ ຕາມ 5 ມາດຖານ (ກ.3),​ 6) ບັນຊີ​ສັງ​ລວມການ​ຕີ​ລາຄາ (ກ.4), 7) ຮ່າງ​ບົດ​ສະຫຼູ​ບ, 8) ຮ່າງ​ໃບ​ສະ​ເໜີ, 9) ບັນຊີ​ລາຍ​ຊື່​ສະມາຊິກ​ພັກ​ສົມບູນ​ທີ່​ໄດ້​ຕາມ​ມາດຖານ​ຈະ​ໄດ້​ຮັບ​ບັດ (ຂໍ້​ມູນ​ສົ່ງ​ໃຫ້​ຄະນະ​ພັກ​ກະຊວງ), 10) ບັນຊີ​ລາຍ​ຊື່​ສະມາຊິກ​ພັກ​ສົມບູນ​ທີ່​​ໄດ້ມາດຖານ​ຈະ​ໄດ້​ຮັບ​ບັດ (​ເອົາ​ໄວ້​ຕິດຕາມ​ຢູ່​ໜ່ວຍ​ພັກ​ຮາກ​ຖານ).

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250