Ministry News

ກອງ​ປະຊຸມ​ຄັ້ງ​ທີ່ II ຂອງຄະນະກຳມະການປະສານງານຮ່ວມສຳລັບ ໂຄງການສ້າງຂີດຄວາມສາມາດວຽກງານບູລະນະຮັກສາທາງຫຼວງໃນ ສ ປ ປ ລາວ

2012-11-16 - Administrator



ກອງ​ປະຊຸມ​ຄັ້ງ​ທີ່ II ຂອງຄະນະກຳມະການປະສານງານຮ່ວມສຳລັບ


ໂຄງການສ້າງຂີດຄວາມສາມາດວຽກງານບູລະນະຮັກສາທາງຫຼວງໃນ ສ ປ ປ ລາວ






ໃນ​ວັນ​ທີ 13 ພະຈິກ 2012 ຢູ່​ທີ່​ນະຄອນຫຼວງ​ວຽງ​ຈັນ ​ໄດ້​ມີ​ການ​ເປີດ​ກອງ​ປະຊຸມ​ຄັ້ງ​ທີ່ II ຂອງຄະນະກຳມະການປະສານງານຮ່ວມສຳລັບໂຄງການສ້າງຂີດຄວາມສາມາດວຽກງານບູລະນະຮັກສາທາງຫຼວງໃນ ສ.ປ.ປ.ລາວ. ໂດຍມີ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຈາກພາກສ່ວນ​ກົມ​ຂົວ​ທາງ, ພະ​ແນ​ກ ຍທຂ ​ແຂວງ ວຽງຈັນ ​ແລະ ສະຫວັນ​ນະ​ເຂດ ​ແລະ ຊ່ຽວຊານທີ່​ປຶກສາ JICA ປະຈຳ​ໂຄງການ ​ເຂົ້າ​ຮ່ວມຢ່າງ​ເປັນ​ທາງ​ການ.


ກອງ​ປະຊຸມ​ໃນ​ຄັ້ງ​ນິ້ ໃຫ້​ກຽດ​ເປັນ​ປະທານ​ຮ່ວມ​ໂດຍ​ມີ​ທ່ານ Mr. Masato TOGAWA, ຫົວໜ້າ​ຫ້ອງການອົງການ JICA  ປະຈຳ​ປະ​ເທດ​ລາວ ​ແລະ ທ່ານ ງາມ​ປະສົງ ​ເມືອງ​ມະນີ, ຮອງ​ຫົວໜ້າ​ກົມ​ຂົວ​ທາງ. ຈຸດປະສົງ​ຂອງ​ກອງ​ປະຊຸມ​ ​ແມ່ນ​ເພື່ອ​ຕິດຕາມ​ຄວາມ​ຄືບ​ໜ້າ ​ແລະ ຜົນສຳ​ເລັດ​ບາງ​ດ້ານ​ຂອງ​ໂຄງການ ​ແລະ ອີກ​ດ້ານ​ໜຶ່ງ​ກໍ່​ເພື່ອ​ປຶກສາ​ຫາລື ​ແລະ ​ແລກປ່ຽນຄວາມ​ຄິດ​ຄວາມເຫັນບັນຫາ​ຕ່າງໆ ທີ່​ກ່ຽວຂ້ອງ​ກັບ​​ໂຄງການ.


ຄວາມ​ຄືບ​ໜ້າ​ໂດຍ​ລວມ​ໃນ​ການຈັດ​ຕັ້ງ​ປະຕິບັດ​ໂຄງການຢູ່​ໃນ​ໄລຍະ​ໜຶ່ງປີ​ທຳ​ອິດ​ລວມມີ: (1) ປັບປຸງ ​ແລະ ຝຶກ​ອົບຮົມ​ກ່ຽວ​ກັບ​ລະບົບ​ຄຸ້ມ​ຄອງ​ບູລະນະ​ຮັກ​ເສັ້ນທາງ​ຫຼວງ​ແຂວງ (PRoMMS), ​​​ເພື່ອ​ນຳ​ໃຊ້​ເປັນ​ລະບົບ​ແລະວິທີ​ການ​ໃນການ​ກຳນົດ​ຄວາມ​ຕ້ອງການ​ຂອງ​ວຽກ​ງານບູລະນະ​ຮັກສາ​ເສັ້ນທາງ​ຢູ່​ໃນ​ລະດັບ​ຂັ້ນ​ແຂວງ, (2) ສະ​ເໜີ​ກ່ຽວ​ກັບລະບົບການ​ນຳ​ໃຊ້ພາຫະນະ​ສຳ​ຫຼວດ​ເສັ້ນທາງ (VIMS), ຊຶ່ງ​ເປັນ​ອຸປະກອນ​ເຄື່ອງມື ​ແລະ software ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ສຳ​ຫຼວດຄວາມ​ເປັນ​ຄື້ນຂອງ​ໜ້າ​ທາງ ​ເພື່ອ​ຕອບ​ສະໜອງ​ຂໍ້​ມູນ​ໃຫ້​ແກ່​ລະບົບ​ຄຸ້ມ​ຄອງ​ເສັ້ນທາງ (RMS) ​ແລະ (3) ​​ຈັດ​ຕັ້ງ​ປະຕິບັດ​ສ້ອມ​ແປງ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ເລກ9 ​ໄດ້ 3.1 ກິ​ໂລ​ແມັດ, ຊຶ່ງ​​ແມ່ນ​ໜ້າ​ວຽກ​ໜຶ່ງ​ທີ່​ນອນ​ຢູ່​ໃນ​ໂຄງການສ້ອມ​ແປງ​ທາງ​ຕົວ​ແບບ​ໄລຍະ​ທີໜຶ່ງ ​ແລະ ​ໄດ້​ຈັດ​ຕັ້ງ​ປະຕິບັດ​ສຳ​ເລັດ​ໃນ​ເດືອນ 6, 2012. ການ​ລາຍ​ງານ​ຄວາມ​ຄືບ​ໜ້າ​​ເພີ່ມ​​ເຕີມອື່ນໆ ລວມທັງ​ການ​ປັບປຸງ​ຄູ່​ມື​ດ້ານ​ເຕັກນິກ​ສ້ອມ​ແປງ​ທາງ/ຂົວ ​ແລະ ການ​ຝຶກ​ອົບ​ຮົມທາງ​ດ້ານ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ​ສຳລັບ​ວຽກສ້ອມ​ແປງທາງ​ແບບ​ເປັນ​ປະຈຳ ​ແລະ ສ້ອມ​ແປງ​ທາງຕາມ​ກຳນົດ.


ພາຍຫຼັງ​ທີ່​ທີ​ມງານ​ຂອງ​ໂຄງການ​ສ້າງ​ຂີດ​ຄວາມ​ສາມາດ​ວຽກ​ງານ​ບູລະນະ​ຮັກສາ​ທາງ​ຫຼວງ (CaRoL) ​ໄດ້​ສະ​ ເໜີ​ຄວາມ​ຄືບ​ໜ້າ​ຂອງ​ໂຄງການ​ໂດຍ​ລວມ​ແລ້ວ, ການ​ປຶກສາ​ຫາລື​ແມ່ນ​ໄດ້​ເນັນ​ໃສ່​ວຽກ​ງານການ​ຝຶກ​ອົບຮົມ​ທາງ​ດ້ານ​ທິດ​ສະ​ດີ ​ແລະ ພາກ​ປະຕິບັດ​ຕົວ​ຈິງ (OJT)ທີ່​ມີ​ແຜນ​ຈະ​ຈັດ​ຕັ້ງ​ປະຕິບັດ​ໃນ​ເດືອນ ທັນວາ 2012 ນີ້. ​ແນວ​ຄວາມ​ຄິດ​ຂອງ (OJT) ​ແມ່ນ​ເພື່ອ​ໃຫ້​ພະ​ແນ​ກ ຍທຂ ​ແຂວງ ດຳ​ເນີນ​ການຈັດລຽງ​ອັນ​ດັບ​ກ່ຽວ​ກັບ​ວຽກ​ສ້ອມ​ແປງ​ທາງ​ແບບເປັນ​ປະຈຳ, ​ເປັນ​ຕົ້ນ​ແມ່ນ: ການ​ກວດກາ, ການ​ຕີ​ລາຄາ ​ແລະ ວຽກ​ສ້ອມ​ແປງ​ຂະໜາດ​ນ້ອຍ, ການ​ຮັບຮອງ​ຄຸນ​ນະພາ​ບຂອງ​ວຽກ, ພາຍ​ໃຕ້​ການ​ຊຸກຍູ້​ຊ່ວຍ​ເຫຼືອ​ທາງ​ດ້ານ​ເຕັກນິກຈາກ​ຊ່ຽວຊານ​ທີ່​ປຶກສາ JICA, ​ໂດຍການ​ນຳ​ໃຊ້​ປື້ມຄູ່​ມື​ເຕັກນິກ​ສ້ອມ​ແປງ​ທາງ/ຂົວ ທີ​ຊ່ຽນ​ຊານ​ທີ່​ປຶກສາ​ໄດ້​ມີ​ການ​ປັບປຸງ. ສຳລັບວັດ​ສະດຸ​ທີ່​ຕ້ອງການ​ເພື່ອ​ສ້ອມ​ແປງ​ທາງ​ເລກ9 ທີ່ນອນຢູ່ໃນໜ້າວຽກ (OJT) ແມ່ນຈະໄດ້ຮັບການຊ່ວຍເຫຼືອຈາກຝ່າຍຍີ່ປຸ່ນ. ນອກຈາກ​ນິ້ທາງໂຄງການຍັງໄດ້ຈັດຊື້ ແລະ ຕອບສະໜອງອຸປະກອນທີ່ຈຳເປັນຈຳນວນໜຶ່ງພາຍໃຕ້ການຊ່ວຍເຫຼືອຂອງອົງການ JICA ເພື່ອນໍາໃຊ້ເຂົ້າໃນການຝຶກທັກສະ ແລະ ຄວາມຮູ້ກ່ຽວກັບວຽກງານບູລະນະຮັກສາເສັ້ນທາງ/ຂົວ ​​ໃຫ້​ມີ​ຄວາມສຳ​ນານໂດຍ​ຜ່ານ​ໂຄງການ​ຕົວ​ແບບ ​ເພື່ອ​ເຮັດ​ໃຫ້​ເສັ້ນທາງ​ໄດ້​ຮັບ​ການ​ບູລະນະ​ຮັກສາ​ຢ່າງ​ ເໝາະ​ສົມ




1. ພາຫະນະ​ນຳ​ໃຊ້​​ເຂົ້າ​ໃນ​ວຽກ​ຕິດຕາມກວດ​ແລະສ້ອມ​ແປງ​ທາງ​ທີ່​ໄດ້​ຈັດ​ຊື້​ໂດຍ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ອົງການJICA


2. ໂຄງການສ້ອມ​ແປງ​ທາງ​ຕົວ​ແບບລວງ​ຍາວ 3.1 ກມຊ່ວງ​ທາງ (ກມ15+800) ຊຶ່ງ​ເປັນ​ພາກສ່ວນ​ໜຶ່ງ​ຂອງ​ໂຄງການ CaRoL, ສຳ​ເລັດ​ໃນ​ເດືອນ 6, 2012

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250