Ministry News

ກອງປະຊຸມ ເວທີປຶກສາຫາລືລະຫວ່າງຈີນ ແລະອາຊຽນ ປີ 2012 ກ່ຽວກັບຕົວເມືອງຫນ້າຢູ່ ແລະນິເວດວິທະຍາ ຢູ່ເມືອງຫນານນິງ ສປ ຈີນ

2012-10-26 - Administrator








  ທ່ານ ສົມມາດ ພົລເສນາ ລັດຖະມົນຕີ​ວ່າການ ພ້ອມຄະນະຕິດຕາມປະກອບດ້ວຍ ທ່ານ ອ່ອນມາ ລາຊວົງ ຄະນະສະພາ​ວິທະຍາສາດ-​ເຕັກ​ໂນ​ໂລ​ຊີ, ທ່ານ ທອງປານ ອິນທະຈັກ  ຮອງຫົວໜ້າພະແນກສັງລວມ, ຫ້ອງການ ກະຊວງ  ໄດ້​ເຂົ້າ​ຮ່ວມ​ກອງປະຊຸມ​ “ເວທີປຶກສາຫາລືລະຫວ່າງຈີນ ແລະ ອາຊຽນ ປີ 2012 ກ່ຽວກັບ ຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາ, ຫນານນິງ” (China-ASEANForum on Ecological and Livable Cities, Nanning), ລະຫວ່າງ​ວັນ​ທີ 21-23/9/2012, ​ເຊີ່ງ​ມີ​ລາຍ​ລະອຽດ​ດັ່ງ​ນີ້: ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ ຫນານນິງເມືອງເອກຂອງເຂດປົກຄອງຕົນເອງກວາງຊີຈວງ ໃນວັນທີ 22 ກັນຍາ 2012. ຜູ້ເຂົ້າຮ່ວມເວທີປຶກສາ ຫາລືດັ່ງກ່າວມາຈາກ​ພາກສ່ວນເຈົ້າພາບ ຂອງ ສປ ຈີນ ແລະ 10 ປະ​ເທດ​ອາ​ຊຽນ, ລວມທັງ​ໝົດປະມານ 200 ຄົນ, ໃນ​ນັ້ນລວມທັງພາກ​ລັດ, ພາກ​ທຸລະ​ກິດ, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ດ້ານ​ວິຊາ​ການ, ​ໂດຍສະ​ເພາະ​ບັນດາ​ຊ່ຽວຊານ​ ແລະ ການ​ນຳ​ຂັ້ນຮອງເຈົ້າຄອງນະຄອນ, ລັດຖະມົນຕີ, ລັດຖະມົນຕີຊ່ວຍ​ວ່າການ ກະຊວງ​ກ່ຽວຂ້ອງຈາກ ສປ ຈີນ ແລະ ຈາກ​ປະເທດອາ​ຊຽນ.     


·         ຜົນ​ໄດ້​ຮັບ​ຈາກ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ.


      ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນ ໃນຫົວຂໍ້ “ຕົວເມືອງນິເວດວິທະຍາ, ທັນສະໄຫມ ແລະ ຫນ້າຢູ່” ສະຫລຸບໄດ້ດັ່ງຕໍ່ໄປນີ້:


-    ການພັດທະນາຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາ ເຮັດບົດບາດທີ່ສໍາຄັນໃນການພັດທະນາຕົວເມືອງ ທີ່ຍືນຍົງ. ດ້ວຍຂະບວນການຂອງການຫັນເປັນຕົວເມືອງ ຢູ່ປະເທດຈີນ ແລະອາຊຽນ, ການສ້າງຕົວ ເມືອງຫນ້າຢູ່ ແລະ ນິເວດວິທະຍາໄດ້ກາຍເປັນຫົວຂໍ້ລວມ ສໍາລັບຕົວເມືອງຕ່າງໆຂອງປະເທດຈີນ ແລະ ອາຊຽນ.


-    ການພັດທະນາຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາ ຄວນມຈາກປະຊາຊົນ. ມັນແມ່ນທາງເລືອກທີ່ ຫລີກລ່ຽງບໍ່ໄດ້ບົນເສັ້ນທາງຂອງການຫັນເປັນຕົວເມືອງໃຫມ່ ເພື່ອບັນລຸການຢູ່ຮ່ວມກັນແບບກົມກຽວ ລະ ຫວ່າງມະນຸດ, ທໍາມະຊາດ ແລະຕົວເມືອງ ແລະ ເພື່ອສົ່ງເສີມການປະສົມປະສານ ແລະ ການປະສານ ງານການຫັນເປັນຕົວເມືອງ ແລະ ຄວາມສີວິໄລທີ່ທັນສະໄຫມ.


1.   ການພັດທະນາຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາຄວນໃຫ້ບົດບາດນຳຫນ້າແກ່ການວາງແຜນຜັງ ເມືອງຢູ່ໃນຂະບວນການຂອງການພັດທະນາຕົວເມືອງ.ພາຍໃຕ້ຫລັກການຂອງບຸລິມະສິດນິເດວິທະຍາ, ພວກເຮົາຄວນໃຫ້ບຸລິມະສິດແກ່ການປົກປັກຮັກສາຄວາມປອດໄພຂອງນິເວດວິທະຍາ ແລະ ການອອກ ແບບແຜນວາດທາງວິທະຍາສາດ ທີ່ອໍານວຍຄວາມສະດວກໃຫ້ແກ່ສິ່ງແວດລ້ອມທໍາມະຊາດ ແລະ ສິ່ງແວດລ້ອມສັງຄົມຢ່າງກົມກຽວ ໂດຍເຈດຕະນາເພື່ອຮັບປະກັນການພັດທະນາທີ່ຍືນຍົງ ລະບົບນິເວດ ວິທະຍາຕົວເມືອງ ແລະ ສ້າງສິ່ງແວດລ້ອມຕົວເມືອງສີຂຽວ ແລະ ຫນ້າຢູ່.


2.   ການພັດທະນາຕົວເມືອງຫນ້າຢູ່ ແລະນິເວດວິທະຍາ ຄວນສຸມໃສ່ໂຄງລ່າງຕົວເມືອງ ແລະການບໍລິການ ສາທາລະນະ.ການກໍ່ສ້າງໂຄງລ່າງຕົວເມືອງ ເຊັ່ນ: ນໍ້າປະປາ, ຮ່ອງລະບາຍນໍ້າ ແລະ ການບໍາບັດນໍ້າ ເປື້ອນ, ການສະຫນອງພະລັງງານ, ການສື່ສານທາງໄກ ແລະ ເຄືອຄ່າຍການຂົນສົ່ງ ແລະ ການກໍ່ສ້າງ ສິ່ງອໍານວຍຄວາມສະດວກສໍາລັບການບໍລິການສາທາລະນະທີ່ໄດ້ພົວພັນຢ່າງໃກ້ຊິດກັບຊີວິດການເປັນຢູ່ຂອງປະຊາຊົນ ເຊັ່ນ: ການສຶກສາ, ການຮັກສາສຸຂະພາບ,ວັດທະນະທໍາ, ກິລາ ແລະ ເຂດຂຽວຂອງ ຕົວເມືອງ ຄວນໄດ້ຮັບບຸລິມະສິດໃນການປັບປຸງຫນ້າທີ່ຂອງຕົວເມືອງ.


3.   ການພັດທະນາຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາ ຄວນປະຕິບັດຕາມເສັ້ນທາງການພັດທະນາໃຫມ່ ຂອງການສ້າງຕົວເມືອງກາກບອນຕໍ່າ ແລະ ມີສີຂຽວ. ພວກເຮົາຄວນຖອກຖອນເອົາປະໂຫຍດຈາກການ ເປັນຜູ້ມາຕາມຫລັງ ໃນເລື່ອງຂອງການພັດທະນາ ເພື່ອເລັ່ງການປ່ຽນຮູບແບບວິທີການພັດທະນາ ແລະ ສົ່ງເສີມການຂົນສົ່ງສີຂຽວ,ອາຄານສີຂຽວ, ການປະຢັດພະລັງງານ ແລະ ການຫລຸດຜ່ອນການປ່ອຍອາຍ ພິດອອກ ແລະ ການໃຊ້ພະລັງງານທົດແທນໃຫ້ເປັນປະໂຫຍດ ເພື່ອຫລຸດຜ່ອນຄວາມເສຍຫາຍຕໍ່ສິ່ງ ແວດລ້ອມທໍາມະຊາດ ຊຶ່ງເກີດຈາກການພັດທະນາຕົວເມືອງ, ການປັບປຸງການໃຊ້ໃຫ້ເປັນປະໂຫຍດ ຊັບພະຍາກອນທົດແທນ ຢ່າງຮອບດ້ານ ແລະ ການສ້າງໂຄງສ້າງອຸດສາຫະກໍາທີ່ຍືນຍົງ.


4.   ການພັດທະນາຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາ ຄວນພົວພັນກັບການມີສ່ວນຮ່ວມຂອງປະຊາຊົນ ໃນການຄຸ້ມຄອງຕົວເມືອງ. ພວກເຮົາຄວນສົ່ງເສີມແນວຄິດທີ່ວ່າ “ຂໍຄວາມຊ່ວຍເຫລືອຈາກທຸກໆຄົນ” ເພື່ອຍົກສູງການກະຕຸກຊຸກຍູ້ຂອງພົນລະເມືອງ ໃຫ້ເຂົ້າຮ່ວມໃນການຄຸ້ມຄອງຕົວເມືອງ, ຮັບປະກັນວ່າ ປະຊາຊົນທີ່ມີຜົນປະໂຫຍດແຕກຕ່າງກັນ ສາມາດເຂົ້າເຖິງໄດ້ ເພື່ອສະແດງຄໍາຄິດຄໍາເຫັນຂອງພວກ ເຂົາເຈົ້າອອກມາ ໃນເລື່ອງຂອງການວາງແຜນຜັງເມືອງ, ການກໍ່ສ້າງ ແລະ ການຄຸ້ມຄອງຕົວເມືອງ. ມາດຕະການຄຸ້ມຄອງທີ່ສ້າງຂຶ້ນຄວນໃຫ້ມະຫາຊົນໄດ້ຮັບຄວາມສະດວກສະບາຍ ແລະ ເຮັດໃຫ້ເຫມາະ ສົມກັບຜົນປະໂຫຍດຂອງຄົນສ່ວນໃຫຍ່. ໃນຄະນະດຽວກັນນັ້ນ, ລັດຖະບານ ຄວນສ້າງຈິດສຳນຶກໃຫ້ ພົນລະເມືອງເຮັດຫນ້າທີ່ໃນການປົກປັກຮັກສາຕົວເມືອງຂອງພວກເຂົາເຈົ້າ.


5.   ການພັດທະນາຕົວເມືອງຫນ້າຢູ່ ແລະນິເວດວິທະຍາ ຄວນສົ່ງເສີມການຮ່ວມມືກັບພາກພື້ນ ເພື່ອສົ່ງເສີມ ການພັດທະນາຮ່ວມກັນ. ພວກເຮົາຄວນເຮັດໃຫ້ການຮ່ວມມື ແລະ ການສື່ສານລະຫວ່າງຕົວເມືອງ ມີຄວາມເຂັ້ມແຂງໃນພາກພື້ນອາຊຽນ-ຈີນ ແລະ ສ້າງກົນໄກການຮ່ວມມືທີ່ມີປະສິດທິຜົນລະຫວ່າງພາກ ພື້ນຂຶ້ນສໍາລັບການປົກປັກຮັກສາສິ່ງແວດລ້ອມ ໂດຍສະເພາະເພື່ອສົ່ງເສີມການປະສານງານ ແລະ ການ ຮ່ວມມືໃນພາກພື້ນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຮ່ວມກັນ.


III.   ບົດຮຽນ​ທີ່​ຖອດ​ຖອນ​ໄດ້


​      ຜ່ານການເຂົ້າຮ່ວມເວທີປາໃສ ແລະ ​ວິທີ​ສົນທະນາ ​ຊຶ່ງໄດ້ແລກປ່ຽນຄໍາຄິດຄໍາເຫັນ ໃນຫົວຂໍ້ “ຕົວເມືອງ ນິເວດວິທະຍາ, ທັນສະໄຫມ ແລະ ຫນ້າຢູ່” ຈຶ່ງສາມາດຖອດຖອນບົດຮຽນໄດ້ບາງດ້ານດັ່ງນີ້:


-    ​ເຫັນ​ວ່າການ​ພັດທະນາ​ຕົວ​ເມືອງ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນເຫັນວ່າມີອັນຄາຍຄືກັນໃນດ້ານຫລັກການ ແລະ ເຕັກນິກນິກ ​ການວາງ​ແຜນຜັງ​ເມືອງ, ແຕ່ມີ​ຄວາມ​ແຕກ​ຕ່າງ​ກັນໃນການຈັດ​ຕັ້ງປະຕິບັດ, ກາ​ນຄຸ້ມ​ຄອງຕົວຈິງບໍ່ ໄປຕາມແຜນຜັງທີ່ວາງໄວ້, ເຮັດ​ໃຫ້ການ​ຂະຫຍາຍຕົວ​ເມືອງ​ບໍ່​ເປັນ​ໄປ​ຕາມ​ລະບົບ:​ ເຮັດ​ໃຫ້ມີ​ຄວາມສັບ ສົນ​, ການ​ປຸກ​ສ້າງຊະຊາຍ, ການ​ຈໍລະ​ຈອນ​ທາ​ງບົກ​ມີ​ຄວາມ​ແອ​ອັດ, ສ້າງ​ໃຫ້​ມີ​ມົນ​ລະ​ພິດ, ທຳລາຍ​ສະພາບ​ແວດ​ລ້ອມ ທຳ ມະຊາດ (ຫ້ວຍ, ໜອງ​ຄອງ​ບຶງ, ປາ​ໄມ້ ) ເຊັ່ນ: ນະຄອນຫລວງບາງກອກ, ປະເທດໄທ, ນະຄອນຫລວງ​ມະນີ​ລາ ປະເທດ ພິລິປີນ....  ສາຍເຫດຕົ້ນຕໍ່ແມ່ນມາຈາກການປະ​ຕິບັດນະ​ໂຍບາຍ​ຂອງ​ການ​ນຳ​ຂັ້ນ​ສູງທີ່ມີອຳນາດ​​ໃນ​ແຕ່​ລະ​ຍຸກ, ​ແຕ່​ລະສະ​ໃໝ ​ທີ່ມີ​ການ​ປ່ຽນ​ແປງລະບົບຜັງ​ເມືອງ, ມີລະບຽບ, ກົດໝາຍແລ້ວ ແຕ່ການການໂຄສະນາ ປຸກຈິດສຳນຶກ ໃຫ້ທຸກຄົນມີສ່ວນຮ່ວມ ເຮັດບໍ່ໄດ້ດີ.


-       ບົດຮຽນ​ຂອງ​ສປ ຈີນ​ ໃນການຕົວເມືອງພັດທະນາ​ນິ​ເວດ​ວິທະຍາ ​ແລະ ​ເມືອງ​ໜ້າ​ຢູ່​ນີ້ ກໍ່​ແມ່ນ​ເປັນ​ການ ສ້າງ​ເງື່ອນໄຂ ການ​ປົກ​ປັກຮັກສາສະພາບ​ແວດ​ລ້ອມ​ໄປ​ພ້ອມໆ​ກັນກັບ​ການ​ສ້າງ​ເມືອງ​ໃຫ້​ມີ​ອາກາດ​ສົດ ​ເຮັດ​ໃຫ້​ຊີວິດ​ຂອງ​ຄົນປອດ​ສານພິດ​, ຊີວິດ​ຢືນ​ຍົງ​, ການ​ສ້າງ​ຕົວ​ເມືອງ​ແບບ​ນີ້ ​ແມ່ນ​ການ​ສ້າງ​ເມືອງ​ໃໝ່​ໄປ​ຕາມ​ແຜນຜັງ​ທີ່​ໄດ້​ຮັບຮອງ​ຈາກການ​ອອກ​ແບບ​ ເປັນ​ເອກະ​ພາບ ກຳນົດ​ເຂດ, ​ແບ່ງ​ເຂດ ​ເຮັດ​ໃຫ້​ຕົວ​ເມືອງ​ບໍ່​ມີ​ຄວາມ​ແອ​ອັດ, ການ​ກຳຈັດໄດ້​ມົນ​ລະພິດ​ທາງ​ໜ້າດິນ, ທາງ​ອາກາດ ​ແລະ ສິ່ງ​ຮົກ​ເຮື້ອຕ່າງໆ, ການ​ສ້າງ​ສິ່ງ​ອຳນວຍ​ຄວາ​ມສະດວກ ​ເພື່ອ​ເປັນການ​ສົ່ງ​ເສີມການ​ບໍລິການ, ສ້າງ​ຄວາມ​ຈັບ​ໃຈ​ໃຫ້ນັກ​ທ່ອງ​ທ່ຽວ​, ຫຼາຍປະ​ເທດ​ ຫຼາຍ​ເມືອງ​ໃນ​ໂລກ ບໍ່​ສາມາດ​ເຮັດ​ໄດ້​ຍ້ອນ​ຕົວ​ເມືອງ​ໄດ້ສ້າງ​ຂື້ນ​ກ່ອນ ໂດຍ​ບໍ່​ມີ​ການ​ວາງ​ແຜນ. ສະ​ນັ້ນ ການ​ພັດທະນາ​ຕົວ​​ເມືອງ ຕ້ອງ​ໄດ້​ອອກ​ແບບ​ແຜນຜັງ​ຄັກ​ແນ່ ​   ແລ້ວ​ກໍ່​ປະຕິບັດ​ໄປ​ຕາມ​ຜັງ​ທີ່​ໄດ້​ກຳນົດ​ໄວ້, ການ​ສ້າງ​ວິ​ໃສ​ທັດໃຫ້​ຄົນ​ເຮົາ​ກໍ່​ຄືລູກຫຼານໄດ້​ມີ​ຈິດ​ສຳນຶກ​ການ​ເປັນ​ຄົນ​ສະຫຼາດ, ມີ​ຄວາມ​ກ້າວໜ້າ ມັກ​ໃນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ຮູ້ຈັກ​ຮັກສາ, ຮູ້​ໃຊ້, ຮູ້​ກະທຳ ບໍ່​ສ້າງ​ຄວາມ​ເປິ​ເປື້ອນໃຫ້​ຕົນ​ເອງ.


  ພັກ​ເຮົາ​ຊີ້​ນຳ​ລັດ​ໃນ​ການ​ປົກຄອງລັດດ້ວຍ​ກົດໝາຍ, ການ​ພັດທະນາ​ຕ້ອງ​ໄປ​ຕາມ​ແຜນ​ການ ທີມີ​ເຕັກນິກ ມີ​ວິທະຍາສາດ.


    ດັ່ງ​ຄຳ​ຂັວນຂອງນະຄອນຫລວງວຽງຈັນ:ຄື ສ້າງຕົວ​ເມືອງ​ໃຫ້ເປັນສີຂຽວ, ສະຫວ່າງ, ສະອາດ, ສະຫງົບ, ສະເໜ,ສີວິໄລ ຖ້າ​ຫາກ​ປະຕິບັດໄດ້​ຄື​ແນວ​ນັ້ນ ຈະ​ເຮັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ​ໄດ້​ດີ ​ແລະ ຈະ​ກາຍ​ເປັນເມືອງ​ນິ​ເວດ​ວິທະຍາ, ທັນ​ສະ​ໃໝ ​ແລະໜ້າ​ຢູ່, ສາມາດ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ ​ແລະ ຈະ​ສ້າງ​ລາຍ​ຮັບ​ໃນການ​ບໍລິການ​ທາງຜ່ານ​ເປັນ​ເງື່ອນ​ໄຂ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ​ສັງຄົມ ນໍາພາ​ປະ​ເທດ​ຊາດ ຫຼຸດ​ພົ້ນ​ອອກ​ຈາກ​ດ້ອຍ​ພັດທະນາ​ໃນ​ປີ 2015 ​ແລະ ກ້າວ​ໄປ​​ເປັນ​ອຸດ​ສະ​ກະ​ກຳ ​ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250