ຂ່າວພາຍໃນກະຊວງ
ກອງປະຊຸມ ເວທີປຶກສາຫາລືລະຫວ່າງຈີນ ແລະອາຊຽນ ປີ 2012 ກ່ຽວກັບຕົວເມືອງຫນ້າຢູ່ ແລະນິເວດວິທະຍາ ຢູ່ເມືອງຫນານນິງ ສປ ຈີນ
ທ່ານ ສົມມາດ ພົລເສນາ ລັດຖະມົນຕີວ່າການ ພ້ອມຄະນະຕິດຕາມປະກອບດ້ວຍ ທ່ານ ອ່ອນມາ ລາຊວົງ ຄະນະສະພາວິທະຍາສາດ-ເຕັກໂນໂລຊີ, ທ່ານ ທອງປານ ອິນທະຈັກ ຮອງຫົວໜ້າພະແນກສັງລວມ, ຫ້ອງການ ກະຊວງ ໄດ້ເຂົ້າຮ່ວມກອງປະຊຸມ “ເວທີປຶກສາຫາລືລະຫວ່າງຈີນ ແລະ ອາຊຽນ ປີ 2012 ກ່ຽວກັບ ຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາ, ຫນານນິງ” (China-ASEANForum on Ecological and Livable Cities, Nanning), ລະຫວ່າງວັນທີ 21-23/9/2012, ເຊີ່ງມີລາຍລະອຽດດັ່ງນີ້: ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນຢູ່ ຫນານນິງເມືອງເອກຂອງເຂດປົກຄອງຕົນເອງກວາງຊີຈວງ ໃນວັນທີ 22 ກັນຍາ 2012. ຜູ້ເຂົ້າຮ່ວມເວທີປຶກສາ ຫາລືດັ່ງກ່າວມາຈາກພາກສ່ວນເຈົ້າພາບ ຂອງ ສປ ຈີນ ແລະ 10 ປະເທດອາຊຽນ, ລວມທັງໝົດປະມານ 200 ຄົນ, ໃນນັ້ນລວມທັງພາກລັດ, ພາກທຸລະກິດ, ສະຖາບັນຄົ້ນຄ້ວາດ້ານວິຊາການ, ໂດຍສະເພາະບັນດາຊ່ຽວຊານ ແລະ ການນຳຂັ້ນຮອງເຈົ້າຄອງນະຄອນ, ລັດຖະມົນຕີ, ລັດຖະມົນຕີຊ່ວຍວ່າການ ກະຊວງກ່ຽວຂ້ອງຈາກ ສປ ຈີນ ແລະ ຈາກປະເທດອາຊຽນ.
· ຜົນໄດ້ຮັບຈາກການເຂົ້າຮ່ວມກອງປະຊຸມ.
ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນ ໃນຫົວຂໍ້ “ຕົວເມືອງນິເວດວິທະຍາ, ທັນສະໄຫມ ແລະ ຫນ້າຢູ່” ສະຫລຸບໄດ້ດັ່ງຕໍ່ໄປນີ້:
- ການພັດທະນາຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາ ເຮັດບົດບາດທີ່ສໍາຄັນໃນການພັດທະນາຕົວເມືອງ ທີ່ຍືນຍົງ. ດ້ວຍຂະບວນການຂອງການຫັນເປັນຕົວເມືອງ ຢູ່ປະເທດຈີນ ແລະອາຊຽນ, ການສ້າງຕົວ ເມືອງຫນ້າຢູ່ ແລະ ນິເວດວິທະຍາໄດ້ກາຍເປັນຫົວຂໍ້ລວມ ສໍາລັບຕົວເມືອງຕ່າງໆຂອງປະເທດຈີນ ແລະ ອາຊຽນ.
- ການພັດທະນາຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາ ຄວນມຈາກປະຊາຊົນ. ມັນແມ່ນທາງເລືອກທີ່ ຫລີກລ່ຽງບໍ່ໄດ້ບົນເສັ້ນທາງຂອງການຫັນເປັນຕົວເມືອງໃຫມ່ ເພື່ອບັນລຸການຢູ່ຮ່ວມກັນແບບກົມກຽວ ລະ ຫວ່າງມະນຸດ, ທໍາມະຊາດ ແລະຕົວເມືອງ ແລະ ເພື່ອສົ່ງເສີມການປະສົມປະສານ ແລະ ການປະສານ ງານການຫັນເປັນຕົວເມືອງ ແລະ ຄວາມສີວິໄລທີ່ທັນສະໄຫມ.
1. ການພັດທະນາຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາຄວນໃຫ້ບົດບາດນຳຫນ້າແກ່ການວາງແຜນຜັງ ເມືອງຢູ່ໃນຂະບວນການຂອງການພັດທະນາຕົວເມືອງ.ພາຍໃຕ້ຫລັກການຂອງບຸລິມະສິດນິເດວິທະຍາ, ພວກເຮົາຄວນໃຫ້ບຸລິມະສິດແກ່ການປົກປັກຮັກສາຄວາມປອດໄພຂອງນິເວດວິທະຍາ ແລະ ການອອກ ແບບແຜນວາດທາງວິທະຍາສາດ ທີ່ອໍານວຍຄວາມສະດວກໃຫ້ແກ່ສິ່ງແວດລ້ອມທໍາມະຊາດ ແລະ ສິ່ງແວດລ້ອມສັງຄົມຢ່າງກົມກຽວ ໂດຍເຈດຕະນາເພື່ອຮັບປະກັນການພັດທະນາທີ່ຍືນຍົງ ລະບົບນິເວດ ວິທະຍາຕົວເມືອງ ແລະ ສ້າງສິ່ງແວດລ້ອມຕົວເມືອງສີຂຽວ ແລະ ຫນ້າຢູ່.
2. ການພັດທະນາຕົວເມືອງຫນ້າຢູ່ ແລະນິເວດວິທະຍາ ຄວນສຸມໃສ່ໂຄງລ່າງຕົວເມືອງ ແລະການບໍລິການ ສາທາລະນະ.ການກໍ່ສ້າງໂຄງລ່າງຕົວເມືອງ ເຊັ່ນ: ນໍ້າປະປາ, ຮ່ອງລະບາຍນໍ້າ ແລະ ການບໍາບັດນໍ້າ ເປື້ອນ, ການສະຫນອງພະລັງງານ, ການສື່ສານທາງໄກ ແລະ ເຄືອຄ່າຍການຂົນສົ່ງ ແລະ ການກໍ່ສ້າງ ສິ່ງອໍານວຍຄວາມສະດວກສໍາລັບການບໍລິການສາທາລະນະທີ່ໄດ້ພົວພັນຢ່າງໃກ້ຊິດກັບຊີວິດການເປັນຢູ່ຂອງປະຊາຊົນ ເຊັ່ນ: ການສຶກສາ, ການຮັກສາສຸຂະພາບ,ວັດທະນະທໍາ, ກິລາ ແລະ ເຂດຂຽວຂອງ ຕົວເມືອງ ຄວນໄດ້ຮັບບຸລິມະສິດໃນການປັບປຸງຫນ້າທີ່ຂອງຕົວເມືອງ.
3. ການພັດທະນາຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາ ຄວນປະຕິບັດຕາມເສັ້ນທາງການພັດທະນາໃຫມ່ ຂອງການສ້າງຕົວເມືອງກາກບອນຕໍ່າ ແລະ ມີສີຂຽວ. ພວກເຮົາຄວນຖອກຖອນເອົາປະໂຫຍດຈາກການ ເປັນຜູ້ມາຕາມຫລັງ ໃນເລື່ອງຂອງການພັດທະນາ ເພື່ອເລັ່ງການປ່ຽນຮູບແບບວິທີການພັດທະນາ ແລະ ສົ່ງເສີມການຂົນສົ່ງສີຂຽວ,ອາຄານສີຂຽວ, ການປະຢັດພະລັງງານ ແລະ ການຫລຸດຜ່ອນການປ່ອຍອາຍ ພິດອອກ ແລະ ການໃຊ້ພະລັງງານທົດແທນໃຫ້ເປັນປະໂຫຍດ ເພື່ອຫລຸດຜ່ອນຄວາມເສຍຫາຍຕໍ່ສິ່ງ ແວດລ້ອມທໍາມະຊາດ ຊຶ່ງເກີດຈາກການພັດທະນາຕົວເມືອງ, ການປັບປຸງການໃຊ້ໃຫ້ເປັນປະໂຫຍດ ຊັບພະຍາກອນທົດແທນ ຢ່າງຮອບດ້ານ ແລະ ການສ້າງໂຄງສ້າງອຸດສາຫະກໍາທີ່ຍືນຍົງ.
4. ການພັດທະນາຕົວເມືອງຫນ້າຢູ່ ແລະ ນິເວດວິທະຍາ ຄວນພົວພັນກັບການມີສ່ວນຮ່ວມຂອງປະຊາຊົນ ໃນການຄຸ້ມຄອງຕົວເມືອງ. ພວກເຮົາຄວນສົ່ງເສີມແນວຄິດທີ່ວ່າ “ຂໍຄວາມຊ່ວຍເຫລືອຈາກທຸກໆຄົນ” ເພື່ອຍົກສູງການກະຕຸກຊຸກຍູ້ຂອງພົນລະເມືອງ ໃຫ້ເຂົ້າຮ່ວມໃນການຄຸ້ມຄອງຕົວເມືອງ, ຮັບປະກັນວ່າ ປະຊາຊົນທີ່ມີຜົນປະໂຫຍດແຕກຕ່າງກັນ ສາມາດເຂົ້າເຖິງໄດ້ ເພື່ອສະແດງຄໍາຄິດຄໍາເຫັນຂອງພວກ ເຂົາເຈົ້າອອກມາ ໃນເລື່ອງຂອງການວາງແຜນຜັງເມືອງ, ການກໍ່ສ້າງ ແລະ ການຄຸ້ມຄອງຕົວເມືອງ. ມາດຕະການຄຸ້ມຄອງທີ່ສ້າງຂຶ້ນຄວນໃຫ້ມະຫາຊົນໄດ້ຮັບຄວາມສະດວກສະບາຍ ແລະ ເຮັດໃຫ້ເຫມາະ ສົມກັບຜົນປະໂຫຍດຂອງຄົນສ່ວນໃຫຍ່. ໃນຄະນະດຽວກັນນັ້ນ, ລັດຖະບານ ຄວນສ້າງຈິດສຳນຶກໃຫ້ ພົນລະເມືອງເຮັດຫນ້າທີ່ໃນການປົກປັກຮັກສາຕົວເມືອງຂອງພວກເຂົາເຈົ້າ.
5. ການພັດທະນາຕົວເມືອງຫນ້າຢູ່ ແລະນິເວດວິທະຍາ ຄວນສົ່ງເສີມການຮ່ວມມືກັບພາກພື້ນ ເພື່ອສົ່ງເສີມ ການພັດທະນາຮ່ວມກັນ. ພວກເຮົາຄວນເຮັດໃຫ້ການຮ່ວມມື ແລະ ການສື່ສານລະຫວ່າງຕົວເມືອງ ມີຄວາມເຂັ້ມແຂງໃນພາກພື້ນອາຊຽນ-ຈີນ ແລະ ສ້າງກົນໄກການຮ່ວມມືທີ່ມີປະສິດທິຜົນລະຫວ່າງພາກ ພື້ນຂຶ້ນສໍາລັບການປົກປັກຮັກສາສິ່ງແວດລ້ອມ ໂດຍສະເພາະເພື່ອສົ່ງເສີມການປະສານງານ ແລະ ການ ຮ່ວມມືໃນພາກພື້ນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຮ່ວມກັນ.
III. ບົດຮຽນທີ່ຖອດຖອນໄດ້
ຜ່ານການເຂົ້າຮ່ວມເວທີປາໃສ ແລະ ວິທີສົນທະນາ ຊຶ່ງໄດ້ແລກປ່ຽນຄໍາຄິດຄໍາເຫັນ ໃນຫົວຂໍ້ “ຕົວເມືອງ ນິເວດວິທະຍາ, ທັນສະໄຫມ ແລະ ຫນ້າຢູ່” ຈຶ່ງສາມາດຖອດຖອນບົດຮຽນໄດ້ບາງດ້ານດັ່ງນີ້:
- ເຫັນວ່າການພັດທະນາຕົວເມືອງຂອງບັນດາປະເທດອາຊຽນເຫັນວ່າມີອັນຄາຍຄືກັນໃນດ້ານຫລັກການ ແລະ ເຕັກນິກນິກ ການວາງແຜນຜັງເມືອງ, ແຕ່ມີຄວາມແຕກຕ່າງກັນໃນການຈັດຕັ້ງປະຕິບັດ, ການຄຸ້ມຄອງຕົວຈິງບໍ່ ໄປຕາມແຜນຜັງທີ່ວາງໄວ້, ເຮັດໃຫ້ການຂະຫຍາຍຕົວເມືອງບໍ່ເປັນໄປຕາມລະບົບ: ເຮັດໃຫ້ມີຄວາມສັບ ສົນ, ການປຸກສ້າງຊະຊາຍ, ການຈໍລະຈອນທາງບົກມີຄວາມແອອັດ, ສ້າງໃຫ້ມີມົນລະພິດ, ທຳລາຍສະພາບແວດລ້ອມ ທຳ ມະຊາດ (ຫ້ວຍ, ໜອງຄອງບຶງ, ປາໄມ້ ) ເຊັ່ນ: ນະຄອນຫລວງບາງກອກ, ປະເທດໄທ, ນະຄອນຫລວງມະນີລາ ປະເທດ ພິລິປີນ.... ສາຍເຫດຕົ້ນຕໍ່ແມ່ນມາຈາກການປະຕິບັດນະໂຍບາຍຂອງການນຳຂັ້ນສູງທີ່ມີອຳນາດໃນແຕ່ລະຍຸກ, ແຕ່ລະສະໃໝ ທີ່ມີການປ່ຽນແປງລະບົບຜັງເມືອງ, ມີລະບຽບ, ກົດໝາຍແລ້ວ ແຕ່ການການໂຄສະນາ ປຸກຈິດສຳນຶກ ໃຫ້ທຸກຄົນມີສ່ວນຮ່ວມ ເຮັດບໍ່ໄດ້ດີ.
- ບົດຮຽນຂອງສປ ຈີນ ໃນການຕົວເມືອງພັດທະນານິເວດວິທະຍາ ແລະ ເມືອງໜ້າຢູ່ນີ້ ກໍ່ແມ່ນເປັນການ ສ້າງເງື່ອນໄຂ ການປົກປັກຮັກສາສະພາບແວດລ້ອມໄປພ້ອມໆກັນກັບການສ້າງເມືອງໃຫ້ມີອາກາດສົດ ເຮັດໃຫ້ຊີວິດຂອງຄົນປອດສານພິດ, ຊີວິດຢືນຍົງ, ການສ້າງຕົວເມືອງແບບນີ້ ແມ່ນການສ້າງເມືອງໃໝ່ໄປຕາມແຜນຜັງທີ່ໄດ້ຮັບຮອງຈາກການອອກແບບ ເປັນເອກະພາບ ກຳນົດເຂດ, ແບ່ງເຂດ ເຮັດໃຫ້ຕົວເມືອງບໍ່ມີຄວາມແອອັດ, ການກຳຈັດໄດ້ມົນລະພິດທາງໜ້າດິນ, ທາງອາກາດ ແລະ ສິ່ງຮົກເຮື້ອຕ່າງໆ, ການສ້າງສິ່ງອຳນວຍຄວາມສະດວກ ເພື່ອເປັນການສົ່ງເສີມການບໍລິການ, ສ້າງຄວາມຈັບໃຈໃຫ້ນັກທ່ອງທ່ຽວ, ຫຼາຍປະເທດ ຫຼາຍເມືອງໃນໂລກ ບໍ່ສາມາດເຮັດໄດ້ຍ້ອນຕົວເມືອງໄດ້ສ້າງຂື້ນກ່ອນ ໂດຍບໍ່ມີການວາງແຜນ. ສະນັ້ນ ການພັດທະນາຕົວເມືອງ ຕ້ອງໄດ້ອອກແບບແຜນຜັງຄັກແນ່ ແລ້ວກໍ່ປະຕິບັດໄປຕາມຜັງທີ່ໄດ້ກຳນົດໄວ້, ການສ້າງວິໃສທັດໃຫ້ຄົນເຮົາກໍ່ຄືລູກຫຼານໄດ້ມີຈິດສຳນຶກການເປັນຄົນສະຫຼາດ, ມີຄວາມກ້າວໜ້າ ມັກໃນຄວາມເປັນລະບຽບຮຽບຮ້ອຍ ຮູ້ຈັກຮັກສາ, ຮູ້ໃຊ້, ຮູ້ກະທຳ ບໍ່ສ້າງຄວາມເປິເປື້ອນໃຫ້ຕົນເອງ.
ພັກເຮົາຊີ້ນຳລັດໃນການປົກຄອງລັດດ້ວຍກົດໝາຍ, ການພັດທະນາຕ້ອງໄປຕາມແຜນການ ທີມີເຕັກນິກ ມີວິທະຍາສາດ.
ດັ່ງຄຳຂັວນຂອງນະຄອນຫລວງວຽງຈັນ:ຄື ສ້າງຕົວເມືອງໃຫ້ເປັນສີຂຽວ, ສະຫວ່າງ, ສະອາດ, ສະຫງົບ, ສະເໜ,ສີວິໄລ ຖ້າຫາກປະຕິບັດໄດ້ຄືແນວນັ້ນ ຈະເຮັດການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນໄດ້ດີ ແລະ ຈະກາຍເປັນເມືອງນິເວດວິທະຍາ, ທັນສະໃໝ ແລະໜ້າຢູ່, ສາມາດດຶງດູດເອົານັກທ່ອງທ່ຽວ ແລະ ຈະສ້າງລາຍຮັບໃນການບໍລິການທາງຜ່ານເປັນເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດສັງຄົມ ນໍາພາປະເທດຊາດ ຫຼຸດພົ້ນອອກຈາກດ້ອຍພັດທະນາໃນປີ 2015 ແລະ ກ້າວໄປເປັນອຸດສະກະກຳ ແລະ ທັນສະໄໝເທື່ອລະກ້າວ.