Ministry News

ຖະແຫຼງຂ່າວກ່ຽວກັບວຽກງານການປະມູນ

2012-10-09 - Administrator



ໃນ​ວັນ​ທີ 05 ຕຸລາ 2012 ຢູ່​ທີ່​ຫ້ອງ​ປະຊຸມ ​ເບີ 3 ຂອງ​ກະຊວງ ຍທຂ ​ໄດ້​ຈັດການ​ຖະ​ແຫຼງຂ່າວກ່ຽວ​ກັບ​ການ​ປະ​ມູນ​ວຽກ​ງານ​ຂອງ​ຂະ​ແໜງ​ຂົວ​ທາງຂື້ນ, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ດຣ. ສັນຕິ​ສຸກ ສິມ​ມາລາ​ວົງ ຫົວໜ້າ​ຫ້ອງການ​ກະຊວງ ຍທຂ ​ແລະ​ທ່ານ ປໍ​ທອງ ​ໂງ່ນ​ພະຈັນ ຮອງ​ຫົວໜ້າ​ກົມຂົວ​ທາງ ທັງ​ເປັນຜູ້​ຊີ້​ນຳ​ວຽກ​ງານ ຈັດ​ຊື້​ຈັດ​ຈ້າງ ບໍລິສັດ​ທີ່​ປຶກສາ ​ແລະ​ຜູ້​ຮັບ​ເໝົາກໍ່ສ້າງບັນດາ​ໂຄງການຕ່າງໆ ພາຍ​ໃນ​ກົ​ມຂົວ​ທາງ. ​ເຊີງມີ​ສື່​ມວນ​ຊົນ​ເຂົ້າ​ຮ່ວມ 5 ພາກ​ສ່ວນ​ຄື: ໜັງສື​ພີ​ມປະຊາຊົນ,​ ໜັງສື​ພີ​ມວຽງ​ຈັນ​ໃໝ່, ໜັງສື​ພີ​ມປະ​ເທດ​ລາວ, ໜັງສື​ພີ​ມວຽງ​ຈັນທາ​ມ ​ແລະ​ໜັງສື​ພີ​ມລາວ​ພັດທະນາ. ກ່ອນ​ອື່ນ​ທ່ານ ດຣ. ສັນ​ຕິ​ສຸກ ສິມ​ມາລາ​ວົງ ຫົວໜ້າຫ້ອງການ​ກະຊວງ ຍທຂ ກໍ​ໄດ້​ກ່າວ​ເປີດ​ການ​ຖະ​ແຫຼງຂ່າວກ່ຽວ​ກັບ​ວຽກ​ງານ​​ໂຍທາ​ທິການ ​ແລະ​ຂົນ​ສົ່ງ ​​ເພື່ອ​​ເຮັດໃຫ້​ປະຊາຊົນ, ​ສື່​ມວນ​ຊົນ​ ​ແລະ​ສັງຄົມເຂົ້າ​ໃຈ​ຈະ​ແຈ້ງ ​ແລະຮັບ​ຊາບ​ການ​ປະມູນ​ໂຄງການ, ​ການຈັດ​ຊື້​ຈັດ​ຈ້າງ ​ແລະ​ຫົວໜ່ວຍ​ການ​ກໍ່ສ້າງລາຄາ​ກາງຂອງ​ຂະ​ແໜງ​ຂົວ​ທາງ ຫຼັງ​ຈາກ​ນັ້ນ, ທ່ານ ປໍ​ທອງ ​ໂງ່ນ​ພະຈັນ ກໍ​ໄດ້​ອະທິບາຍ​ທາງ​ດ້ານ​ເຕັກນິກ​ໃນ​ການ​ກໍ່ສ້າງ​ທາງ ນັບ​ແຕ່​ເລີ່​ມການ​ປະມູນ, ຈັດ​ຊື້​ຈັດ​ຈ້າງ ​ແລະຂັ້ນ​ຕອນ​ເອກະສານ​ຕ່າງໆ​ໃຫ້​ສື່​ມວນ​ຊົນ​ຟັງ, ​ແລ້ວ​ສື່​ມວນ​ຊົນ​ກໍ​ໄດ້​ມີ​ຄຳ​ຖາມ​ຫຼາຍ​ບັນຫາ ຕໍ່​ການ​ຖະ​ແຫຼງຂ່າວ​ໃນ​ເທື່ອ​ນີ້. ​ເປັນ​ຕົ້ນ​ແມ່ນ​ເສັ້ນທາງ​ເລກ 13​ ​ເໜືອ ຊ່ວງ​ເມືອງ​ໂພນ​ໂຮງ-​ເມືອງ​ກາສີ ທີ່​ຜ່ານ​ແຂວງ​ວຽງ​ຈັນ ຍາວ 202 ກມ ທີ່​ເປ​ເພ່ໜັກ ຈາກ​ພາຍຸ​ໄຮ​ມາ ​ແລະ​ພາຍຸນົກ​​ເຕັນ ​ໃນ​ປີ 2011 ​ແລະ​ຫຼາຍ​ເສັ້ນທາງ​ໃນ ສປປ ລາວ. ທ່ານ ປໍ​ທອງ ​ໂງ່ນ​ພະຈັນ ກໍ​ໄດ້​ເວົ້າ​ຕື່ມ​ອີກ​ວ່າ ຕອນ​ທຳ​ອິດ​ແມ່ນ​ໃຫ້​ແຕ່ລະ ບໍລິສັດ​ທີ່​ຖືກ​ມອບ-ໝາຍ​ໃຫ້​ດຳ​ເນິນການ​ກໍ​ສ້າງສ້ອມ​ແປງ​ທາງ​​ ພໍ​ໃຫ້ການ​ສັນຈອນ​ໄປ-ມາ​ໄດ້​ສາກ່ອນ ​ແລ້ວ​ທ່ານ​ກໍ​ໄດ້​ຖະ​ແຫຼ​ງຂ່າວ​ວ່າ​ໃຫ້​ແຕ່​ລະ​ບໍລິສັ​ດປູ່​ຢ່າງ​ຄືນໃໝ່​ໃນ​ຊ່ວງ​ລະດູ​ແລ້ງ​ນີ້ ​ເພ​າະທ່ານ​ເອງ​ກໍ​ແມ່ນ​ໃນ​ນາມ​ຜູ້​ຊີ້​ນຳ​ ວຽກ​ງານ​ດ້ານ​​ນີ້.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250