Ministry News

ສຶກສາຄວາມເປັນໄປໄດ້ການສ້າງລະບົບຂົນສົ່ງ ມົນລະພິດຕ່ຳໃນ ສປປ ລາວ

2012-10-01 - Administrator



ທີ່​ສູນ​ການ​ຮ່ວມ​ມື​ສາກົນ ​ແລະ​ຝຶກ​ອົບ​ຮົມ (ICTC) ຫຼັກ 5 ​​ໄດ້​ຈັດ​ກອງ​ປະຊຸມ​ຮັບ​ຟັງ​ລາຍ​ງານ​ສຸດທ້າຍ​ໂຄງການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ການ​ສ້າງ​ລະບົບ​ມົນ​ລະ​ພິດ​ຕ່ຳ ​ໃນ ສປປ ລາວ. ​ໃນ​ວັນ​ທີ່ 27 ກັນຍາ 2012. ​ໂດ​ຍການ​ເປັນ​ປະທານ​ຂອງ​ທ່ານ ສົມ​ມາດ ພົລ​ເສ​ນາ ລັດຖະມົນຕີ​ວ່າການ​ກະຊວງ ຍທຂ ​ແລະ ທ່ານ ນ. Junko yokota, ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ ປະຈຳ​ລາວ. ມີ​ລັດຖະມົນຕີ​ຊ່ວຍ​ວ່າການ, ມີ​ບັນດາ​ທ່ານ​ຮອງ​ເຈົ້າ​ແຂວງ, ບັນດາ​ຜູ້​ແທນ​ທີ່​ກ່ຽວຂ້ອງ​ຈາກ​ກະຊວງ​ອ້ອມ​ຂ້າງ​ສູນ​ກາງ, ນະຄ​ອນຫຼວງ​ວຽງ​ຈັນ, ຫຼວງ​ພະ​ບາງ, ສະຫວັນ​ນະ​ເຂ​ດ ​ແລະ​ຈຳປາ​ສັກ, ບັນດາ​ແຂກ​ຕາງໜ້າ​ໃຫ້​ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.


      ​ໃນ​ໂຄງການ​ນີ້ ​ໄດ້​ເລີ່​ມ​ແຕ່​ເດືອນ ມັງກອນ ປີ 2012 ​ແລະ​ໃຊ້​ເວລາ​ທັງ​ໝົດ 8 ​ເດືອນ ​ເພື່ອ​ດຳ​ເນີນ​ການ​ເກັບ​ກຳ​ຂໍ້​ມູນ, ສຳ​ຫຼວດ ​ແລະ​ວິ​ເຄາະ​ວີ​ໄຈ​ດ້ານ​ຕ່າງໆ ​ໃນ​ຂອບເຂດ​ທົ່ວ​ປະ​ເທດ ​ໂດຍ​ເລັ່ງ​ໃສ່​ບັນດາ​ແຂວງ​ໃຫຍ່​ເຊັ່ນ: ນະຄອນຫຼວງ​ວຽງ​ຈັນ, ຫຼວງ​ພະ​ບາງ, ສະຫວັນ​ນະ​ເຂດ ​ແລະ​ຈຳປາ​ສັກ. ​ໃນ​ໄລຍະ​ຜ່ານມາ, ພວກ​ເຮົາ​ໄດ້​ຈັດ​ກອງ​ປະຊຸມ​ລາຍ​ງານ​ຄວາມ​ຄືບ​ໜ້າ​ໂຄງການ​ເປັນ​​ແຕ່ໄລຍະ​ຈຳນວນ​ທັງ​ໝົດ 3 ຄັ້ງ ​ແລະ​ຄັ້ງ​ນີ້​ແມ່ນ​ເພື່ອ​ຮັບ​ຟັງ​ຮ່າງ​ບົດ​ລາຍ​ງານ​ສຸດທ້າຍ​ຂອງ​ໂຄງ​ການ, ​ເຖິງ​ແມ່ນ​ວ່າ​ຊື່​ຂອງ​ໂຄງການ​ແມ່ນ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ສ້າງ​ລະບົບ​ຂົນ​ສົ່ງ​ມົນ​ລະ​ພິດ​ຕ່ຳ, ​ແຕ່​ໃນ​ຄວາມ​ເປັນ​ຈິງ​ແລ້ວ ພວກ​ເຮົາ​ຈະ​ເລັ່ງ​ໃສ່​ການ​ນຳ​ໃຊ້​ທ່າ​ແຮງ​ທາງ​ດ້ານ​ພະລັງງານ​ໄຟຟ້າຂອງ​ປະ​ເທດ​ເຮົາ​ເປັນ​ຫຼັກ ​ໂດຍ​ການ​ເລືອກ​ເອົາ​ພາຫະນະ​ທີ່​ນຳ​ໃຊ້​ໄຟ​ຟ້າ ຫຼື​ລົດ​ໄຟຟ້າ (Electric Vehicie ”EV” ​ເປັນ​ພື້ນຖານ​ໃນ​ການ​ພັດທະນາ​ລະບົບ​ການ​ຂົນ​ສົ່ງ​ມົນ​ລະ​ພິດ​ຕ່ຳ. ສະ​ນັ້ນ, ການ​ສ້າງ​ເສີມ​ໃຫ້​ມີ​ການ​ນຳ​ໃຊ້​ລົດ​ໄຟຟ້າ​ຈື່ງ​ມີ​ຄວາມ​ສຳຄັນ ​ແລະ​ໃຫ້ພາກສ່ວນ​ຕ້ອງ​ຮ່ວມ​ກັນ​ເປັນ​ເຈົ້າ​ການ​ໃນ​ຫຼາຍ​ດ້ານ​ເຊັ່ນ: ມາດຕະຖານ​ພາຫະນະ, ລະບົບ​ສາກ​ໄຟຟ້າ, ການ​ເກັບ​ພາສີ-ອາກອນ, ການ​ນຳ​ໃຊ້​ລົດ​ໄຟຟ້າ​ເຂົ້າ​ໃນ​ອຸດສາຫະກຳ​ປະ​ເພດ​ຕ່າງໆ​ຢ່າງ​ເໝາະ​ສົມ ​ແລະ​ມີ​ປະສິດ​ທີ​ຜົນ. ຢູ່ ສປປ ລາວ ​ໄດ້​ມີ​ການ​ທົດ​ລອງ​ນຳ​ໃຊ້ລົດ​ໄຟຟ້າ​ເຊັ່ນ: ລົດ​ເມ​ໄຟຟ້າ​ຂະໜາດ​ນ້ອຍ​ຂອງ​ລັດ​ວີ​ສາ​ຫະກິດ​ນະຄ​ອນ​ຫຼວງວຽງ​ຈັນ, ບໍລິ​ສັດ​ລາວ​ເວີນ​ຢູ່​ແຂວງ​ສະຫວັນ​ນະ​ເຂດ ​ແລະ​ລັດຖະບານ​ໄດ້​ໃຫ້ນະ​ໂຍບາຍ​ແກ່​ບໍລິສັດ​ຊັນ​ລາວ ນຳ​ເຂົ້າ​ລົດ​ໄຟຟ້າ​ຈຳນວນ 350 ຄັນ ​ໂດຍ​ການ​ເສຍ​ພາສີ​ນຳ​ເຂົ້າ​ພຽງ​ແຕ່ 1% ​ເທົ່າ​ນັ້ນ. ທັງ​ໝົດ​ເຫຼົ່າ​ນັ້ນ​ເປັນ​ພຽງ​ການ​ທົ​ດລອງ ​ໂດຍ​ປາສະຈາກ​ການ​ສຶກສາ ​ແລະ​ວາງ​ແຜນ​ທີ່​ເປັນ​ລະບົບ. ດັ່ງ​ນັ້ນ, ​ໃນ​ໂຄງການ​ນີ້ ພວກ​ເຮົາ​ຈື່ງ​ໄດ້​ມີ​ການ​ກຳນົດ​ການ​ນຳ​ໃຊ້​ລົດ​ໄຟຟ້າ​ເຂົ້າ​ໃນ​ການ​ກິດຈະການ​ຕ່າງໆ​ເຊັ້ນ: ການ​ຂົນ​ສົ່ງ​ສາທາລະນະ, ການ​ບໍລິການ​ຢູ່​ເຂດ​ບ່ອນ​ເຂດ​ທ່ອງ​ທ່ຽວ, ການ​ບໍລິການ​ໂລ​ຈິດ​ສະຕິ​ກ​ໃນ​ຕົວ​ເມືອງ, ການ​ນຳ​ໃຊ້​ສ່ວນ​ບຸກຄົນ ​ແລະ​ອື່ນໆຕາມ​ຄວາ​ມ​​ເໝາະ​ສົມ ຂອງ​ສະພາບ​ແຕ່ລະ​ແຂວງ ​ໂດ​ຍການ​ເລືອກ​ເອົາ​ນະຄອນຫຼວງ​ວຽງ​ຈັນ ​ແລະ​ຫຼວງ​ພະ​ບາງ ​ປັນ​ສອງ​ແຂວງ​ຕົວ​ແບບ,​ພ້ອມ​ດຽວ​ກັນ​ນີ້, ພວກ​ເຮົາ​ຂໍ​ການ​ຊ່ວຍ​ເຫຼືອ​ນຳ​ລັດຖະບານ​ຍີ່ປຸ່ນ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​​ໂຄງການ​ຄື: ການ​ສ້າງ​ລະບົບ​ລົດ​ໄຟຟ້າ ​ແລະ​ການ​ພັດທະນາ​ບຸກຄະລາ​ກອນ​ໃນ​ການ​ຄຸ້ມ​ຄອງ​ວຽກ​ງານ​ດັ່ງກ່າວ. ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ນີ້ ຈະ​ເປັນ​ການ​ຊ່ວຍ​ຫຼຸດຜ່ອນ​ມົນ​ລະ​ພິດ​ທີ່​ເກີດ​ຈາກ​ຂະ​ແໜງ​ຂົນ​ສົ່ງ, ຫຼຸດຜ່ອນ​ການ​ນຳ​ເຂົ້າ​ພະລັງງາ​ນ​ເຊື້ອ​ໄຟ​ຈາກ​ຕ່າງປະ​ເທດ, ​ໃນ​ຕໍ່ໜ້າ​ໂຄງການ​ນີ້ ​ອາດ​ຈະ​ກາຍ​ເປັນ​ໂຄງການພັດທະນາ​ສະອາດ (Clean Development Mechanism “CDM”) ​ແລະ​ສາມາດ​ຈາ​ຍກາກ​ບອນ​ໃຫ້​ຕ່າງປະ​ເທດ​ອີກ​ດ້ວຍ. ສຳລັບ​​ແຜນການ​ໃນ​ຕໍ່ໜ້າ, ພວກ​ເຮົາ​ຈະ​ສະ​ເໜີ​ເປັນ​ປະ​ເທດ​ຈຸດ​ປະສານ​ງານ​ກ່ຽວ​ກັບ​ລົດ​ໄຟຟ້າ​ສຳລັບ​ອາ​ຊຽນ ທີ່​ກອງ​ປະຊຸມ​ລັດຖະມົນຕີ​ຂົນ​ສົ່ງ​ອາ​ຊຽນທີ່​ຈະ​ຈັດຂື້ນ​ໃນ​ທ້າຍປີ​ນີ້ ຢູ່​ປະ​ເທດ​ອິນ​ໂດ​ເນ​​ເຊຍ.

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250