Ministry News

ກະຊວງ ຍທຂ ປະຊຸມປຶກສາຫາລືຍົກລະດັບພື້ນຖານ ໂຄງລ່າງ

2012-09-24 - Administrator



ໃນວັນ​ທີ 19 ກັນຍາ 2012 ຢູ່​ທີ່​ຫ້ອງ​ປະຊຸມ​ເບີ 1 ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ຍົກ​ລະດັບ​ພື້ນຖານໂຄງລ່າງ ປະຈຳ​ປີ 2012 ຂື້ນ. ​ໂດ​ບການ​ເປັນ​ປະທານ​ຂອງ​ທ່ານ ສົມ​ມາດ ພົລ​ເສນາ ລັດຖະມົນຕີ​ວ່າການ​ກະຊວງ ຍທຂ ມີບັນດາ​ອົງການ​ຈັດ​ຕັ້ງ​ສາ​ກົນ​ຜູ້​ໃຫ້​ທຶນ ​ແລະ​ມີບັນດາ​ພະນັກງານ, ວິຊາ​ການ​ຂັ້ນ​ສູງ​ຈາກ​ບັນດາກົມ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.


      ​ໃນ​ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ທີ່​ຜ່ານ​ມາ ​ໂດຍ​ສະ​ເພາະ​​ແມ່ນ ຂະ​ແໜງ​ການ​ກໍ່​ສ້າງ​ຖະໜົນ​ຫົນທາງ ​​ໂດຍ​ແມ່ນ ກົມ​ຂົວ​ທາງ​ເປັນ​ຜູ້​ຮັບຜິ​ເຊ​ອບ, ຂະ​ແໜງ​ການ​ຂົນ​ສົ່ງ ​ແລະ​ບໍລິການ​ທາງບົກ, ນ້ຳ ​ແລະ​ທາງ​ອາກາດ ​ແມ່ນ​ກົມ​ຂົນ​ສົ່ງ​ເປັນ​ຜູ້​ຮັບຜິດຊອບ, ຂະ​ແໜງ​ການ​ກໍ່ສ້າງ​ເຄຫາ​ສະຖານ ​ແລະ​ນ້ຳ​ປະປາ ​ແມ່ນ​ກົມ​ເຄຫາ-ຜັງ​ເມືອງ​ເປັນ​ຜູ້​ຮັບຜິ​ດຊອບ. ເຫັນ​ໄດ້​ວ່າ​ງົບ​ປະມານ​ຂອງ​ລັດບໍ່​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາພື້ນຖານ​ໂຄງ​ລ່າງ. ສະ​ນັ້ນ​, ກົມ​ແຜນການ ​ແລະ​ການ​ຮ່ວມ​ມື​ ຂອງ​ກະຊວງ ຍທຂ ຈຶ່ງ​ຈຳເປັນ​ຕ້ອງ​ໄດ້​ສຸ່ມ​ໃສ່​ການ​ປຸກລະດົມ​ຂົນຂວາຍ​ທຶນຮອນ​ທາງ​ພາຍ​ໃນ ​ແລະ​ຕ່າງປະ​ເທດ ​ເພື່ອ​ມາ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​​​ໃນຂະ​ແໜງ​ຂອງ​ຕົນ. ​ໂດຍ​ສະ​ເພາະ​ແມ່ນ​ຈະ​ຕ້ອງ​ໄດ້ສະໜັບສະໜູນທາງ​ດ້ານເຕັກ​ນິກວີ​ຊາ​ການ ລວມ​ໄປ​ເຖີງຂອດ​ການ​ປະສານ​ງານ​ບູລະນະ​ປັບ​ປຸງ​ພື້ນຖານ​ໂຄງ​ລ່າງ​ທີ່​ມີ​ຢູ່​ແລ້ວ​ໃຫ້​ດີ​ຂຶ້ນ ​ຊຸກຍູ້ໃຫ້​ຫົວໜ່ວຍ​ທຸລະ​ກິດ​ພາຍໃນ​ປະ​ເທດ​ມີ​ສ່ວນ​ຮ່ວມ​ຫຼາຍ​ຂື້ນ​ ​ເພື່ອ​ແນ່​ໃສ່ການ​ພັດທະນາ​ແບບ​ຍືນ​ຍົງ.


      ​ໃນ​ກອງ​ປະຊຸມປຶກສາ​ຫາລື​ຍົກ​ລະດັບ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​​ໃນ​ຄັ້ງນີ້ ​ໄດ້​ມີ​ການສະຫຼູ​ບຕີ​ລາຄາ​ການຈັດ​ຕັ້ງ​ປະ​ຕິບັດ​ວຽກ​ງານ​ທີ່​ຜ່ານ​ມາ ​ແລະ​​ໄດ້​ກຳນົດ​ທິດ​ທາງ​ແຜນການ​ພັດທະນາ​ໃນ​ ​ຕໍ່ໜ້າ​ຢ່າງ​ຈະ​ແຈ້ງ ​ແນ່​ໃສ່​ເພື່ອ​ເຮັດ​ໃຫ້ຜູ້​ຕາງໜ້າ​ຈາກ​ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງ​ໆ​ ໄດ້​ເຂົ້າ​​ໃຈ​ ​ແລະ​ສຶບຕໍ່​ສະ​ໜັບສະ​ໜູນ​ຕື່ມ​ອີກ

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250