Ministry News

ກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມຮາກຖານ ລວຄ

2012-08-29 - Administrator

​​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 28 ສິງຫາ 2012 ຢູ່​ທີ່​ຫ້ອງ​ປະຊຸມໃຫ່ຍບໍລິສັດລັດວິສະຫະກິດ ວິສະວະ​ກໍາ ຄົມມະນາຄົມ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຂອງໜ່ວຍ ຊາວໜຸ່ມຂອງ​ຖານ ຄັ້ງ​ທີ X ຂອງຕົນຂື້ນ​ຢ່າງ​ເປັນ​ທາງ​ການ. ​ໃຫ້ກຽດເປັນປະທານໂດຍທ່ານ ບຸນ​ຈັນສິນ​ລາດ​ສະ​ວົງ, ກໍາມະການສູນກາງຊາວໜຸ່ມ, ເລຂາ ຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ.ມີທ່ານ​ແສງ​ທະວີ​ໃສມະ​ລີ​ວັນ, ເລຂາຄະນະພັກຮາກຖານ,ຜູ້​ອໍານວຍ​ການ ​ລັດ​ວິ​ສະຫະ​ກິດວິສະວະ​ກໍາ​ ຄົມມະ ນາຄົມພ້ອມ​ດວ້ຍຄະນະ​ພັກ, ຕ່າງໜ້າ​ແມ່ຍິງ, ຕ່າງ ໜ້າກໍາມະບານ​ ​ແລະ​ສະມາຊິກ​ຊາວ​ໜຸ່ມ ສປປລາວ ຈາກລວຄ ​ເຂົ້າ​ຮ່ວມຢ່າງພ້ອມພຽງ.


​ການ​ຈັດ​ກອງ​ປະຊຸມ​ໃນຄັ້ງນີ້ແມ່ນ​ເພື່ອ​ເປັນ​ການ ສະຫຼຸບຜົນງານການ​ເຄື່ອນ​ໄຫວ​ຂອງໜ່ວຍຊາວໜຸ່ມຮາກ​ຖານລວຄຄັ້ງ​ທີ IX (2010-2012) ​ແລະຜ່ານ​ທິດ​ທາງ​ແຜນການ​ 2013-2015. ​​ໃນ​ກອງ​ປະຊຸມ​​ຄັ້ງນີ້ ຍັງໄດ້​ມີ​ການ​​ເລືອກ​ຕັ້ງຄະນະ​ຊາວໜຸ່ມຊຸດ​ໃໝ່, ມອບ​ໃບ​ຢັ້ງຢືນ​ໃຫ້​ຊາວໜຸ່ມຜູ້ອາວຸ​ໂສ​ທີ່​ໄດ້​ຮັບ​ອານຸຍາດ​ໃຫ້​​​ອອກ​ພັກຜ່ອນ​ຍ້ອນອາຍຸ​ກະສຽນ, ຜ່ານຂັ້ນຕອນການເລືອກຕັ້ງ​ໃນ​ຄັ້ງ​ນີ້ ກໍໄດ້ ຄະນະຊາວໝຸ່ມຊຸດໃໝ່ 3 ສະຫາຍດັ່ງນີ້​: ສະຫາຍນສິນ​ນະຄອນອິນ​ທະ​ວົງ, ສະຫາຍສີ​ສຸພັນ ​ເຄນ​ສຸລິນ ​ແລະ​ສະຫາຍສຸ​ວິ​ຄານຫານ​ປະສິດ. ທັງ​ສາມ​ສະຫາຍ​ນີ້​ຈະ​​ເປັນ​ຜູ້​ສືບຕໍ່ນໍາພາ​ການເຄື່ອນ​ໄຫວວຽກງານ ຂອງຊາວໝຸ່ມໃນ ລວຄ ​ຕາມ​ທີ່​ອົງການ​ຈັດ​ຕັ້ງ​ໄດ້​ມອບໝາຍ​ໃຫ້.


ຈາກນັ້ນ, ​ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ​ທ່ານບຸນ​ຈັນ​ ສິນ​ລາດ​ຊະ​ວົງ,ກໍາມະການສູນກາງຊາວໜຸ່ມ, ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ຍທຂ ໃນນາມຄະນະປະທານກອງປະຊຸມ ​ກໍ່ໄດ້​ໃຫ້ທິດຊີ້ນໍາຕໍ່​ກອງ​ປະຊຸມ ​ໂດຍ​ທ່ານໄດ້​ເນັ້ນ​​ໃຫ້​ສະມາ​ຊິກ​ຊາວໜຸ່ມ​ທຸກຄົນ ຕ້ອງເອົາ​ໃຈ​ໃສ່​ສຶບຕໍ່ປະຕິບັດ ແລະຮັກສາຜົນງານ​ອັນ​ດີ​ເດັ່ນຂອງຊາວໜຸ່ມປະຊາຊົນປະຕິວັດລາວ​ໄວ້​ຕະຫຼອດ​ໄປ, ສ້າງອົງການ​ຈັດ​ຕັ້ງ​ໃຫ້​ເຂັ້ມ​ແຂງ-​ຮູ້​ນໍາພາ​ຮອບດ້ານ, ຈັດ​ຕັ້ງ​ປະຕິບັດແຜນການ​ຕໍ່ໜ້າ ​ແລະ​ຈຸດໝາຍສູ້​ຊົນ​​ໃຫ້​ສໍາ​ເລັດ​ຕາມ​ຂໍ້​ແຂ່ງຂັນ 4 ບຸກຂອງ ສປປລາວ ເປັນຕົ້ນແມ່ນ ບຸກທາງ​ດ້ານ​ແນວ​ຄິດ​, ຍົກ​ສູງ​ສະຕິ​ເຊື່ອໜັ້ນຕໍ່ການ​ນໍາພາ​ຂອງ​ພັກ ປະຊາຊົນ​ປະຕິວັດ​ລາວ, ບຸກທາງດ້ານ​ແບບ​ແຜນ​ວິທີ​ການ​ເຮັດ​ວຽກ ​ໃນ​ຂົງ​ເຂດ​ຂະ​ແໜງການຂອງຕົນ​ໃຫ້​ມີ​ປະສິດທິພາບ. ບຸກທາງ​ດ້ານ​ການ​ປັບປຸງ​ການຈັດ​ຕັ້ງ​ຂັ້ນ​ຈຸໜ່ວຍ. ​ໃນ​ຕອນ​ທ້າຍ​ທ່ານຍັງຮຽກຮ້ອງ​ໃຫ້​ເລຂາ​ຊາວໜຸ່ມລວຄກໍ​ຄື​ສະຫາຍສະມາຊິກຊາວໜຸ່ມ​ທຸ​ກສະຫາຍ​ໃຫ້​ພ້ອມກັນບືນຕົວກ້າວຂຶ້ນ ເພື່ອສ້າງ​ຂະ​ບວນການ​ ແລະສາມາດຄັດ​ເລືອກ​ໄດ້ສະມາຊິກຕົວ​ແບບຜູ້​ທີ່​ມີ​ຜົນງານ​ດີ​ເດັ່ນ​ ​ແລະ​ສາມາດ​ເປັນ​ແບບຢ່າງ​ທີ່​ດີ​​ໃຫ້​ມະຫາຊາວໜຸ່ມທົ່ວ​ໄປ, ກອງປະຊຸມດັ່ງກ່າວ​ໄດ້​ປິດ​ລົງ​ດວ້​ຍຜົນ​ສໍາ​ເລັດ​ອັນ​ຈົບງາມ​.





About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250