Ongoing Projects

Vientiane Sustainable Urban Transport Project ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (2)

PROJECT SUMMARY – ຂໍ້ມູນໂຄງການໂດຍຫຍໍ້

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຖືກຈັດຕັ້ງປະຕິບັດໂດຍກະຊວງໂຍທາທິການແລະ ຂົນສົ່ງ (ຍທຂ) ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ). ໂຄງການດັ່ງກ່າວຈະປັບປຸງການບໍລິການ ແລະ ການຄຸ້ມຄອງການຂົນສົ່ງໃນຕົວງເມືອງ ນະຄອນຫຼວງວຽງຈັນໂດຍການສ້າງໜ່ວຍງານຄຸ້ມຄອງການຂົນສົ່ງ, ໃຫ້ບໍລິການ ດ້ວຍລົດເມສາທາລະນະທີ່ມີຄຸນະພາບສູງ ແລະ ລົດເມດ່ວນ; ໂດຍການປັບປຸງການບໍລິຫານຈັດການການສັນຈອນ, ລະບົບການຄຸ້ມຄອງບ່ອນຈອດລົດ ແລະ ນຳໃຊ້ລະບົບການຂຶ້ນທະບຽນຍານພາ ຫະນະລວມທັງການປັບປຸງທາງ ຄົນຍ່າງແລະ ການຂົນສົ່ງແບບບໍ່ໃຊ້ເຄື່ອງຈັກ. ໂຄງການຍັງໃຫ້ຄວາມສຳຄັນຕໍ່ບົດບາດຍິງຊາຍ, ການຫຼຸດຜ່ອນອາຍພິດ ເຮືອນແກ້ວ ແລະ ການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ. ລາຍລະອຽດກ່ຽວກັບໂຄງການສາມາດຕິດຕາມ ໃນເວັບໄຊຂອງທະນາຄານພັດທະນາອາຊີ (Asian Development Bank Project Information).

ໂຄງການດັ່ງກ່າວມີມູນຄ່າທັງໝົດ 99.7 ລ້ານໂດລາສະຫະລັດ. ລັດຖະບານລາວສົມທົບທຶນ ຈຳນວນ 14,55 ລ້ານໂດລາສະຫະລັດ, ການລົງທຶນຂອງພາກເອກະຊົນ ຈຳນວນ 6.41 ລ້ານໂດລາສະຫະລັດ.ລວມທັງທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈຳນວນໜຶ່ງ. ລາຍລະອຽດດັ່ງລຸ່ມນີ້:

(i)   ທະນາຄານພັດທະນາອາຊີ (ADB)ຈໍານວນ 35ລ້ານໂດລາສະຫະລັດ;

(ii)  ທະນາຄານເອີຣົບເພື່ອການລົງທຶນຈໍານວນ 20ລ້ານໂດລາສະຫະລັດ;

(iii) ກອງທຶນກຸ່ມປະເທດສົ່ງນໍ້າມັນອອກເປັນສິນຄ້າ(OFID)ຈໍານວນ 15 ລ້ານໂດລາສະຫະລັດ;

(iv) ສະຫະພາບເອີຣົບ-ກອງທຶນສະໜັບສະໜູນການລົງທຶນໃນອາຊີຈໍານວນ5ລ້ານເອີໂຣ (6.9ລ້ານໂດລາສະຫະ ລັດ);

(v)  ກອງທຶນສິ່ງແວດລ້ອມໂລກ ຈໍານວນ1.84ລ້ານໂດລາສະຫະລັດ.

The Vientiane Sustainable Urban Transport Project executed by the Ministry of Public Works and Transport (MPWT) of Lao People’s Democratic Republic (Lao PDR) will improve urban transport operations and capacity in Vientiane by establishing a transport management entity, high-quality bus services and bus rapid transit; by improving traffic management, parking system and vehicle registration; and improving accessibility for pedestrians and non-motorized transport. The project promotes gender mainstreaming, greenhouse gas reduction, and public private partnership. More details on the project are available on Asian Development Bank Project Information.

In addition to financing by the government of Lao PDR estimated at US$14.55 million and investments by the private sector estimated at US$6.41 million the following loan and grant financing are approved to meet the project’s total estimated cost US$99.7 million.

(i) Asian Development Bank (ADB) loan 3250-LAO(SF) at Special Drawing Rights 23,474 million

(ii) European Investment Bank credit FI No 83156 at US$20 million

(iii) OPEC Fund for International Development loan no. 1678P at US$15 million

(iv) European Union – Asian Investment Fund technical assistance grant TA2015090 LA AIF at EUR5 million

(v) Global Environmental Facility grant 0471-LAO(EF) at US1.84 million

 PROGRESS SUMMARY

 -ຄວາມຄືບໜ້າໂດຍລວມ

ໂຄງການຖືກຮັບຮອງໃນເດືອນສິງຫາ ປີ 2016. ການຈັດຕັ້ງປະຕິບັດເລີ່ມຕົ້ນແຕ່ເດືອນສິງຫາ ປີ 2018 ແລະ ຄາດຄະເນສຳເລັດໃນປີ 2022.

ຄະນະຊີ້ນຳໂຄງການໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງ ຊຶ່ງປະກອບດ້ວຍພາກສ່ວນຕ່າງໆເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງຫ້ອງວ່າການນະຄອນຫຼວງວຽງຈັນກະຊວງການເງິນກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງແຜນການ ແລະ ການລົງທຶນ. ຄະນະປະສານງານໂຄງການ (PCU) ກໍໄດ້ຮັບການສ້າງຕັ້ງຂຶ້ນເພື່ອຈັດຕັ້ງປະຕິບັດໂຄງການ ປະກອບດ້ວຍ ກົມຂົນສົ່ງກົມເຄຫາ-ຜັງເມືອງກົມການເງິນຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ນວ. ຊ່ຽວຊານດ້ານການຂົນສົ່ງໃນຕົວເມືອງ (UTA) ປະຈຳການຢູ່ກົມຂົນສົ່ງ ໄດ້ເລີ່ມເຮັດວຽກໃນເດືອນຕຸລາ 2016 ເພື່ອຊຸກຍູ້ຄະນະປະສານງານໂຄງການໃນການຈັດຕັ້ງປະຕິບັດໂຄງການ. ສ່ວນທີ່ປຶກສາຈັດຕັ້ງປະຕິບັດໂຄງການ (PIC) ເລີ່ມເຂົ້າປະຈຳການແຕ່ວັນທີ 23 ກໍລະກົດ 2018 ເພື່ອບໍລິຫານຈັດການໂຄງການ, ອອກແບບລະອຽດ ແລະ ຕິດຕາມ ກວດກາການກໍ່ສ້າງ ຊຶ່ງສັນຍາຈັດຈ້າງຈະສິ້ນສຸດລົງໃນເດືອນມິຖຸນາ (6) ປີ 2022. ນອກຈາກນັ້ນທະນາຄານພັດທະນາອາຊີ (ADB) ກໍໄດ້ສະໜອງການຊ່ວຍເຫຼືອລ້າເພີ່ມເຕີມທາງວິຊາການ (TransactionTechnical Assistance “TRTA”) ຈຳນວນ 1,5 ລ້ານໂດລາສະຫະລັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະກອນທີ່ມີສ່ວນຮ່ວມໃນໂຄງການ ໂດຍສະເພາະແມ່ນພະນັກງານຂັ້ນການນຳເພື່ອໃຫ້ມີຄວາມພ້ອມໃນການຕັດສິນໃຈຈັດຕັ້ງປະຕິບັດໂຄງການ. ຄະນະທີ່ປຶກສາ TRTA ເລີ້ມເຂົ້າປະຈຳການໃນເດືອນສິງຫາ 2018 ແລະ ຈະໝົດສັນຍາໃນເດືອນທັນວາ 2020.

 ຮອດວັນທີ 30 ພະຈິກ 2019, ໂຄງການມີຄວາມຄືບໜ້າທັງໝົດ 25.2% ທຽບກັບແຜນການ, ໂດຍສຳເລັດໜ້າວຽກ ຕົ້ນຕໍຈຳນວນໜຶ່ງຄື: ການອອກແບບເບື້ອງຕົ້ນໂຄງການ, ສ້າງແຜນດຳເນີນງານ ແລະ ແຜນທຸລະກິດການໃຫ້ບໍລິການ ລົດເມດ່ວນ. ຄາດໝາຍສຳເລັດພາຍໃນເດືອນກຸມພາ ປີ 2020 ລວມມີ ການອອກແບບລະອຽດ ແລະ ເອກະສານປະມູນ ໂຄງການ; ພາຍໃນເດືອນກັນຍາ 2020 ຈະຈັດຕັ້ງປະມູນວຽກກໍ່ສ້າງ ແລະ ເຊັນສັນຍາກໍ່ສ້າງ ແລະ ການກໍ່ສ້າງຈະໃຫ້ ສຳເລັດໃນປີຖັດໄປພາຍໃນເດືອນກັນຍາ 2021. ທ້າຍເດືອນພະຈິກ 2021, ເປີດທົດລອງໃຫ້ບໍລິການລົດເມດ່ວນ. ມາຮອດປະຈຸບັນ, ໂຄງການປະຕິບັດລາຍຈ່າຍທັງໝົດ 2,4 ລ້ານໂດລາສະຫະລັດ ເພື່ອຊຳລະຄ່າທີ່ປຶກສາ ຊ່ຽວຊານຕ່າງປະເທດ ແລະ ລາຍຈ່າຍຕ່າງໆທີ່ກຳນົດໃນສັນຍາຂອງໂຄງການ.

 ຕົ້ນເດືອນພະຈິກ 2019, ໂຄງການສົມທົບກັບຄະນະຮ່ວມວຽກຈາກທະນາຄານພັດທະນາອາຊີ ຈັດຕັ້ງ ການ​ປະ​ເມີນ​ໂຄງ​ການ​ກາງ​ສະ​ໄໝ (Midterm Review MTR”) ກ່ຽວກັບການດຳເນີນໂຄງການໃນໄລຍະຜ່ານມາ ໂດຍໄດ້ເອກກະພາບ ກຳນົດແຜນການຈັດຕັ້ງປະຕິບັດ ແລະ ຄາດໝາຍສຳເລັດໂຄງການແຕ່ລະໄລຍະດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ. ພິເສດ ແມ່ນເຫັນດີສືບຕໍ່ຂະຫຍາຍເວລາສັນຍາກູ້ຢືມເງິນ ແລະ ສັນຍາຊ່ວຍເຫຼືອລ້າຈົນຮອດທ້າຍປີ 2022. ນອກຈາກນັ້ນ, ທາງຜູ້ໃຫ້ທຶນຍັງແຈ້ງເຈດຈຳນົງຊ່ວຍເຫຼືອເພີ່ມເຕີມເພື່ອຈັດຊື້ພາຫະນະທີ່່ຈະນຳໃຊ້ເປັນລົດເມດ່ວນຈາກລົດທີ່ໃຊ້ນ້ຳມັນມາເປັນລົດທີ່ໃຊ້ພະລັງງານໄຟຟ້າຈາກ ແທນ.

ການຈັດຕັ້ງປະຕິບັດໂຄງການໄດ້ຮັບການຕິດຕາມກວດກາຢ່າງຕໍ່ເນື່ອງ ແລະ ມີບົດລາຍງານປະຈຳໄຕມາດໄດ້ສັງລວມໄວ້ໃນເວັບໄຊນີ້.ລາຍລະອຽດສາມາດຕິດຕໍ່ພົວພັນ: ທ່ານ ດຣ. ບຸນຕາ ອ່ອນນາວົງ, ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ອີເມວ: bounta_ov@yahoo.com ຫຼື ແຟັກ+856-21-415563.

The project was effective in August 2016. Implementation started in August 2018 and planned completion is by 2022.

A project steering committee is established with officials from the MPWT, Vientiane Capital, Ministry of Finance, Ministry of Natural Resources and Environment, Ministry of Public Security, and Ministry of Planning and Investment. A project coordination unit (PCU) established in MPWT’s Department of Transport (DOT) with members from Departments of Housing and Urban Planning and Finance of MPWT, Vientiane Capital and Vientiane Department of Public Works and Transport is implementing the project. An international urban transport advisor supports PCU with project implementation. The Project Implementation Consultants were mobilized on 23 July 2018 to provide support for project management, detailed design and implementation supervision. Their assignment will end in June 2022. In addition, ADB is providing technical assistance (TA) for capacity building focusing on key government officials involved in the decision-making process as well as stakeholders critical to the project’s success. The TA consultants were mobilized in August 2018 and will end their assignment by December 2020.

 Progress to date is 25.2% including preparation of preliminary design and business and operational plans. Key future milestones include completion of detailed design and bid documents by February 2020, bidding and award of all civil works and supply contracts by September 2020 with completion in September 2021 and start test operation of the bus rapid transit by November 2021. Expenditure to date istotally US$2.4 million.

 A project midterm review was conducted in November 2019 confirming the above updated project implementation schedule and reached understandings on extension of loan and grant financing to end of 2022 and discussed the need for additional financing for an agreed change from diesel buses to battery electric buses.

Project implementation is continuously monitored and reported on quarterly basis with a summary on this website. Contact at the executing agency is Dr. Bounta Onnavong, Director General, Department of Transport, MPWT, email: bounta_ov@yahoo.com or fax +856-21-415563.

Planned Procurement – ແຜນການຈັດຊື້-ຈັດຈ້າງ

Project Procurement Plan – ການການຈັດຊື້-ຈັດຈ້າງຂອງໂຄງການ

ONGOING PROCUREMENT –ແຜນການຈັດຊື້-ຈັດຈ້າງທີ່ດໍາເນີນຢູ່

None – ບໍ່ມີ

CONTRACTS AWARDED –ສັນຍາການວ່າຈ້າງ

Urban Transport Advisor. Contract value US$541,000. ທີ່ປຶກສາດ້ານການຂົນສົ່ງໃນຕົວເມືອງ. ມູນຄ່າ ສັນຍາ541,000 ໂດລາສະຫະລັດ.

Supply of Field Vehicle. Contract value LAK 282,880.000– ຈັດຊື້ລົດພາກສະໜາມ, ມູນຄ່າ 282,880.000 ກີບ

External Audit Services. Contract value U.S.$118,514 – ການກວດສອບພາຍນອກ, ມູນຄ່າ 118,514U.S.$.

Project Implementation Consultants. Contract value EUR7,592,642.51, with funding by the European Union – ທີ່ປຶກສາການຈັດຕັ້ງປະຕິບັດໂຄງການ. ມູນຄ່າ7,592,642.51ເອີໂຣ, ໂດຍເງິນທຶນຈາກສະຫະພາບເອີຣົບ.

LINKS- ການເຊື່່ອມໂຍງ

Asian Development Bank Project Information – ຂໍ້ມູນໂຄງການທະນາຄານພັດທະນາອາຊີ

ADB's Integrity Unit – ໜ່ວຍງານເຊື່ອມໂຍງຂອງທະນາຄານພັດທະນາອາຊີ

European Investment Bank’s Anti-Fraud Policy –ນະໂຍບາຍຕ້ານການສໍ້ໂກງຂອງທະນາຄານເອີຣົບ ເພື່ອ ການລົງທຶນ

European Investment Bank Guide to Procurement – ຄູ່ມືການຈັດຊື້ຈັດຈ້າງຂອງທະນາຄານເອີຣົບ ເພື່ອ ການລົງທຶນ

Attachments:

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250