Ongoing Projects

ສະຫູຸບສັງລວມສະພາບການຈັດຕັ້ງປະຕິບັດວຽກຈຸດສຸມໃນເດືອນ 5/2012 ແລະ ສະເໜີແຜນວຽກປະຈຳເດືອນ 6/2012.


ຂະແໜງໂຍທາທິການ ແລະຂົນສົ່ງ ມີວຽກງານພົ້ນເດັ່ນໃນການເຄື່ອນໄຫວປະຕິບັດວຽກງານ ແລະ ແກ້ໄຂບັນຫາ ສຳ ຄັນໃນເດືອນ 05/2012 ແລະ ສະເໜີແຜນວຽກ ປະຈຳເດືອນ 6/2012 ຂອງກະຊວງ ຍທຂ, ຊື່ງສະແດງອອກໃຫ້ ເຫັນບາງດ້ານທີ່ພົ້ນເດັ່ນ ແລະ ບາງຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ແກ້ໄຂໃນເດືອນ ຕໍ່ໄປດັ່ງນີ້:

I. ສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ຍທຂ ໃນເດືອນ 05/2012.

ກ. ດ້ານການເມືອງແນວຄິດ.

- ໃນໄລຍະໜຶ່ງເດືອນຜ່ານມາ, ສະພາບການໂດຍລວມພາຍໃນ ກະຊວງ ຍທຂ ແມ່ນມີຄວາມສະຫງົບດີ, ບັນດາ ສະມາຊິກພັກ ແລະ ພະນັກງານ-ລັດຖະກອນທຸກຄົນ ແມ່ນມີຄວາມສາມັກຄີກັນດີ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ຈູບຈ້າວ ຫ້າວຫັນປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍຢ່າງຕັ້ງໜ້າ ແລະ ເຮັດສຳເລັດໜ້າທີ່ວຽກງານຕ່າງຯທີ່ ຖືກມອບ ໝາຍໄດ້ເປັນຢ່າງດີສຳ​ເລັດ​ການຮັບ​ຟັງປາຖະກະຖາ ວັນ​ສ້າງ​ຕັ້ງ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ ຄົບຮອບ 57 ປີ, ໃຫ້ກຽດປາ ຖະກະຖາໂດຍ ທ່ານ ດຣ ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານສູນກາງຊາວໜຸມເລຂາຄະນະ ພັກສູນກາງຊາວໜຸ່ມ ຊປປ ລາວ.

ຂ. ສະພາບພົ້ນເດັ່ນດ້ານວຽກງານວິຊາສະເພາະ ແລະ ການເຄື່ອນໄຫວວຽກງານຂອງຄະນະນໍາກະຊວງ.

- ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບການສ້ອມແປງສະໜາມ ແລະ ໂຄງລ່າງພື້ນຖານເພື່ອກະກຽມຕ້ອນຮັບ ການແຂ່ງຂັນງານມະຫາກຳກິລາມະຫາໄລອາຊຽນຄັ້ງທີ່ 16, ປີ 2012. ​

- ເຂົ້າ​ຮ່ວມ​ກອງ​ປະຊຸມ​ວຽກງານ​ຈັດ​ຕັ້ງ​ທົ່ວ​ປະ​ເທດ.

- ຮ່ວມ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກໍ່ສ້າງ ປະ​ເທດ ມຽນມາ ພ້ອມ​ຄະນະ​ລົງ​ສຳ​ຫລວດ​ເຂດ​ກໍ່ສ້າງ​ຂົວ​ຂ້າມ​ນ້ຳຂອງ​ລາວ-ມຽນມາ​ລະຫວ່າງ​ຊຽງ​ກົກ​ແຂວງ​ຫລວງ​ນ້ຳ​ທາ-​ແກ້ງ​ລາບ,ສະຫະພາບມຽນມາ. ​ພ້ອມ​ນີ້, ທັງ​ສອງ​ຝ່າຍ​ຍັງ​ໄດ້​ພ້ອມ​ກັນ​ປຶກສາ​ຫາລື​ກ່ຽວ​ກັບ​ເງື່ອນ​ໄຂ​ຕ່າງຯ​ເພື່ອ​ກຽມ​ລົງມື​ກໍ່​ສ້າງ

- ເຂົ້າຮ່ວມປະຊຸມສຳມະນາດ້ານການກໍ່ສ້າງ ແລະ ລົງທຶນໃນຂະແໜງການພື້ນຖານໂຄງລ່າງ ຄັ້ງທີ່ 3 ທີ່ ເຂດປົກ ຄອງມາກາວ ສປ ຈີນ.

- ເຂົ້າຮ່ວມກອງປະຊຸມສຳມະນາວິທະຍາສາດກ່ຽວກັບສະພາບວິກິດໜີ້ສິນຂອງ EU ແລະບົດຮຽນຂອງ ສປປລາວ.

- ເຂົ້າຮ່ວມຄະນະຕິດຕາມທ່ານຮອງນາຍົກລັດຖະມົນຕີ ເຄື່ອນໄຫວວຽກຢູ່ແຂວງບໍລິຄຳໄຊ ແລະແຂວງຊຽງຂວາງ.

- ເຂົ້າຮ່ວມສຳມະນາເຊື່ອມຊຶມມະຕິຂອງກົມການເມືອງສູນກາງພັກເລກທີ 03/ກມສພ, ລົງວັນທີ 15 ມີນາ 2012 ວ່າດ້ວຍການສ້າງແຂວງໃຫ້ເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ.

- ເຂົ້າຮ່ວມກອງປະຊຸມປຶກສາຫາລືກ່ຽວກັບໂຄງການກໍ່ສ້າງທາງ 15 ເອ ແລະ ການກໍສ້າງດ່ານລະໄລ ແຂວງສາລະວັນ.

- ລົງຕິດຕາມການກໍ່ສ້າງເສັ້ນທາງ 1 ດີເຂດແຂວງບໍລິຄຳໄຊແລະແຂວງຊຽງຂວາງ.

- ເຮັດ​ວຽກ​ຮ່ວມ​ກັບ​ຄະ​ນຳ​ຂັ້ນ​ສູງກະຊວງຄົມມະນາຄົມຂົນ​ສົ່ງສສຫວຽດນາມກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ທາງ 2E ​ເມືອງ​ຂວາ-​ໃຕ​ຈາງ ​ແລະ ​ເສັ້ນທາງ​ເລກທີ4 ​(ADB11) ທ່າ​ເດື່ອ​-ນ້ຳ​ປຸຍ.

ຄ. ສະພາບການເຄື່ອນໄຫວວຽກງານໃນຂົງເຂດຕ່າງໆອ້ອມຂ້າງກະຊວງ.

· ຂົງເຂດຂົວທາງ:

- ໄດ້ລົງຕິດຕາມວຽກສ້ອມແປງທາງ 13​ ເໜືອ ​ແຂວງວຽງຈັນ ​ແລະ 13​ໃຕ້ ​ແຂວງ​ບໍລິ​ຄຳ​ໄຊ.

- ໄດ້ເຂົ້າຮ່ວມການ​ປະມູນ​ຄັດ​ເລຶອກເອົາ​ບໍລິສັດ​ຮັບ​ເໝົາ​ເພື່ອ​ການ​ສ້ອມ​ແປງ​ຍົກ​ລະດັບ ​ເສັ້ນທາງ​ ເລກ 9 Tender opening ceremony in Japan (Raod N.9 Improvement Project).

- ສຳລັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຕ່າງໆ ຂອງວຽກງານຂົວທາງແມ່ນໄດ້ດຳເນີນໄປດ້ວຍຄວາມ ຄືບໜ້າຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ (ລາຍລະອຽດເບິ່ງເອການຊ້ອນທ້າຍ 1).

ຂົງເຂດແຜນການ ແລະ ການຮ່ວມມື.

-ເຂົ້າຮ່ວມພົບກັບເອກອັກຄະລັດຖະທູດແລະຜູ້ຕາງໜ້າພະແນກການຄ້າຂອງທູດອັອສຕຼາລີປະຈຳສປປລາວເພື່ອປຶກສາຫາລືກ່ຽວກັບກນສະເໜີໃຫ້ອັອສຕຼາລີຊ່ວຍຍົກລະດັບເສັ້ນທາງອາຊຽນ.

- ເຂົ້າຮ່ວມປະຊຸມເພື່ອສະຫຼຸບຕີລາຄາວຽກງນຮ່ວມມືລາວ-ຫວຽດນາມໃນໄລຍະ 35 ປີຜ່ານມາຢູ່ກະຊວງແຜນການ ແລະ ການລົງທຶນ.

. ຂົງເຂດເຄຫາ-ຜັງເມືອງ ແລະ ນ້ຳປະປາ.

- ສຳເລັດກອງປະຊຸມປຶກສາຫາລືກັບອົງການ GRET ກ່ຽວກັບໂຄງການມີເຣບ 3 ໃນວັນທີ 26.04.2012.

- ສຳເລັດກອງປະຊຸມປຶກສາຫາລືກ່ຽວກັບການອອກແບບນ້ຳປະປາ 5 ຕົວເມືອງຂອງແຂວງສາລະວັນ ທີ່ໄດ້ຮັບທຶນຈາກໂຄງການ 15A.

- ສຳເລັດກອງປະຊຸມປຶກສາຫາລືສຶກສາຜົນກະທົບຕໍ່ສິ່ງແວດລ້ອມແລະສັງຄົມໂຄງການນ້ຳປະປາດົງ ໝາກຄາຍ.

- ສຳລັບວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຕ່າງໆ ຂອງວຽກງານເຄຫາ-ຜັງເມືອງ ແລະ ນ້ຳປະປາ ແມ່ນໄດ້ດຳເນີນໄປດ້ວຍຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ (ລາຍລະອຽດເບີ່ງເອກະສາຊ້ອນທ້າຍ 2).

· ສະ​ຖາ​ບັນ​ໂຍທາ​ທິການ ​ແລະ ຂົນ​ສົ່ງ

- ສຳ​ເລັດ​ການຈັດ​ຝຶກ​ອົບຮົມ​ການ​ສຶກສາ​ການ​ຍົກຍ້າຍຖິ່ນ​ຖານ​ຂອງ​ປະຊາຊົນ​ເຂດ​ພູດ​ອຍ​ແຂວງ​ຫລວງ​ນ້ຳ​ທາ ໂດຍ​ການຮ່ວມ​ມື​ກັບ​ສາ​ບັນ ​ເຕັກ​ໂນ​ໂລ​ຊີ​ແຫ່ງ​ເອ​ເຊຍ (AIT)​

- ໄດ້​ສຳ​ເລັດ​ການ​ລົງ​ສ້າງ ຈຸດ​ຝາກ​ລະດັບ (BM)​ໂຄງການ​ອອກ​ແບບ​ຕົວ​ເມືອງ​ໃໝ່​ຄອນ​ພະ​ເພັງ ​ເມືອງ​ໂຂງ ແຂວງ​ຈຳປາ​ສັກ ​ເພື່ອນຳ​ເອົາ​ຂໍ້​ມູນ​ມາ​ສືບ​ຕໍ່​ສ້າງ​ພື້ນ​ແຜນ​ທີ່.​

-​ໄດ້​ສຳ​ເລັດ​ການ​ລົງ​ສ້າງ ຈຸດ​ຝາກ​ລະດັບ (BM)​ໂຄງການ​ອອກ​ແບບຜັງ​ເມືອງ ​ຕົວ​ເມືອງ​ໄຊ​ຈຳ​ພອນ ​ແຂວງ ບໍລິ​ຄຳ​ໄຊ ​​ເພື່ອນຳ​ເອົາ​ຂໍ້​ມູນ​ມາ​ສືບ​ຕໍ່​ສ້າງ​ພື້ນ​ແຜນ​ທີ່.

. ຂົງ​ເຂດຂົນສົ່ງ

ໄດ້ສຳເລັດການຈັດກອງປະຊຸມຝຶກອົບຮົມກ່ຽວກັບວຽກງານກວດດກາເຕັກນິກລົດຮ່ວມກັບກົມການຂົນສົ່ງທາງ ບົກແຫ່ງຣາດຊະອານາຈັກໄທແລະຜຸ້ດຳເນີນການຂົນສົ່ງໂດຍສານເຂົ້າຮ່ວມທັງໝົດ 53 ທ່ານໂດຍໄດ້ແບ່ງ ອອກເປັນ 02 ພາກ, ພາກທິດສະດີແມ່ນຈັດຢູ່ກະຊວງຍທຂ, ສ່ວນພາກປະຕິບັດຕົວຈິງແມ່ນໄດ້ໄປທັງສະນະສຶກ ສາຢຸ່ຈັງຫວັດຂອນແກ່ນຣາດຊະອານາຈັກໄທ.- ຈັດກອງປະຊຸມຮ່ວມກັບນະຄອນຫລວງວຽງຈັນພາຍໃຕ້ການ ເປັນປະທານຂອງ ທ່ານແກ້ວພິລາວັນອາໄພລາດ,ຮອງເຈົ້າຄອງນະຄອນຫລວງເພື່ອຄົ້ນຄ້ວາ ກ່ຽວກັບແຜນ ການປັບປຸງການເດີນລົດທີ່ແອອັດໃນຊົ່ວໂມງເລັ່ງດ່ວນ.

. ຂົງເຂດໂຍທາທິການທາງນໍ້າ

- ໄດ້ຈັດກອງປະຊຸມຕີລາຄາການເຄື່ອນໄຫວວຽກງານຂອງ ລັດວິສາຫະກິດພັດທະນາທ່າເຮືອຫວຸ່ງອ່າງ ທາງດ້ານ ກົງຈັກການຈັດຕັ້ງ, ດ້ານການເງິນແລະການຕະຫລາດຂື້ນຢູ່ກົມໂຍທາທິການທາງນ້ຳ.

- ໄດ້ສົມທົບກັບແຂວງໄຊຍະບູລິສະໜອງຂໍ້ມູນໃຫ້ແກ່ບໍລິສັດວິສາວະກຳກໍສ້າງແຂວງຢຸນນານໃນ ການສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງໂຄງລ່າງປ້ອງກັນໄພພິບັດເທດສະບານແຂວງໄຊຍະບູລີແລະບໍລິສັດດັ່ງກ່າວໄດ້ເລີ່ມລົງມືສຳຫຼວດທາງດ້ານເສດຖະກິດ-ເຕັກນິກ.

- ໄດ້ສຳເລັດການປະເມີນຜົນໂຄງການກໍ່ສ້າງປ້ອງກັນຕະຝັ່ງຢູ່ນະຄອນຫຼວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະຈຳປາສັກເຫັນວ່າມີປະສິດທິຜົນ, ຕະກອນຕົກຫລາຍແລະແລວນ້ຳເລິກຍ້າຍອອກໄປກາງ ​ແມ່ນ້ຳຂອງ.

- ສຳລັບຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການຕ່າງໆ ຂອງວຽກງານ​ໂຍທາ​ທິການ​ທາງ​ນ້ຳ ແມ່ນໄດ້ ດຳເນີນໄປດ້ວຍຄວາມຄືບໜ້າຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິ (ລາຍລະອຽດເບີ່ງເອກະສານຊ້ອນທ້າຍ3).

· ຂົງເຂດທາງລົດໄຟ

- ການແລ່ນລົດໄຟລະຫວ່າງທ່າ​ນາ​ແລ້ງ ສປປ ລາວ-ໜອງ​ຄາຍປະ​ເທດໄທ ​ໄດ້​ດຳ​ເນີນເປັນປົກກະຕິ ໃນແຕ່ລະວັນ, ສະຫລຸບ​ຈຳນວນ​ຜູ້​ໂດຍສານແຕ່ວັນທີ 1-30/4/2012 ມີຜຸ້ໂດຍສານມາໃຊ້ບໍລິການທັງ​ໝົດ 2.676 ຄົນ (ຂາເຂົ້າ 1.400 ຄົນ, ຂາອອກ 1.276 ຄົນ).

ໄດ້ເຂົ້າຮ່ວມກອງປະຊຸມຂອງຄະນະກຳມາທິການປະສານງານດ້ານການບໍລິການອາຊຽນຂອງ ສປປລາວຢູ່ ກະຊວງແຜນການແລະການລົງທຶນ.

. ຂົງເຂດວຽກກວດກາ.

ສຳ​ເລັດ​ການກວດສອບ​ບັນ​ຊີ​ການ​ເງີ​ນຂອງ​ໂຄງການ​ຂະ​ແໜງ​ຂົວ​ທາງ ຂອງ​ບໍລິສັດ Ernst & Youn ນຳໃຊ້ການເງິນ ຂອງທະນາຄານໂລກ

- ກອງຄຸ້ມຄອງສະໜາມບິນ

- ສຳເລັດຫ້ອງການກໍ່ສ້າງຫ້ອງການຄຸ້ມຄອງສະໜາມບິນ ທົ່ງໄຫຫີນແຂວງຊຽງຂວາງ.

i. ຈຳນວນຖ້ຽວບິນຂື້ນ ​ແລະ ລົງທັງ​ໝົດ:2288 ຖ້ຽວ(ສາຍພາຍໃນ 1,025 ຖ້ຽວ ​ແລະ ສາຍຕ່າງປະເທດ 1,263 ຖ້ຽວ).

ii. ຈຳນວນຜູ້ໂດຍສານຂາ​ອອກ ​ແລະ ຂາ​ເຂົ້າ​ທັງ​ໝົດ: 105.562 ຄົນ (ສາຍພາຍໃນ 35,970 ຄົນ ​ແລະ ສາຍຕ່າງປະເທດ 69,592 ຄົນ).

iii.ສະຫລຸບເກັບລາຍຮັບປະຈຳດືອນ 04/2012 ສາມາດ​ສ້າງ​ລາຍ​ຮັບ​ໄດ້​ທັງ​ໝົດ: 832,315,543 ກີບ​ແລະ 367.007 ໂດລາ.

· ກອງຄຸ້ມຄອງຈາລະຈອນທາງອາກາດ.

- ໄດ້ເຂົ້າຮ່ວມປະຊຸມວຽກງານໂຄງການພັດທະນາລະບົບວິທະຍຸການບິນແບບໃໝ່ New CNS Project ກັບອົງການ JICA

- ສະຫລຸບ​ສະຖິຕິການ​ບິນຜ່ານ ​ແລະ ໜີ​ຕ້ອງ​ຮັບ ສຳລັບເດືອນເມສາ 2012.

i. ຈຳນວນຖ້ຽວບິນບັນຊາ​ບິນ​ຜ່ານ​ພາກ​ເໜືອ 3,554 ຖ້ຽວບິນ.

ii. ຈຳນວນຖ້ຽວບິນບັນຊາຜ່ານພາກ​ໃຕ້ 8,008 ຖ້ຽວບິນ.

iii.ໜີ້ຕ້ອງຮັບຄ່າບໍລິການບິນຜ່ານ 3,067,930,00 USD.

· ສູນ​ຝຶກ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ.

- ໄດ້ເປີດຫລັກສູດຝຶກອົບຮົມພາສາອັງກິດ (ຫຼັກສູດທີ່ສາມ) ສຳລັບ​ພະນັກງານ​ກະຊວງຍທຂ; ຫຼັກສູດການເດີນເຮືອ (Navigation) ມີນັກສຳມະນາກອນທັງໝົດ 17 ທ່ານ, ໃນນັ້ນມີຊາວຕ່າງປະເທດເຂົ້າຮ່ວມ 10 ທ່ານ( ຫວຽດນາມ 3ທ່ານ, ກຳປູເຈຍ 05 ທ່ານ, ໄທ 02 ທ່ານ). ທັງ​ສອງ​ຫລັກສູດ​ດັ່ງກ່າວ​ໄດ້​ຮັບ​ການສະໜັບສະ​ໜູນ​ ຈາກສະຖານທູດສະຫະລັດອາເມລິກາ ປະຈຳ ສປປ ​ລາວ.

II. ແຜນວຽກຈຸດສຸມໃນເດືອນ 06/2012.

- ສືບຕໍ່ຊີ້ນຳນຳພາວຽກງານການເມືອງແນວຄິດ ແລະ ການຈັດຕັ້ງ ເພື່ອໃຫ້ພະນັກງານ-ລັດຖະກອນມີຄວາມອຸ່ນອ່ຽງ ທຸ່ນທ່ຽງມີຄວາມສາມັກຄີ, ຈູບຈ້າວຫ້າວຫັນ ແລະ ແຂ່ງຂັນກັນຫັນເອົາ 04 ບາດກ້າວບຸກທະລຸເຂົ້າໃສ່ການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຕົນໃຫ້ສຳເລັດຕາມແຜນການ. ເປີດກອງປະຊຸມເຜີຍແຜ່ຜົນສຳເລັດຂອງກອງປະ ຊຸມວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດທົ່ວປະເທດຄັ້ງທີ່ 3 ສຳລັບຂະແໜງ ຍທຂ.



Attachments:

About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250