Ongoing Projects

ເອກະສານກ່ຽວກັບສິ່ງແວດລ້ອມ ແລະ ສັງຄົມ (ESF) ສະບັບປັບປຸງ

ເອກະສານກ່ຽວກັບສິ່ງແວດລ້ອມ ແລະ ສັງຄົມ (ESF) ສະບັບປັບປຸງ ສໍາລັບ "ໂຄງການຄຸ້ມຄອງໄພພິບັດ ໃນອາຊີຕາເວັນອອກສ້ຽງໃຕ້ ຂອງ ສປປ ລາວ (SEADRM II)”.

ພວກເຮົາມີຄວາມຍິນດີທີ່ຈະເຜີຍແຜ່ເອກະສານ ກອບສິ່ງແວດລ້ອມ ແລະ ສັງຄົມ (ESF) ສະບັບສຸດທ້າຍສໍາລັບ "ໂຄງການຄຸ້ມຄອງໄພພິບັດ ໃນອາຊີຕາເວັນອອກສ້ຽງໃຕ້ ຂອງ ສປປ ລາວ (SEADRM II)”. ເອກະສານລວມມີ: ກອບການຄຸ້ມຄອງ ສິ່ງແວດລ້ອມ ແລະ ສັງຄົມ (ESMF), ແຜນພັນທະດ້ານສິ່ງແວດລ້ອມ ແລະ ສັງຄົມ (ESCP), ກອບນະໂຍບາຍການ ຈັດສັນຍົກຍ້າຍ (RPF), ຂັ້ນຕອນການຄຸ້ມຄອງແຮງງານ (LMP), ແຜນການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ (SEP). ເອກະສານເຫຼົ່ານີ້ ສ້າງຂື້ນເປັນແນວທາງໃນການກະກຽມເອກະສານ E&S ເຊັ່ນ: ແຜນການຄຸ້ມຄອງແວດລ້ອມ ແລະ ສັງຄົມ (ESMP), ແຜນການຈັດສັນຍົກຍ້າຍ (RP), ແລະ ແຜນການມີສ່ວນຮ່ວມຂອງກຸ່ມຊົນເຜົ່າ (EGEP), ການປະເມີນຍຸດທະສາດດ້ານສິ່ງແວດລ້ອມ ແລະ ສັງຄົມ (SESA), ແຜນການຄຸ້ມຄອງຊີວະນາໆພັນ (BMP), ແຜນການຄຸ້ມຄອງມໍລະດົກວັດທະນະທຳ (CHMP), ທີ່ມີທັງພາສາອັງກິດສໍາລັບສະບັບເຕັມ ແລະ ບົດສະຫລຸບຫຍໍ້ສໍາລັບພາສາລາວ. ເອກະສານເຫຼົ່ານີ້ແມ່ນໄດ້ຖືກປັບປຸງຕາມຄໍາຄິດເຫັນຈາກກອງປະຊຸມປຶກສາຫາລືທີ່ໄດ້ຈັດຂື້ນໃນວັນທີ 31 ຕຸລາ 2025. ການເຜີຍແຜ່ເອກະສານ ESF ໃນຄັ້ງນີ້ ແມ່ນເປັນສ່ວນໜຶ່ງຂອງການຂະບວນການປະເມີນໂຄງການ. 

We are pleased to redisclose the final Environmental and Social Framework (ESF) instruments for the Lao Southeast Asia Disaster Risk Management Project II (SEADRM II). These include Environmental and Social Management Framework (ESMF), Resettlement Policy Framework (RPF), Labor Management Procedures (LMP), Stakeholder Engagement Plan (SEP) and Environmental and Social Commitment Plan (ESCP). These framework documents guide how E&S instruments, such as Environmental and Social Management Plans (ESMP), Resettlement Plan (RP), and Ethnic Group Engagement Plan (EGEP), Strategic Environmental and Social Assessment (SESA), Biodiversity Management Plan (BMP), Cultural Heritage Management Plan (CHMP), could be prepared for civil work subprojects and/or analytical studies, if required., available in both English and Lao for Executive Summary. The updates reflect feedback received during the stakeholder consultation held on October 31, 2025 and are being disclosed as part of the project appraisal process.


About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250