Ongoing Projects

ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ Vientiane Sustainable Urban Transport Project


SUMMARY OF PROJECT ບົດສັງລວມຫຍໍ້

    ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຖືກຈັດຕັ້ງປະຕິບັດໂດຍກະຊວງໂຍທາທິການແລະ ຂົນສົ່ງ (ຍທຂ) ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ). ໂຄງການດັ່ງກ່າວຈະປັບປຸງການບໍລິການ ແລະ ການຄຸ້ມຄອງການຂົນສົ່ງໃນຕົວງເມືອງ ນະຄອນຫຼວງວຽງຈັນໂດຍການສ້າງໜ່ວຍງານຄຸ້ມຄອງການຂົນສົ່ງ, ໃຫ້ບໍລິການດ້ວຍລົດເມໄຟຟ້າ ທີ່ມີຄຸນະພາບສູງ ແລະ ລົດເມດ່ວນ; ໂດຍການປັບປຸງການບໍລິຫານຈັດການການສັນຈອນ, ລະບົບການຄຸ້ມຄອງບ່ອນຈອດລົດ ແລະ ນຳໃຊ້ລະບົບການຂຶ້ນທະບຽນຍານພາຫະນະ ລວມທັງການປັບປຸງທາງຄົນຍ່າງແລະ ການຂົນສົ່ງແບບບໍ່ໃຊ້ເຄື່ອງຈັກ. ໂຄງການຍັງໃຫ້ຄວາມສຳຄັນຕໍ່ບົດບາດຍິງຊາຍ, ການຫຼຸດຜ່ອນອາຍພິດເຮືອນແກ້ວ ແລະ ການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ. ລາຍລະອຽດກ່ຽວກັບໂຄງການສາມາດຕິດຕາມໃນເວັບໄຊຂອງທະນາຄານພັດທະນາອາຊີ (Asian Development Bank Project Information). 

    ໂຄງການດັ່ງກ່າວມີມູນຄ່າທັງໝົດ 99.7 ລ້ານໂດລາສະຫະລັດ. ລັດຖະບານລາວສົມທົບທຶນ ຈຳນວນ 14,55 ລ້ານໂດລາສະຫະລັດ, ການລົງທຶນຂອງພາກເອກະຊົນ ຈຳນວນ 6.41 ລ້ານໂດລາສະຫະລັດ.ລວມທັງທຶນກູ້ຢືມ ແລະ ຊ່ວຍເຫຼືອລ້າຈຳນວນໜຶ່ງ. ລາຍລະອຽດດັ່ງລຸ່ມນີ້:

 I.  ທະນາຄານພັດທະນາອາຊີ (ADB)ຈໍານວນ 35ລ້ານໂດລາສະຫະລັດ;

 II. ທະນາຄານເອີຣົບເພື່ອການລົງທຶນຈໍານວນ 20ລ້ານໂດລາສະຫະລັດ;
III. ກອງທຶນກຸ່ມປະເທດສົ່ງນໍ້າມັນອອກເປັນສິນຄ້າ(OFID)ຈໍານວນ 15 ລ້ານໂດລາສະຫະລັດ;

IV.  ສະຫະພາບເອີຣົບ-ກອງທຶນສະໜັບສະໜູນການລົງທຶນໃນອາຊີຈໍານວນ5ລ້ານເອີໂຣ(6.9ລ້ານໂດລາສະຫະລັດ);

V. ກອງທຶນສິ່ງແວດລ້ອມໂລກ ຈໍານວນ1.84ລ້ານໂດລາສະຫະລັດ.


    The Vientiane Sustainable Urban Transport Project executed by the Ministry of Public Works and Transport (MPWT) of Lao People’s Democratic Republic (Lao PDR) will improve urban transport operations and capacity in Vientiane by establishing a transport management entity, high-quality battery electric bus services and bus rapid transit; by improving traffic management, parking system and vehicle registration; and improving accessibility for pedestrians and non-motorized transport. The project promotes gender mainstreaming, greenhouse gas reduction, and public private partnership. More details on the project are available on Asian Development Bank Project Information.

 

In addition to financing by the government of Lao PDR estimated at US$14.55 million and investments by the private sector estimated at US$6.41 million the following loan and grant financing are approved to meet the project’s total estimated cost US$99.7 million.

 (i) Asian Development Bank (ADB) loan 3250-LAO(SF) at Special Drawing Rights 23,474 million

(ii)            (ii) European Investment Bank credit FI No 83156 at US$20 million

(iii)           (iii) OPEC Fund for International Development loan no. 1678P at US$15 million

(iv)          (iV) European Union – Asian Investment Fund technical assistance grant TA2015090 LA AIF at EUR5 million

(v)           (V) Global Environmental Facility grant 0471-LAO(EF) at US1.84 million


PROGRESS SUMMARY -ຄວາມຄືບໜ້າໂດຍລວມ

ໂຄງການຖືກຮັບຮອງໃນເດືອນສິງຫາ ປີ 2016. ສ່ວນການຈັດຕັ້ງປະຕິບັດເລີ່ມຕົ້ນແຕ່ເດືອນສິງຫາ ປີ 2018.

     ຄະນະຊີ້ນຳໂຄງການໄດ້ຖືກສ້າງຕັ້ງຂຶ້ນຢ່າງເປັນທາງ ຊຶ່ງປະກອບດ້ວຍພາກສ່ວນຕ່າງໆເຊັ່ນ: ກະຊວງໂຍທາທິການ ແລະ ຂົນສົ່ງ, ຫ້ອງວ່າການນະຄອນຫຼວງວຽງຈັນ, ກະຊວງການເງິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງແຜນການ ແລະ ການລົງທຶນ. ຄະນະປະສານງານໂຄງການ (PCU) ກໍໄດ້ຮັບການສ້າງຕັ້ງຂຶ້ນເພື່ອຈັດຕັ້ງປະຕິບັດໂຄງການ ປະກອບດ້ວຍ ກົມຂົນສົ່ງ, ກົມເຄຫາ-ຜັງເມືອງ, ກົມການເງິນ, ຫ້ອງວ່າການນະຄອນຫຼວງວຽງຈັນ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ນວ. ຊ່ຽວຊານດ້ານການຂົນສົ່ງໃນຕົວເມືອງ (UTA) ປະຈຳການຢູ່ກົມຂົນສົ່ງ ໄດ້ເລີ່ມເຮັດວຽກໃນເດືອນຕຸລາ 2016 ເພື່ອຊຸກຍູ້ຄະນະປະສານງານໂຄງການໃນການຈັດຕັ້ງປະຕິບັດໂຄງການ. ສ່ວນທີ່ປຶກສາຈັດຕັ້ງປະຕິບັດໂຄງການ (PIC) ເລີ່ມເຂົ້າປະຈຳການແຕ່ວັນທີ 23 ກໍລະກົດ 2018 ເພື່ອບໍລິຫານຈັດການໂຄງການ, ອອກແບບລະອຽດ ແລະ ຕິດຕາມ ກວດກາການ. ນອກຈາກນັ້ນ, ທະນາຄານພັດທະນາອາຊີ (ADB) ກໍໄດ້ສະໜອງການຊ່ວຍເຫຼືອລ້າເພີ່ມເຕີມທາງວິຊາການ (Transaction Technical Assistance “TRTA”) ຈຳນວນ 1,5 ລ້ານໂດລາສະຫະລັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລັດຖະກອນທີ່ມີສ່ວນຮ່ວມໃນໂຄງການ ໂດຍສະເພາະແມ່ນພະນັກງານຂັ້ນການນຳເພື່ອໃຫ້ມີຄວາມພ້ອມໃນການຕັດສິນໃຈຈັດຕັ້ງປະຕິບັດໂຄງການ.

 

    ຮອດທ້າຍເດືອນມັງກອນ 2022, ໂຄງການມີຄວາມຄືບໜ້າທັງໝົດປະມານ 36,9% ທຽບກັບແຜນການ. ປະຈຸບັນ, ພວມປັບປຸງແຜນດຳເນີນງານ, ແຜນທຸລະກິດການໃຫ້ບໍລິການລົດເມດ່ວນ ແລະ ເອກະສານປະມູນຈຳນວນໜຶ່ງ. ສຳລັບວຽກກໍ່ ສ້າງປະກອບມີ 5 ສັນຍາ ແລະ ວຽກບໍລິການ 4 ສັນຍາ ຊຶ່ງລວມທັງ ສັນຍາບໍລິການລົດເມດ່ວນ ຈະສູ້ຊົນໃຫ້ໄດ້ເລີ່ມໃນຕມາດທີ 1 ແລະ ຕໍ່ເນື່ອງໄປໃນໄຕມາດ 2 ແລະ 3 ປີ 2022. ຄາດໝາຍໃຫ້ສຳເລັດໂຄງການໃນໄຕມາດ 4 ປີ 2024. ໂຄງການພວມປັບປຸງແຜນຈັດຊື້-ຈັດຈ້າງຄືນໃໝ່ ແລະ ຈະປະກາດລົງໃນເວັບໄຊທ໌ ພາຍໃນໄຕມາ 1 ປີ 2022.

     ການແຜ່ລະບາດຂອງພະຍາດ COVID-19 ໄດ້ສ້າງຜົນກະທົບຕໍ່ຄວາມຄືບໜ້າຂອງໂຄງການຫຼາຍສົມຄວນ. ດັ່ງນັ້ນ, ເຈົ້າຂອງໂຄງການຈຶ່ງໄດ້ເອກະພາບກັບຜູ້ໃຫ້ທຶນ (ADB, EIB, EU-AIF, OFID Fund) ຄາດໝາຍສຳເລັດໂຄງການໃນປີ 2024. ໂຄງການປະຕິບັດລາຍຈ່າຍໄດ້ 5,7 ລ້ານໂດລາສະຫະລັດ.

     ການຈັດຕັ້ງປະຕິບັດໂຄງການໄດ້ຮັບການຕິດຕາມກວດກາຢ່າງຕໍ່ເນື່ອງ ແລະ ມີບົດລາຍງານປະຈຳໄຕມາດ ຊຶ່ງໄດ້ສັງລວມໄວ້ໃນເວັບໄຊນີ້. ລາຍລະອຽດສາມາດຕິດຕໍ່ພົວພັນ: ທ່ານ ດຣ. ບຸນຕາ ອ່ອນນາວົງ, ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ອີເມວ: bounta_ov@yahoo.com ຫຼື ແຟັກ+856-21-415563.

 

The project was effective in August 2016. Implementation started in August 2018.

     A project steering committee is established with officials from the MPWT, Vientiane Capital, Ministry of Finance, Ministry of Natural Resources and Environment, Ministry of Public Security, and Ministry of Planning and Investment. A project coordination unit (PCU) established in MPWT’s Department of Transport (DOT) with members from Departments of Housing and Urban Planning and Finance of MPWT, Vientiane Capital and Vientiane Department of Public Works and Transport is implementing the project. An international urban transport advisor supports PCU with project implementation. The Project Implementation Consultants were mobilized on 23 July 2018 to provide support for project management, detailed design and implementation supervision. In addition, ADB is providing technical assistance for capacity building focusing on key government officials involved in the decision-making process as well as stakeholders critical to the project’s success.

     Progress to date is 36.9%. Preparation of a final BRT operational plan was completed and bid documents are near completion. Bidding for 5 civil works and 4 supply contracts, as well as operation services will start during quarter 1, 2022 and continue during quarters 2-3 2022 with contract awards during quarter 4 of 2024. An updated procurement plan is under preparation and will replace the current published during quarter 1 of 2022.

     Impact of COVID-19 is challenging progress, and completion of the project is currently agreed to end 2024. Expenditure to date is totally US$5.7 million.

  Project implementation is continuously monitored and reported on quarterly basis with a summary on this website. Contact at the executing agency is Dr. Bounta Onnavong, Director General, Department of Transport, MPWT, email: bounta_ov@yahoo.com or fax +856-21-415563.PLANNED

PROCUREMENTແຜນການຈັດຊື້-ຈັດຈ້າງ

 Project Procurement Plan –ການການຈັດຊື້-ຈັດຈ້າງຂອງໂຄງການ

 ONGOING PROCUREMENTແຜນການຈັດຊື້-ຈັດຈ້າງທີ່ດໍາເນີນຢູ່

 None ບໍ່ມີ

 CONTRACTS AWARDEDສັນຍາການວ່າຈ້າງ

Urban Transport Advisor I, including extension. Contract value US$763,825. ທີ່ປຶກສາດ້ານການຂົນສົ່ງໃນຕົວເມືອງ. ມີມູນຄ່າທັງໝົດລວມທັງຊ່ວງຕໍ່ສັນຍາແມ່ນ 763,825 ໂດລາສະຫະລັດ.

Urban Transport Advisor II. Contract value US$186,875.

(Lao)

Supply of Field Vehicle. Contract value LAK282,880.000– ຈັດຊື້ລົດພາກສະໜາມ, ມູນຄ່າ282,880.000ກີບ

External Audit Services. Contract value U.S.$118,514 –ການກວດສອບພາຍນອກ, ມູນຄ່າ 118,514U.S.$.

Project Implementation Consultants. Contract value EUR7,592,642.51, with funding by the European Union ທີ່ປຶກສາການຈັດຕັ້ງປະຕິບັດໂຄງການ. ມູນຄ່າ7,592,642.51ເອີໂຣ, ໂດຍເງິນທຶນຈາກສະຫະພາບເອີຣົບ.

LNS

-





LINKS-ການເຊື່່ອມໂຍງ

- Asian Development Bank Project Information –ຂໍ້ມູນໂຄງການທະນາຄານພັດທະນາອາຊີ

- ADB's Integrity Unit –ໜ່ວຍງານເຊື່ອມໂຍງຂອງທະນາຄານພັດທະນາອາຊີ

- European Investment Bank’s Anti-Fraud Policy ນະໂຍບາຍຕ້ານການສໍ້ໂກງຂອງທະນາຄານເອີຣົບເພື່ອການລົງທຶນ

- European Investment Bank Guide to Procurement ຄູ່ມືການຈັດຊື້ຈັດຈ້າງຂອງທະນາຄານເອີຣົບເພື່ອການລົງທຶນ
















About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250