Ministry News

ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ໃຕ້ມອບເຮືອໃຫ້ແກ່ຫ້ອງການ ຍທຂ ເມືອງ

2020-09-18 - Administrator

   ໃນ​ອາ​ທິດ​​ທີຜ່ານ​ມາ ໂຄງ​ການ​ປັບ​ປຸງ ແລະ ສ້ອມ​ແປງ​ທາງ​ເລກ 13 ໃຕ້ໄດ້​ຈັດ​ພິ​ທີ​ມອບ​ເຮືອ ພ້ອມ​ດ້ວຍ​ອຸ​ປະ​ກອນ 12 ລຳ ໃຫ້​ແກ່​ຫ້ອງ​ການ ຍ​ທ​ຂ ເມືອງ ຈຳ​ນວນ 4 ເມືອງ ແລະ ບ້ານ​ທີ່​ຢູ່​ລຽບ​ຕາມ​ສາຍ​ທາງ​ເລກ 13ໃຕ້ ຈຳ​ນວນ 8 ບ້ານ ຄື: ຫ້ອງ​ການ ຍ​ທ​ຂ ເມືອງ​ທ່າ​ພະ​ບາດ,  ຫ້ອງ​ການ ຍ​ທ​ຂ ເມືອງປາກ​ຊັນ, ຫ້ອງ​ການ ຍ​ທ​ຂ ເມືອງປາກ​ກະ​ດິງ, ຫ້ອງ​ການ ຍ​ທ​ຂ ເມືອງຫີນ​ບູນ ແລະ ບັນ​ດາ​ອຳ​ນາດ​ການ​ປົກ​ຄອງ​ບ້ານ ປ່າ​ໄລ່, ນ້ຳ​ໂລ້, ໂພນ​ສະ​ຫວັນ, ສິ​ວິ​ໄລ, ຫາງ​ຊິງ​ສະ​ຫວ່າງ, ນາ​ເຄືອ, ຄຳ​ແກ້ວ ແລະ ໃໝ່​ນ້ຳ​ປະ​ກັນ; ຈຸດ​ປະ​ສົງ​ຂອງ​ໂຄງ​ການແມ່ນ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ຕ້ານ​ໄພ​ນ້ຳ​ຖ້ວມ ແລະ ຍົກ​ຍ້າຍ​ລະ​ດັບ​ທາງ ເພື່ອ​ໃຫ້​ຕ້ານ​ທານ​ກັບ​ການ​ປ່ຽນ​ແປງ​ຈາກ​ດິນ​, ຟ້າ​, ອາ​ກາດ, ນຳ​ໃຊ້​ເຂົ້າ​ໃນ​ເວ​ລາ​ເກີດ​ເຫດ​ນ້ຳ​ຖ້ວມ​ສຸກ​ເສີນ ເພື່ອ​ຊ່ວຍ​ເຫຼືອ​ກັນ​ໃນ​ການ​ຍົກ​ຍ້າຍ​ປະ​ຊາ​ຊົນ, ຊັບ​ສິນ ແລະ ສິ່ງ​ຂອງອື່ນໆ. ໃນ​ການ​ຈັດ​ຊື້​ເຮືອ​ໃນ​ຄັ້ງ​ນີ້​ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ທະ​ນາ​ຄານ​ໂລກ(WB), ພາຍ​ໃຕ້​ໂຄງ​ການ​ຂະ​ແໜງ​ຂົວ​ທາງ​ໄລ​ຍະ 2 (LRSP2-AF).









About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250