Ministry News

ກອງປະຊຸມເປີດກວ້າງເພື່ອທາບທາມຄໍາເຫັນ ໃສ່ຮ່າງດໍາລັດວ່າດ້ວຍເຂດສະຫງວນຂອງທາງຫຼວງ

2020-09-21 - Administrator

  ກອງປະຊຸມ ເປີດກ້ວາງທາບທາມຄຳເຫັນ ໃສ່ຮ່າງດໍາລັດວ່າດ້ວຍເຂດສະຫງວນຂອງທາງຫຼວງ ໄດ້ຈັດຂື້ນໃນວັນທີ 17 ກັນຍາ 2020 ທີຫ້ອງປະຊຸມໃຫຍ່ຂອງກະຊວງ ຍທຂ, ໂດຍການເປັນປະທານຂອງ ທ່ານ ປອ ສັນຕິສຸກ ສິມມາວົງ ຮອງລັດຖະມົນຕີກະຊວງ ຍທຂ, ມີຫ້ອງການ, ກົມ, ກອງ, ສະຖາບັນ, ພະ​ແນກ ຍທຂ ແຂວງທົ່ວປະເທດ, ສະພາແຫ່ງຊາດ, ກະຊວງປ້ອງກັນປະ​ເທດ, ກະຊວງ ຍຸຕິທຳ, ກະຊວງ ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.


    ຄາດໝາຍຕາມແຜນແມ່ນຈະໄດ້ເອົາເຂົ້າຜ່ານກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນ ມີຖຸນາ 2020 ນີ້, ແຕ່ເນື່ອງຈາກ ສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຍັງສືບຕໍ່ແຜ່ລະບາດຈົນເຖິງປະຈຸບັນ ຈຶ່ງເຮັດໃຫ້ການຄົ້ນຄ້ວາຮ່າງດໍາລັດສະບັບດັ່ງກ່າວ ຢຸດສະງັກໄປໃນໄລຍະຫນຶ່ງ ລວມທັງບໍ່ສາມາດຈັດກອງປະຊຸມເປີດກ້ວາງຂຶ້ນໄດ້, ດັ່ງທີ່ທຸກທ່ານຮູ້ແລ້ວວ່າຮ່າງດໍາລັດ ສະບັບນີ້ ເປັນດໍາລັດທີ່ສ້າງຂຶ້ນໃໝ່ ຕາມຄວາມຮຽກຮ້ອງຕ້ອງການຂອງເສດຖະກິດ-ສັງຄົມ ແລະ ມີຄວາມສຳຄັນຫລາຍ ຕໍ່ກັບການຄຸ້ມຄອງເຂດສະຫງວນຂອງທາງຫຼວງໃນປະຈຸບັນ, ໂດຍປະຕິບັດຕາມຂັ້ນຕອນ ແລະ ລະບຽບການຜ່ານຮ່າງດຳລັດ, ກະຊວງ ຍທຂ, ຈຶ່ງໄດ້ກໍານົດຈັດກອງປະຊຸມເປີດກວ້າງ ຂຶ້ນໃນລະຫວ່າງວັນທີ 17-18/9/2020 ແລະ ພາຍຫລັງສໍາເລັດກອງປະຊຸມເປີດກວ້າງໃນຄັ້ງນີ້ແລ້ວກໍ່ຈະໄດ້ນຳສະເໜີກະຊວງຍຸຕິທຳ ເພື່ອກວດກາຄວາມສອດຄ່ອງທາງດ້ານກົດໝາຍ.




 ປັດຈຸບັນ ຄຽງຄູ່ກັບການຂະຫຍາຍໂຕທາງດ້ານເສດຖະກິດ ແລະ ສັງຄົມ ວຽກງານການຄຸ້ມຄອງເຂດສະຫງວນຂອງທາງຫຼວງ ເປັນວຽກງານໜຶ່ງທີ່ເປັນຄວາມທ້າທາຍຂອງຂະແໜງໂຍທາທິການ ແລະ ຂົນສົ່ງ, ໃນການຄຸ້ມຄອງ ແລະ ຈັດສັນໃຫ້ມີຄວາມເປັນລະບຽບສວຍງາມ ແລະ ສອດຄ່ອງກັບກົດໝາຍເຊັ່ນ: ການປຸກສ້າງເຮືອນຊານ ທີ່ຢູ່ອາໄສຂອງປະຊາຊົນ, ນໍາໃຊ້ເປັນພື້ນທີ່ການຜະລິດ, ຮ້ານຄ້າຂາຍ, ຂຸດດິນ, ຖົມດິນ, ການຕັ້ງເສົາໄຟຟ້າ, ການຕັ້ງປ້າຍໂຄສະນາ, ການຕັ້ງເສົາໂທລະສັບ, ການວາງລະບົບສາຍໄຍແກ້ວ, ການວາງລະບົບທໍ່ນໍ້າປະປາ ແລະ ອື່ນໆ, ນອກຈາກນີ້, ລັກສະນະພູມີປະເທດຂອງພວກເຮົາ ໂດຍສະເພາະເຂດພູດອຍ ກໍ່ເປັນບັນຫາໜຶ່ງທີ່ທ້າທາຍໃນການກໍານົດເຂດສະຫງວນໃຫ້ແທດເໝາະກັບສະພາບຄວາມເປັນຈິງ, ບັນຫາການບຸກລຸກເຂດສະຫງວນທາງແບບເຄິ່ງຖາວອນ ແລະ ແບບຖາວອນ ກໍ່ນັບມື້ເກີດຂຶ້ນຢ່າງຫລວງຫລາຍ, ພວກເຮົາຍັງບໍ່ທັນສາມາດຄຸ້ມຄອງວຽກງານດັ່ງກ່າວໄດ້ດີ ແລະ ຍັງມີຄວາມຫຍຸ້ງຍາກຫລາຍດ້ານ ເນື່ອງຈາກວ່າ ພວກເຮົາມີກົດໝາຍແລ້ວ ແຕ່ຍັງບໍ່ທັນມີນິຕິກຳໃຕ້ກົດໝາຍເປັນອັນລະອຽດເພື່ອຄຸ້ມຄອງ, ສະນັ້ນ, ຈຶ່ງມີຄວາມຈໍາເປັນສ້າງດໍາລັດສະບັບນີ້ຂຶ້ນ ເພື່ອເປັນເຄື່ອງມືຄຸ້ມຄອງວຽກງານດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນສູງ, ດໍາລັດວ່າດ້ວຍເຂດສະຫງວນທາງຫຼວງ ຄະນະຮ່າງດຳລັດຂອງກະຊວງ ຍທຂ ໄດ້ຮ່າງສໍາເລັດໂດຍພື້ນຖານ ເປັນທີ່ຮຽບຮ້ອຍແລ້ວ.  ໃນການຈັດກອງປະຊຸມໃນຄັ້ງນີ້ ເພື່ອເປີດກ້ວາງ ປະກອບຄໍາຄິດຄໍາເຫັນ ໃສ່ຮ່າງດຳລັດສະບັບນີ້ ໃຫ້ອຸດົມສົມບູນ ໄປດ້ວຍເນື້ອໃນ, ຫຼັງຈາກນັ້ນ, ຈະໄດ້ນໍາເອົາຄໍາສະເໜີ ແລະ ການປະກອບຄໍາຄິດຄໍາເຫັນ ຈາກຫຼາຍພາກສ່ວນໄປພິຈາລະນາ ເພື່ອປັບປຸງໃຫ້ເປັນອັນລະອຽດ, ຄົບຖ້ວນ ແລະ ສົມບູນ, ແທດເໝາະກັບການຂະຫຍາຍຕົວທາງດ້ານເສດຖະກິດ ໃນປະຈຸບັນ ແລະ ເຊື່ອມໂຍງກັບສາກົນ.

    ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ປະສົບຜົນສໍາເລັດ ແລະ ເຮັດໃຫ້ຮ່າງດໍາລັດດັ່ງກ່າວມີເນື້ອໃນຄົບຖ້ວນ, ສົມບູນ   ຂໍຮຽກຮ້ອງມາຍັງທຸກພາກສ່ວນທີ່ເຂົ້າຮ່ວມກອງປະຊຸມໝົດທຸກຄົນ ຈົ່ງໄດ້ພ້ອມກັນສຸມສະຕິປັນຍາ, ເຫື່ອແຮງ, ຄວາມຮູ້ຄວາມສາມາດ ຂອງຕົນເອງ ແລະ ຮັບຜິດຊອບສູງ ເຂົ້າໃນການຄົ້ນ  ຄ້ວາ ປະກອບຄໍາຄິດຄໍາເຫັນໃຫ້ເລິກເຊິ່ງ, ມີເຫດມີຜົນ, ກົງໄປກົງມາ ແລະ ແທດເໝາະກັບຄວາມເປັນຈິງ ເພື່ອເຮັດໃຫ້ຮ່າງດໍາລັດສະບັບນີ້ ອຸດົມສົມບູນໄປດ້ວຍເນື້ອໃນ ແລະ ເພື່ອເປັນພື້ນຖານໃຫ້ແກ່ການຄຸ້ມຄອງ, ກວດກາ ກ່ຽວກັບວຽກງານເຂດສະຫງວນທາງຫຼວງ, ກອງປະຊຸມ ຈະດໍາເນີນໄປເປັນເວລາ 2 ວັນ ສຸດທີ່ມີຄວາມສໍາຄັນ ແລະ ເລັ່ງດ່ວນ ໃນການພັດທະນາວຽກຂອງຂະແໜງ ຍທຂ, ພັດທະນາປະ ເທດຊາດ ແລະ ການຄຸ້ມຄອງຂອງຊັບສິນຂອງລັດ.



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250