Ministry News

ກອງປະຊຸມທາບທາມບຸກຄະລາກອນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ V ຮອບທີ 3

2020-09-28 - Administrator

ກອງປະຊຸມທາບທາມບຸກຄະລາກອນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ V (ຮອບທີ 3) ໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2020 ທີ່ຫ້ອງປະຊຸມ (ICTC ຫຼັກ 5), ໂດຍການເປັນປະທານ ຂອງສະຫາຍ ປອ. ບຸນຈັນ ສິນທະວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ຍທຂ, ລັດຖະມົນຕີກະຊວງ ຍທຂ, ບັນດາສະຫາຍ ຕາງໜ້າໃຫ້ຄະນະຮັບຜິດຊອບຂັ້ນສູນກາງ, ມີບັນດາສະຫາຍ ຄະນະປະຈໍາພັກກະຊວງ, ກຳມະການພັກກະຊວງ, ຄະນະຮັບຜິດຊອບ ບຸກຄະລາກອນຂັ້ນສູນກາງ, ບັນດາສະຫາຍ ເລຂາ, ຮອງເລຂາ ຂອງຄະນະພັກຮາກຖານ, ໜ່ວຍພັກຮາກຖານ, ຄະນະໜ່ວຍພັກ  ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.



ກອງປະຊຸມທາບທາມບຸກຄະລາກອນຄະນະບໍລິຫານງານພັກກະຊວງ ຍທຂ ສະໄໝທີ V (ຮອບທີ 3) ໄດ້ໄຂຂຶ້ນໃນທ່າມກາງທີ່ທົ່ວພັກທົ່ວລັດ, ທົ່ວປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ; ໄປຄຽງຄູ່ກັນນັ້ນ ສະມາຊິກພັກ, ພະນັກງານທົ່ວກະຊວງ ຍທຂ ໄດ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງໄດ້ຮັບຜົນສຳເລັດເປັນກ້າວໆມາ; ພ້ອມດຽວກັນນີ້ ກໍ່ໄດ້ກຽມຄວາມພ້ອມຮອບດ້ານ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງດ້ວຍຄວາມຮັບຜິດຊອບສູງ ແລະໄດ້ສຳເລັດຕາມແຜນການທີ່ໄດ້ວາງໄວ້. ກອງປະຊຸມຄັ້ງນີ້ຈະໃຊ້ເວລາຢູ່ 1 ວັນ, ຊຶ່ງເປັນກອງປະຊຸມທີ່ມີຄວາມໝາຍ, ຄວາມສໍາຄັນຫລາຍ ເພາະວ່າເປັນກອງປະຊຸມສະເພາະແຕ່ຜູ້ແທນສົມບູນ ຈະໄດ້ພ້ອມກັນເລືອກເອົາຜູ້ທີ່ຈະອອກສະໝັກເປັນຄະນະພັກກະຊວງ ໃນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ V, ພ້ອມດຽວກັນນີ້ ຍັງໄດ້ພ້ອມກັນເຊື່ອມຊືມ ແລະຄົ້ນຄວ້າປະກອບຄຳເຫັນຕໍ່ເອກະສານສຳຄັນຕ່າງໆ ດັ່ງນີ້:


1. ເຊື່ອມຊຶມ ແລະປະກອບຄຳເຫັນ ຕໍ່ເອກະສານຕ່າງໆ ຄື: ບົດທີ 1 ເສີມຂະຫຍາຍມູນເຊື້ອ ແລະຄວາມ ສາມັກຄີເປັນເອກະພາບພາຍໃນພັກ; ບົດທີ 2 ຍົກສູງຄວາມສາມາດນຳພາ ແລະຄວາມເປັນແບບຢ່າງນຳໜ້າຂອງພັກ ແລະບົດທີ 3 ຕັ້ງໜ້າຝຶກຝົນຫລໍ່ຫລອມຄຸນທາດການ ເມືອງ ແລະຄຸນສົມບັດສິນທຳປະຕິວັດ.


2. ປະກອບຄຳເຫັນຕໍ່ເອກະສານ, ຮ່າງລາຍງານການເມືອງຕໍ່ກອງປະຊຸມໃຫຍ່ສະໄໝທີ V ແລະຮ່າງແຜນພັດທະນາຂະແໜງ ຍທຂ ໃນ 5 ປີ ຕໍ່ໜ້າ 2021-2025.


3. ຜ່ານບົດລາຍງານ ຜົນການກະກຽມດຳເນີນກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງໂຍທາທິການ ແລະຂົນສົ່ງ ຄັ້ງທີ V.


4. ຈະໄດ້ຮັບຟັງຜົນການດຳເນີນຊີວິດການເມືອງ, ການນຳພາລວມຂອງຄະນະພັກກະຊວງ ແລະ ບຸກຄົນ, ຄະນະພັກ ກະຊວງສະໄໝທີ IV ໃນວັນທີ 21-22/9/2020 ທີ່ຜ່ານມານັ້ນ.


5. ຜ່ານມາດຕະຖານເງື່ອນໄຂ ແລະດໍາເນີນການທາບທາມເລືອກເຟັ້ນ ເອົາເປົ້າໝາຍບຸກຄະລາກອນ ທີ່ຈະອອກສະໝັກເລືອກຕັ້ງເປັນຄະນະພັກກະຊວງໂຍທາທິການ ແລະຂົນສົ່ງ ສະໄໝທີ V ຮອບທີ 3.




ໃນກອງປະຊຸມ ສະຫາຍ ປອ. ບຸນຈັນ ສິນທະວົງ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ ຍທຂ, ລັດຖະມົນຕີກະຊວງ ຍທຂ, ໄດ້ຮຽກຮ້ອງມາຍັງບັນດາສະຫາຍທັງໝົດທີ່ເຂົ້າຮ່ວມກອງປະຊຸມ, “ຈົ່ງເຊີດຊູ ແລະຍົກສູງຄວາມຮັບຜິດຊອບຂອງຕົນ ພ້ອມກັນສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າ ແລະ ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ມີເຫດມີຜົນຕໍ່ເອກະສານສຶກສາອົບຮົມການເມືອງ-ແນວຄິດ ທັງ 3 ບົດ, ຮ່າງບົດລາຍງານການເມືອງ, ຮ່າງແຜນພັດທະນາຂະແໜງ ຍທຂ ໃນໄລຍະ 5 ປີ ຕໍ່ໜ້າ, ເພື່ອຊອກໃຫ້ເຫັນດ້ານຕັ້ງໜ້າທີ່ພົ້ນເດັ່ນ ແລະຂໍ້ຄົງຄ້າງ ທີ່ຕ້ອງໄດ້ຄົ້ນຄວ້າປັບປຸງແກ້ໄຂໃນຕໍ່ໜ້າ ແລະພ້ອມກັນນີ້, ກໍ່ສະເໜີບັນດາສະຫາຍທັງໝົດໄດ້ພ້ອມກັນຄົ້ນຄວ້າຕັດສິນໃຈຢ່າງມີເຫດຜົນ ແລະມີຄວາມຮັບຜິດຊອບການເມືອງສູງ ເພື່ອຮັບປະກັນໃຫ້ແກ່ການເລືອກເຟັ້ນເອົາບຸກຄະລາກອນຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີລະບອບເຮັດວຽກທີ່ດີ, ຜູ້ເຮັດແທ້ທຳຈິງ, ມີຜົນສຳເລັດຕົວຈິງວຽກທີ່ຖືກມອບໝາຍໃຫ້ນັ້ນ, ມີຈິດໃຈກວ້າງຂວາງ ສາມາດເຕົ້າ ໂຮມຄວາມສາມະຄີ, ມີຄວາມເປັນເອກະພາບພາຍໃນພັກສູງ ເພື່ອປະກອບເປັນຄະນະພັກ ຖືຄັນທຸງນຳໜ້າ ຢູ່ອົງຄະນະພັກກະຊວງ ຍທຂ, ເພື່ອໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ກ່າວມານັ້ນ, ຂໍຮຽກຮ້ອງມາຍັງບັນດາສະຫາຍ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ຈົ່ງມີຄວາມຮັບຜິດຊອບໜ້າທີ່ການເມືອງສູງ, ໃນການຕັດສິນໃຈເພື່ອເລືອກ ເຟັ້ນເອົາບຸກຄະລາກອນ ທີ່ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນບຸກຄົນທີ່ມີຄວາມສັດຊື່, ຈິງໃຈ, ມີວິຊາສະເພາະໃດໜຶ່ງທີ່ແນ່ນອນ ທີ່ກ່ຽວພັນກັບຂະແໜງ ຍທຂ ທັງມີປະສົບການໃນວຽກງານຕົວຈິງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານທີ່ຖືກມອບໝາຍ, ເຄົາລົບນັບຖືຄໍາຄິດຄໍາເຫັນຂອງໝູ່ຄະນະ ແລະມະຫາຊົນ, ປະຕິບັດລະບອບແບບແຜນວິທີເຮັດວຽກແບບ ລວມສູນປະຊາທິປະໄຕຂອງພັກ, ຮູ້ນຳພາແກ້ໄຂບັນຫາທີ່ເກີດຂຶ້ນຢ່າງກົງໄປກົງມາ, ມີເຫດມີຜົນ, ມີຄວາມສະຫງົບ, ຕົກລົງບັນຫາເປັນໝູ່ຄະນະ ແລະຜ່ານມາ ປະຕິບັດລະບຽບການ ແລະກົດໝາຍເຂັ້ມງວດ. ພ້ອມກັນນີ້, ກໍ່ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ໃຫ້ຕີຖອຍແນວຄິດອັກຄະຕິ, ກຸ່ມກ້ອນ, ພັກພວກ, ເຊື້ອສາຍ ແລະອື່ນໆ ທີ່ຈະເຮັດໃຫ້ຜູ້ມີຄວາມຮູ້-ຄວາມສາມາດ ຂາດໂອກາດເຂົ້າຮ່ວມເປັນຄະນະພັກກະຊວງ ຫລື ເປັນການກໍ່ໃຫ້ເກີດຄວາມແຕກແຍກຄວາມສາມັກຄີ ພາຍໃນອົງຄະນະພັກ ກະຊວງ; ໃນກໍລະນີຖ້າວ່າມີຜູ້ມາຊັກຊວນໄປໃນທາງບໍ່ດີ ກໍ່ຕ້ອງໄດ້ມີສະຕິຄິດຫງຳໃຫ້ດີ, ໂດຍສະເພາະແມ່ນການເຄື່ອນໄຫວຊັກຊວນ ໃສ່ຮ້າຍປ້າຍສີຕໍ່ຜູ້ທີ່ມີຜົນງານ, ມີຄວາມຮັບຜິດຊອບ ເຮັດແທ້ທຳຈິງ, ຊຶ່ງການໃສ່ຮ້າຍປ້າຍສີນັ້ນບໍ່ຖືກກັບຄວາມເປັນຈິງ, ຂໍສະເໜີບັນດາສະຫາຍເອົາໃຈໃສ່ ຢຶດໝັ້ນຕາມອຸດົມການຂອງພັກ ເພື່ອສ້າງບຸກຄະລາກອນນຳພາ ໃຫ້ໄດ້ຜູ້ທີ່ດີ”. ດ້ວຍມູນເຊື້ອອັນດີງາມ ຂອງສະມາຊິກພັກຂອງກະຊວງ ຍທຂ, ຊຶ່ງເຊື່ອໝັ້ນ ແລະມີຄວາມຫວັງຢ່າງສູງວ່າ ກອງປະຊຸມໃນຄັ້ງນີ້ ຈະພ້ອມກັນຄົ້ນຄວ້າປະກອບຄຳເຫັນທີ່ດີມີເຫດມີຜົນຖືກກັບສະພາບຄວາມເປັນຈິງ, ສິ່ງສຳຄັນແມ່ນການຕັດສິນໃຈທີ່ມີຄວາມຮັບຜິດ ຊອບການເມືອງສູງ, ເລືອກເຟັ້ນໄດ້ບັນດາສະຫາຍທີ່ມີຄຸນທາດການເມືອງ, ມີຄວາມຮູ້-ຄວາມສາມາດ, ເປັນຜູ້ເຮັດແທ້ທຳຈິງ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ຖືກມອບໝາຍ ເຂົ້າໃນຄະນະບໍລິຫານງານພັກກະຊວງສະໄໝທີ V ເພື່ອສືບຕໍ່ນຳພາກະຊວງ ຍທຂ ໃຫ້ມີບາດກ້າວບຸກທະລຸໃໝ່ຮອບດ້ານ ຕາມຄໍາຂວັນຂອງຂະແໜງພວກເຮົາທີ່ວ່າ: "ພັດທະນາໂຍທາທິການ ແລະຂົນສົ່ງໃຫ້ເປັນປາຍແຫລມ, ມີຈຸດສຸມ, ມີປະສິດທິຜົນສູງ, ທັນສະໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມຈອດ ແລະຍືນຍົງ".







About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250