Ministry News

ພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ ແລະການປົກຄອງ ຊຸດທີ 23 ຂອງກະຊວງ ຍທຂ

2020-09-30 - Administrator

ກະຊວງ ຍທຂ ໄດ້ຈັດຊຸດຝຶກອົບຮົມທິດສະດີການເມືອງ ແລະ ການປົກຄອງ ຊຸດທີ 23 ຂື້ນຢ່າງເປັນທາງການໃນວັນທີ 28 ກັນຍາ 2020 ທີ່ສະຖາບັນຝຶກອົບຮົມ ຍທຂ, ໃຫ້ກຽດເປັນປະທານໂດຍທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີກະຊວງ ຍທຂ ແລະ ທ່ານ ຮສ ສະໝຸດທອງ ສົມພານິດ ຮອງຫົວໜ້າ ສມປຊ, ມີທ່ານຕາງໜ້າກົມຈັດຕັ້ງ ແລະພະນັກງານ, ສະຖາບັນ ຍທຂ, ນັກສຳມະນາກອນທັງມົດ 33 ທ່ານ, ຍິງ 6 ທ່ານ ເຂົ້າຮ່ວມ.




ຊຸດຝຶກອົບຮົມໃນຄັ້ງນີ້ ຈະໃຊ້ເວລາ 50 ວັນ ຫຼື 10 ອາທິດເຕັມ, ຊຶ່ງໄດ້ເລີ້ມແຕ່ວັນທີ 28 ກັນຍາ - 4 ທັນວາ 2020 ຈຶ່ງສໍາເລັດ, ໃນຊຸດຝຶກອົບຮົມໃນຄັ້ງນີ້ມີນັກສໍາມະນາກອນເຂົ້າຮ່ວມທັງມົດ 33 ທ່ານ ຍິງ 6 ທ່ານ, ຊຶ່ງມາຈາກບັນດາຫ້ອງການ, ກົມ, ກອງ, ສະຖາບັນ, ພະແນກ ຍທຂ ນະຄອນຫຼວງ ແລະລັດວິສາຫະກິດ ອ້ອມຂ້າງກະຊວງ ຍທຂ. ການຈັດຝຶກອົບຮົມຄັ້ງນີ້, ຄາດວ່າຈະມີອາຈານເຂົ້າຮ່ວມສິດສອນທັງໝົດ 33 ທ່ານ, ຍິງ 10 ທ່ານ, ຄູອາຈານທັງມົດແມ່ນມາຈາກ ສະຖາບັນການເມືອງ ແລະການປົກຄອງແຫ່ງຊາດ ແລະ ນອກຈາກນັ້ນ ກໍ່ຍັງຈະມີຄະນະພັກ, ຄະນະນຳ ກະຊວງ ຍທຂ, ກະຊວງປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ບັນດາກົມກອງອ້ອມຂ້າງ ກະຊວງ ຍທຂ ໃຫ້ກຽດມາຂື້ນຫ້ອງໃນບາງຫົວຂໍ້ຕື່ມ, ເພື່ອເຮັດໃຫ້ການຝຶກອົບຮົມໃນຄັ້ງນີ້ ມີເນື້ອໃນໜັກແໜ້ນຂື້ນຕື່ມ.


ຫຼັກສູດທິດສະດີການເມືອງ ແລະ ການປົກຄອງນີ້ປະກອບມີ 5 ພາກສ່ວນໃຫຍ່ ແລະ ມີບົດຮຽນທັງໝົດຢູ່ 39 ບົດເຊັ່ນ: ພາກວິຊາ ປັດຊະຍາ, ມີ 8 ບົດ; ພາກວິຊາ ເສດຖະສາດການເມືອງ, ມີ 10 ບົດ; ພາກວິຊາ ລັດທິສັງຄົມນິຍົມ ວິທະຍາສາດ, ມີ 8 ບົດ; ພາກວິຊາ ບໍລິຫານສາດ, ມີ 8 ບົດ ແລະ ພາກວິຊາ ກໍ່ສ້າງພັກ ມີ 5 ບົດ.


ການຝຶກອົບຮົມຄັ້ງນີ້, ຈະປະກອບມີຫຼາຍກິດຈະກຳເຊັ່ນ: ການຮໍ່າຮຽນທິດສະດີຢູ່ຫ້ອງຮຽນ, ການຄົ້ນຄວ້າລວມຫ້ອງ, ການຄົ້ນຄວ້າເປັນໜ່ວຍ, ການໄປທັດສະນະສຶກສາຢ້ຽມຢາມສະຖານທີ່ສໍາຄັນໆເຊັ່ນ: ຫໍພິພິທະພັນຂອງອະດີດຜູ້ນຳ ແລະໄປຖອດຖອນບົດຮຽນນຳຫົວໜ່ວຍຜະລິດຕະພັນເປັນສິນຄ້າ ຫຼືຫົວໜ່ວຍບໍລິການຕ່າງໆ, ການຂຽນບົດ ແລະຜ່ານບົດເປັນໜ່ວຍ ພ້ອມທັງການຮັບລາຍງານສ່ອງແສງ ແລະແກ້ໄຂຂໍ້ຂ້ອງໃຈຕ່າງໆ. ໃນຕອນທ້າຍຂອງພິທີ ທ່ານ ປອ ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີກະຊວງ ຍທຂ, ໄດ້ຮຽກຮ້ອງໃຫ້ນັກສຳມະນາກອນທຸກທ່ານ ໃຫ້ເອົາໃສ່ຄົ້ນຄວ້າບົດຮຽນ, ຫຼັກສູດທີ່ສຶກສາອົບຮົມ, ເພື່ອນຳໄປໝູນໃຊ້ໃນວຽກງານຕົວຈຶ່ງ, ເພາະນັກສຳມະນາກອນທຸກທ່ານໃນທີ່ນີ້ຄື ພະນັກງານສືບທອດໃນການນຳພາວຽກພັກ-ວຽກລັດ ໃນຂະແໜງ ຍທຂ, ໃຫ້ສົມກັບຄຳຂັວນຂອງຂະ ແໜງ ຍທຂ ທີ່ວ່າ “ພັດທະນາໂຍທາທິການ ແລະ ຂົນສົ່ງໃຫ້ເປັນປາຍແຫລມ, ມີຈຸດສຸມ, ມີປະສິດທິຜົນສູງ, ທັນສະ ໄໝ, ປອດໄພ, ມີຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ, ເຊື່ອມໂຍງ-ເຊື່ອມຈອດ ແລະ ຍືນຍົງ”



About MPWT


ກະຊວງໂຍທາທິການ ແລະ ຂົນສົ່ງ ຂຽນຫຍໍ້: “ຍ. ທ. ຂ” ຂຽນເປັນພາສາຝຣັ່ງ: Ministère de Travaux Public et de Transports (ຂຽນຫຍໍ້: MTPT) ແມ່ນກົງຈັກຂອງລັດຖະບານ, ມີພາລະບົດບາດ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງມະຫາພາກ ກ່ຽວກັບຂະແໜງການຄົມມະນາຄົມ, ຂົນສົ່ງ ທາງບົກ, ທາງນ້ຳ, ທາງອາກາດ, ທາງລົດໄຟ, ການເຄຫາສະຖານ, ຜັງເມືອງ ແລະ ນ້ຳປະປາ ໃນຂອບເຂດ ທົ່ວປະເທດ.

Maps


Contact


Ministry of Public Works and Transport of Lao PDR

Lanxang Avenue, Vientiane Capital , Lao PDR

ໂທ: 856-21 412255 , ສາຍດ່ວນ 1518

Fax: 856-21 412250